Articles by

InsideLaos

Online Journalists at insidelaos.com.

ປະຫວັດຄວາມເປັນມາ “ບຸນກິນຈຽງ” ຫຼື ບຸນນໍເປເຈົາ ປີໃໝ່ຂອງຊົນເຜົ່າມົ້ງ ແຫ່ງ ສປປ.ລາວ

ບຸນປະຈຳປີຂອງເຜົ່າມົ້ງ ແມ່ນງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່,ເປັນສັນຍາລັກແຫ່ງຄວາມສາມັກຄີ,ຄວາມຜູກໝັ້ນໃນວົງສາຄະນາຍາດຂອງປະຊາຊົນເຜົ່າມົ້ງທີ່ຢູ່ຫ່າງໄກໄດ້ມາພົບປະສ້າງສັນ ແລະ ເພື່ອເຮັດພິທີກຳລະນຶກເຖິງບັນພະບູລຸດຂອງວົງສາຄະນະຍາດຕົນ. ເຊິ່ງເຈົ້າກົກເຈົ້າເລົ່າ ໄດ້ນຳພາຊາວເຜົ່າມົ້ງຈັດງານບຸນນໍເປເຈົາ ທີຍິ່ງໃຫຍ່ຂື້ນມາແຕ່ດົນນານ ແລະ ມີຄວາມໝາຍຄວາມສຳຄັນທີ່ສ່ອງແສງເຖິງຮິດຄອງປະເພນີ,ວັດທະນະທຳອັນດີງາມຂອງຊົນເຜົ່າໃນລາວ ໂດຍສະເພາະແມ່ນເຜົ່າມົ້ງ,ເຊິ່ງມີເອກະລັກສະເພາະຂອງເຜົ່າເຊັ່ນ: ການໂຍນໝາກຄອນ,ເປົ່າແຄນ,ການຂັບລຳ,ຍິງໜ້າເກັກ,ຕີໝາກຂ່າງ,ເປົ່າຂຸ່ຍ ແລະ ເປົ່າໃບໄມ້. ຊົນເຜົ່າມົ້ງເປັນ ຊົນເຜົ່າ ໜຶ່ງໃນ 50 ຊົນເຜົ່າໃນວົງຄະນາຍາດແຫ່ງຊາດລາວຈັດຢູ່ໃນ ໝວດພາສາມົ້ງ...

5 ບ້ານກຸ່ມນໍ້າແທ້ ເມືອງຄໍາ ແຂວງຊຽງຂວາງ ໄດ້ຖືກຮັບຮອງເປັນຄອບຄົວ ແລະ ບ້ານສາມັກຄີປອງດອງ

ຢູ່ທີ່ສະໂມສອນບ້ານນໍ້າທຸ່ມ ເມືອງຄໍາ ແຂວງຊຽງຂວາງ ໄດ້ຈັດພິທີປະກາດຮັບຮອງເອົາ 5 ບ້ານ ເມືອງຄຳຄື: ບ້ານໂພນຂາມ, ບ້ານ ໂພນແຈ້ງ, ບ້ານ ນ້ຳທຸ່ມ, ບ້ານ ຜາຫານ ແລະ ບ້ານໂພນໂຮມ ເປັນບ້ານສາມັກຄີປອງດອງຂື້ນຢ່າງເປັນທາງການ....

ກອງປະຊຸມກອງເລຂານຸການຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທໄທ-ລາວ ຄັ້ງທີ 26

ກອງປະຊຸມກອງເລຂານຸ ການຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ຄັ້ງທີ 26 ໄດ້ຈັດຂຶ້ນຢູ່ທີ່ ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ສປປ ລາວ. ໂດຍການເປັນປະທານ ຮ່ວມຝ່າຍລາວນຳໂດຍທ່ານພົນ ຈັດຕະວາ ສີພັນ...

ສະເຫຼີມສະຫຼອງວັນສ້າງຕ້ັງໂຮງຮຽນສິລະປະສຶກສາ ຄົບຮອບ 37 ປີ

ທີ່ວິທະຍາໄລສິລະປະສຶກສາ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕ້ັງໂຮງຮຽນສິລະປະສຶກສາ ຄົບຮອບ 37 ປີ , ວັນສ້າງຕັ້ງໂຮງຮຽນສ້າງຄູສິລະປະສຶກສາ ຄົບຮອບ 31ປີ ແລະ ຄົບຮອບການປະກາດເປັນວິທະຍາໄລ ສິລະປະສຶກສາ ຄົບຮອບ 10 ປີພໍດີ. ໂດຍງານໄດ້ສຳເລັດລົງຢ່າງຈົບງາມເປັນທີ່ຮຽບຮ້ອຍ ພາຍໃຕ້ການໄດ້ຮັບກຽດເປັນປະທານໂດຍ ທ່ານນາງ...

ທີມເຕັ້ນເຊຍລີດດິງ ຈາກ ມຊ ຍາດໄດ້ອັນດັບ 4 ຈາກການແຂ່ງຂັນເຕັ້ນເຊຍລີດດິງ ຄອນເທດ ຄັ້ງທີ 8 ປະຈໍາປີ 2019

ການແຂ່ງຂັນເຕັ້ນເຊຍລີດດິງ ຄອນເທດ ຄັ້ງທີ 8 ປະຈໍາປີ 2019 ຮອບຊີງຊະນະເລີດຊີງຂັນປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ຈັດຂຶ້ນທີ່ສູນການຄ້າໄອເຕັກມໍ (ຊັ້ນ 7) ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມພິທີຂອງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ,ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ມີທ່ານ ຄໍາແສນ ສຸດທະວົງ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ,ມີຜູ້ຕາງໜ້າຈາກບໍລິສັດເບຍລາວ, ບັນດາແຂກທີ່ຖືກເຊີນ, ຄະນະກໍາມະການຕັດສິນ, ພະນັກງານ, ຄູ-ອາຈານ, ຄູຝຶກ ແລະຜູ້ເຂົ້າແຂ່ງຂັນ 18ທີມ ພ້ອມດ້ວຍກອງເຊຍແຕ່ລະທີມເຂົ້າຮ່ວມຢ່າງຄຶກຄື້ນ. ກ່ອນເລີ່ມການແຂ່ງຂັນ ທ່ານ ບົວລານ...

ໂອກາດ ແລະ ສິ່ງທ້າທາຍ ການໝູນໃຊ້ລະບົບດີຈິຕອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ

ກະຊວງແຜນການ ແລະ ການລົງທຶນ ສົມທົບກັບກະຊວງໄປສະນີ, ໂທລະ ຄົມມະນາຄົມ ແລະ ການສື່ສານ ແລະ  ທະນາ ຄານໂລກ ໄດ້ຮ່ວມກັນຈັດກອງປະຊຸມສຳມະນາຂື້ນທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ “ໂອກາດ ດີຈີຕອນເພື່ອເພີ່ມ  ການແຂ່ງຂັນໃນອະນາຄົດ” ໃຫ້ກຽດເປັນປະທານຮ່ວມ ໂດຍ ທ່ານ ປອ ກິແກ້ວ...

ເຈົ້າຂອງຫຼຽນຄຳ ຊີເກມ 5 ສະໄໝ ຮັບກຽດຖືທຸງຊາດນຳທັບນັກກິລາລາວ

ທ້າວ ສຸລະສິດ ຄຳວົງສາ ທັບ​ນັກ​ກິ​ລາ​ເປ​ຕັງ​ທີມ​ຊາດ​ລາວ ທັງຄູສອນກິລາ ຈາກໂຮງຮຽນພອນສະຫວັນກິລາ-ກາຍະກຳ (ຮພກ) ແລະ ທັງເປັນເຈົ້າຂອງຫຼຽນຄຳ ງານກິລາຊີເກມ 5 ສະໄໝ ແລະ ອະດີດແຊ໋ມຫຼຽນຄຳ ງານກິລາເປຕັງ ຊີງແຊ໋ມອາຊີປາຊີຟິກ ຄັ້ງທີ...

ພ້ອມ​ອັດ​ສີດເງິນ​ໂບ​ນັດ​ມະ​ຫາ​ສານ ໃຫ້ນັກ​ກິ​ລາ​ວູ​ຊູ​ລາວ ທີ່ຄວ້າ​ຫຼຽນ​ຄຳ ຊີ​ເກມ ທີ່​ຟິ​ລິບ​ປິນ

ທ່ານ ອຸດົມສັກ ອຸດົມທອງກະເສມ ປະ​ທານ​ສະ​ຫະ​ພັນ​ກິ​ລາ​ວູ​ຊູ​ແຫ່ງ​ຊາດ​ລາວ ກ່າວວ່າ: ທັບນັກກິລາວູຊູທີມຊາດລາວ ຊຸດນີ້ ແມ່ນເປັນຊຸດທີ່ກຽມໂຕມາດີທີ່ສຸດ ດີກວ່າ​ທຸກ​ປີ​ທີ່​ຜ່ານ​ມາ ກ່ອນຈະເຂົ້າຮ່ວມງານດັ່ງກ່າວ ກໍ​ໄດ້​ສົ່ງ​ນັກ​ກິ​ລາໄປເກັບຕົວຝຶກຊ້ອມໃນໄລຍະ 1 ເດືອນ ຢູ່ທີ່ສປ ຈີນ ຜ່ານການຝຶກຝົນຫຼໍ່ຫຼອມຂອງທຸກໆຄົນກໍເຫັນວ່າສະພາບຮ່າງກາຍຈິດໃຈ ແລະ...