Articles by

InsideLaos

Online Journalists at insidelaos.com.

ສະ­ຫະ­ພັນ​ກຳ­ມະ­ບານ​ລາວ ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ

ກອງ​ປະ­ຊຸມ​ເປີດ​ກວ້າງ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ສະ­ຫະ­ພັນ​ກຳ­ມະ­ບານ​ລາວ (ສກລ) ຄັ້ງ​ທີ 5 ສະ­ໄໝ​ທີ VII ຈັດ​ຂຶ້ຢູ່​ສູນ​ກາງ ສກລ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ປ້ານ ນ້ອຍ​ມະ­ນີ ປະ­ທານ​ສູນ​ກາງ ສກລ ມີ​ທ່ານ ບຸນ​ທອງ ຈິດ​ມະ­ນີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ...

ສະໝັກໄດ້!!! ຮຽນຟຣີ ມີວຽກຮອງຮັບ ນຳສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ

ໃຜທີ່ກຳລັງຢາກຫາວຽກເຮັດເປັນຫຼັກເປັນແຫຼ່ງ, ບໍ່ຈຳເປັນຮຽນສູງກໍ່ໄດ້ຂໍພຽງອ່ານໄດ້ຂຽນເປັນມີຄວາມຂະຫຍັນກໍ່ເຮັດໄດ້ ຫາເງິນເອງບໍ່ຕ້ອງເພິ່ນພາຄົນອື່ນ ຫຼື ເປັນພາລະໃຫ້ຄອບຄົວ ແອັດກຳລັງໝາຍເຖິງການຮຽນຮູ້ເຮັດວິກຜົມນຳສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ກັບບໍລິສັດ ລາວຄວາລີຕີ ຈຳກັດ ຫຼັງຈາກຈົບເຂົ້າບັນຈຸໃນໂຮງງານໃຫ້ເລີຍ! ໂດຍອີງໃສ່ ແຈ້ງການ ຂອງສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ສະບັບເລກທີ 1049/ສພລກ, ລົງວັນທີ 30/ 10/...

ສປປ ລາວ ອາດເປັນປະເທດໜຶ່ງທີ່ີສົ່ງອອກເຂົ້າສານ ຫຼາຍທີ່ສຸດໃນປະເທດອາຊຽນ

ນັກທຸລະກິດຈາກປະເທດມຽນມາ ໄດ້ໃຫ້ສຳພາດຕໍ່ທີມງານວຽງຈັນທາຍໃນມື້ວັນເສົາທີ 2 ພະຈິກ 2019 ທີ່ຜ່ານມາວ່າ : ສປປ ລາວ ອາດຈະເປັນໜຶ່ງຂອງບັນດາປະເທດທີ່ສົ່ງອອກເຂົ້າສານຫຼາຍທີ່ສູດໃນອາຊຽນ ຍ້ອນຍັງມີເນື້ອທີ່ດິນປູກເຂົ້າເປັນຈໍານວນຫຼາຍ ແລະ ຍັງອຸດົມສົມບູນບໍ່ຈຳເປັນຕ້ອງໃຊ້ສານເຄມີໃນການປູກພືດດັ່ງກ່າວ. ໃນອານາຄົດເຊື່ອວ່າ ປະເທດລາວມີຄວາມສາມາດປູກເຂົ້າເປັນສິນຄ້າເພື່ອສົ່ງອອກໄດ້ຫຼາຍກວ່າທີ່ຜ່ານມາ ແລະ ຖ້າຫາກໄດ້ຮັບການສົ່ງເສີມຢ່າງຈິງຈັງ...

ຫາລືການສົ່ງເສີມການຜະລິດພືດຜັກ ແລະ ການເຂົ້າເຖິງຕະຫຼາດ

ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ການ​ສົ່ງ­ເສີມ​ການ​ຜະ­ລິດ​ພືດ​ຜັກ ແລະ ການ​ເຂົ້າ​ເຖິງ​ຕະ­ຫຼາດ ຈັດ​ຂຶ້ນຢູ່​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໂດຍ​ມີ​ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ ນວ ທ່ານ ເບີ​ລິນ ເພັດ​ຈັນ­ທະ​ຣາດ ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ...

ເປົ້າໝາຍສຳຄັນ ໃນການພັດທະນາຂະແໜງ ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ (ຍທຂ)

ກອງ​ປະ­ຊຸມ​ຂະ­ແໜງ​ພື້ນ­ຖານ​ໂຄງ​ລ່າງ ຄັ້ງ​ທີ 12 ທີ່​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ (ຍທຂ) ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ມີ​ທ່ານ ເກ​ໂຊ​ຕາ​ເກ​ວາ​ກາ ເອກ​ອັກ­ຄະ­ລາ­ຊະ­ທູດ​ຍີ່­ປຸ່ນ​ປະ­ຈຳ​ລາວ. ພ້ອມ​ດ້ວຍ​ຜູ້­ຕາງ­ໜ້າ​ຫ້ອງ­ການ​ພັດ­ທະ­ນາ​ອາ­ຊີ​ປະ­ຈຳ​ລາວ ຊ່ຽວ­ຊານ​ອາ­ວຸ­ໂສ​ດ້ານ​ໂຄງ​ລ່າງ​ພື້ນ­ຖານ...

ເຝິກອົບຮົມ ແລະ ເປີດນຳໃຊ້ປ່ອງບໍລິການວີຊາອອນລາຍຢູ່ແຂວງສະຫວັນນະເຂດ

ພິທີເຝິກອົບຮົມ ແລະ ເປີດນຳໃຊ້ປ່ອງບໍລິການວີຊາອອນລາຍຢູ່ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢາງເປັນທາງການໃນວັນທີ 4-5 ພະຈິກ 2019 ເພື່ອເປັນທາງເລືອກໃໝ່ໃຫ້ແກ່ຄົນຕ່າງປະເທດ, ໂດຍແນໃສ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ກໍ່ຄືການໄປມາຫາສູ່ລະຫວ່າງຄົນລາວ ແລະ ຄົນຕ່າງປະເທດໃຫ້ມີການຂະຫຍາຍຕົວຍິ່ງໆຂຶ້ນ. ໂດຍການເຂົ້້າຮ່ວມຂອງທ່ານ ພັທ ຈັນທາ ແສນສຸລິວົງ ຮອງກອງບັນຊາການ ປກສ...

ເມືອງບໍ່ແຕນ ເປັນເມືອງຂາດດຸນງົບປະມານ ລາຍຮັບ ບໍ່ກຸ້ມ ລາຍຈ່າຍ

ທ່ານ ຊົມພູ ລຽງໄຊ ຫົວໜ້າຫ້ອງການ ການເງິນເມືອງບໍ່ແຕນ ໄດ້ເປິດເຜີຍໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ລາຍຮັບ-ລາຍຈ່າຍ ງົບປະມານແຫ່ງລັດ 9 ເດືອນ ແລະ ທິດທາງແຜນການມາດຕະການວຽກງານຈຸດສຸມ 3 ເດືອນທ້າຍປີ2019 ທີ່ສຳເລັດລົງໃນທ້າຍເດືອນຕຸລາ ທີ່ຜ່ານມານີ້. ວ່າເມືອງບໍ່ແຕນໄດ້ຮັບໂຕເລກ ລາຍຮັບ-ລາຍຈ່າຍ...

ສົ່ງເສີມໃຫ້ຊາວສວນປູກກາເຟສາຍພັນ ຕີປີກ້າ ໃຫ້ຫຼາຍຂຶ້ນ

ເພື່ອ​ຊຸກ­ຍູ້-ສົ່ງ­ເສີມ​ຊາວ​ສວນ ໂດຍ​ສະ­ເພາະ ຊາວ​ສວນ​ເມືອງ​ປາກ​ຊ່ອງ ແຂວງ​ຈຳ­ປາ​ສັກ ປູກ​ກາ­ເຟ​ນ້ອຍ (ສາຍ​ພັນ​ຕີ​ປີ​ກ້າ) ໃຫ້​ຫຼາຍ​ຂຶ້ນ ທັງ​ສາ­ມາດ​ຮັບ­ປະ­ກັນ​ດ້ານ​ປະ­ລິ­ມານ ຄຸນ​ນະ​ພາບ ມີ​ຄວາມ​ຍືນ​ຍົງ ແລະ ສາ­ມາດ​ສ້າງ​ລາຍ​ຮັບ​ໃຫ້​ເຂົາ­ເຈົ້າ​ນັບ​ມື້​ຫຼາຍ​ຂຶ້ນ ບໍ­ລິ­ສັດ GP Lao ຈຶ່ງ​ໄດ້​ຮ່ວມ​ມື​ກັບ​ສະ­ຫະກອນ​ຊາວ​ສວນ​ໃຈ​ກາ­ເຟ ເພື່ອ​ຊຸກ­ຍູ້​ການ​ປູກ​ກາ­ເຟ​ສາຍ​ພັນ​ຕີ​ປີ​ກ້າ​ໃຫ້​ຫຼາຍ​ຂຶ້ນ...