Articles by

Soukanya InsideLaos

4 ສະໝຸນໄພ “ແກ້ເຈັບຄໍ”

ອາການເຈັບຄໍ ມັກເກີດຈາກຫຼາຍສາເຫດ ບໍ່ວ່າຈະເປັນການທີ່ເຮົາກິນຂອງເຢັນຫຼາຍ, ມີເຊື້ອແບັກທີເຣຍສະສົມຢູ່ໃນລຳຄໍ, ສະພາບອາກາດປ່ຽນແປງ...ເຊິ່ງມັນອາດເປັນສາເຫດ ທີ່ເຮັດໃຫ້ເຮົາເກີດອາການເຈັບຄໍໄດ້, ມື້ນີ້ ເຮົາມີ 4 ສະໝຸນໄພໃກ້ໂຕ ທີ່ສາມາດບັນເທົາອາການແກ້ເຈັບຄໍໄດ້ ຄື: ຂີງ, ກະທຽມ, ຂີ້ໝິ້ນ ແລະ ຫົວຜັກບົ່ວ.

ລະວັງ! 5 ໂຣກ ທີ່ມາພ້ອມກັບລະດູໜາວ

ລະດູໜາວ ນອກຈາກຈະນຳເອົາຄວາມເຢັນສົດຊື່ນມາໃຫ້ເຮົາໄດ້ສຳພັດແລ້ວ ແຕ່ຍັງແຟງດ້ວຍໂຣກໄພຕ່າງໆ ມາພ້ອມ ໂດຍສະເພາະແມ່ນ ເຊື້ອໄວຣັສ ແລະ ແບັກທີເຣຍ, ເຊິ່ງມື້ນີ້ ເຮົາຈະມາບອກກ່ຽວກັບ 5 ໂຣກ ທີ່ມາພ້ອມກັບລະດູໜາວ ທີ່ເຮົາຄວນລະວັງ.

6 ວິທີ ຊ່ວຍຫຼຸດບັນຫາໜ້າລອກໃນຍາມໜາວ

ອາກາດເລີ່ມໜາວແລ້ວ ຫຼາຍທ່ານຄົງມີບັນຫາກ່ຽວກັບຜິວ ບໍ່ວ່າຈະເປັນ ຜິວແຫ້ງ, ຜິວແຕກ, ຜິວລອກ ໂດຍສະເພາະແມ່ນສາວໆ ເຊິ່ງເຮັດໃຫ້ເກີດຜົນເສຍຕໍ່ຜິວ ແລະ ອາດເຮັດໃຫ້ເຮົາບໍ່ມີຄວາມໝັ້ນໃຈໃນໂຕເອງ ເວລາທີ່ອອກໄປຂ້າງນອກ ດັ່ງນັ້ນ, ເຮົາມີວິທີຊ່ວຍຫຼຸດບັນຫາ ຜິວລອກ ໃນ  ໜ້າໜາວມາຝາກກັນ ໂດຍສະເພາະແມ່ນ “ຜິວໜ້າ” ເຊິ່ງມີວິດັ່ງຕໍ່ໄປນີ້:  

ກິນ ຜັກ+ໝາກໄມ້ 10 ຊະນິດຕໍ່ມື້ ຊ່ວຍໃຫ້ອາຍຸຍືນ

ລາຍງານໃນ ວາລະສານ ລະບາດວິທະຍານານາຊາດ ອ້າງອີງຜົນວິໄຈຂອງ ດຣ. ດາຟິນ ແອນເນ ນັກວິໄຈ ຈາກມະຫາວິທະຍາໄລ ລອນດອນ ກ່ຽວກັບລະບົບເຜົາຜານອາຫານໃນຮ່າງກາຍໃນກຸ່ມໂຕຢ່າງ 95 ຄົນ ທີ່ມັກກິນຜັກ ແລະໝາກໄມ້ເປັນປະຈຳ ເປີດເຜີຍວ່າ: “ພວກເຂົາຈະເສຍຊີວິດກ່ອນໄວອັນຄວນໜ້ອຍລົງ ຄິດເປັນຈຳນວນປະມານ 7,8 ລ້ານຄົນຕໍ່ປີ ຖ້າຫາກກິນຜັກ ແລະ ໝາກໄມ້ຫຼາຍກວ່າ 10 ຊະນິດຕໍ່ມື້.”

ໜຶ່ງດຽວໃນລາວ ຕ່ຳພົມດ້ວຍມື

ສິລະປະການຕ່ຳພົມດ້ວຍມື ຈາກ ມະຫັດສະຈັນຕ່ຳພົມລາວ ຖືວ່າເປັນງານສືມືໜຶ່ງດຽວໃນລາວ ທີ່ໃຊ້ວັດຖຸດິບ ໄໝມ້ອນມາຕ່ຳເປັນພົມ ເຊິ່ງເຮັດໃຫ້ຜົນງານທີ່ໄດ້ອອກມາ ມີຄວາມງົດງາມ, ເປັນເອກະລັກ ແລະ ມີຄຸນຄ່າສູງ.

ໃສ່ໃຈໃນການກິນ ອາການຍື່ງທ້ອງບໍ່ຖາມຫາ

ອາການຍື່ງທ້ອງ ສາມາດເກີດຂຶ້ນໄດ້ກັບທຸກເພດທຸກໄວ ຊຶ່ງເຖິງແມ່ນວ່າ ມັນບໍ່ແມ່ນເຊື້ອໂຣກ ແລະ ບໍ່ໄດ້ເປັນສາເຫດໃຫ້ເຖິງແກ່ຊີວິດໄດ້ໂດຍກົງ ແຕ່ອາການເລັກໆ ນ້ອຍໆ ນີ້ກໍເຮັດໃຫ້ເຮົາຮູ້ສຶກບໍ່ສະບາຍໂຕ, ສົ່ງຜົນກະທົບຕໍ່ການດຳເນີນຊີວິດໄດ້.

ຂຸນພິທັກ ຜູ້ຫຼົງໄຫຼໃນການປັກດິ້ງລາຍລາວ

ຂຸນພິທັກ ລາຕີສະຫວັດ, ໄວ 29 ປີ ເປັນອີກຄົນໜຶ່ງທີ່ຫຼົງໄຫຼໃນວັດທະນະທຳລາວມາແຕ່ຍັງນ້ອຍ ໂດຍສະເພາະ ແມ່ນການອອກແບບປັກດິ້ງລວດລາຍລາວ ທີ່ສື່ໃຫ້ເຫັນເຖິງວິຖີຊີວິດການເປັນຢູ່ຂອງຄົນລາວໃນອາດີດ ຈົນຮອດປັດຈຸບັນ.

ສູນຮຽນຮູ້ ທັກສະການຜະລິດແພໃໝລາວແບບດັ່ງເດີມ.

ສູນວັດທະນະທຳ ແລະ ການສຶກສາ ພື້ນເມືອງ ລາວ-ຍີ່ປຸ່ນ ທີ່ຕັ້ງຢູ່ບ້ານ ໜອງທາໃຕ້, ເມືອງ ຈັນທະບຸລີ, ນະຄອນຫຼວງ ວຽງຈັນ ເປັນສູນການຮຽນຮູ້ກ່ຽວກັບວັດທະນະທຳຂອງລາວ ໂດຍສະເພາະແມ່ນການຮຽນຮູ້ທາງດ້ານທັກສະການຜະລິດຜ້າໄໝລາວ ແບບດັ້ງເດີມ ທີ່ສືບທອດກັນມາແຕ່ບູຮານນະການ ເຊິ່ງນຳໃຊ້ວັດຖຸດິບຈາກລາວໂດຍກົງ ແລະ ປອດສານພິດ ໂດຍສະເພາະແມ່ນການ ຍ້ອມສີທຳມະຊາດ.