Articles by

Soukanya InsideLaos

ຜາພຣະ ບ້ານປາກງາວ ສະຖານທີ່ສັກສິດ ຄູ່ເມືອງ ຫ້ວຍຊາຍ

ຜາພຣະ ທີ່ຕັ້ງຢູ່ບ້ານ ປາກງ້າວ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ເປັນສະຖານທີ່ທ່ອງທ່ຽວ ທາງວັດທະນະທຳທີ່ສັກສິດ ແລະ ມີທຳມະຊາດທີ່ໜ້າທ່ອງທ່ຽວ ປະສົມປະສານກັບວັດທະນະທຳໄດ້ຢ່າງກົມກືນ ເຊິ່ງຢູ່ຫ່າງຈາກ ຕົວເມືອງ ຫ້ວຍຊາຍ ປະມານ 15 ກິໂລແມັດ.

ຊື່ນຊົມຜົນງານ! ນ້ອງພອນທະວີ ຊ່າງແກະສະຫຼັກຍິງ ຈາກສະຖາບັນວິຈິດສິນແຫ່ງຊາດ.

ນາງ ພອນທະວີ ແສງສຸລີ (ພອນ), 27ປີ, ນັກສຶກສາປີສຸດທ້າຍ ສາຂາ ແກະສະຫຼັກ, ສະຖານບັນວິຈິດສິນແຫ່ງຊາດ ເວົ້າໄດ້ວ່າ ເປັນແມ່ນຍິງລາວ ອີກຄົນ ໜຶ່ງທີ່ມັກຮັກໃນສາຍວິຈິດສິນ ໂດຍສະເພາະແມ່ນການແກະສະຫຼັກ ເຊິ່ງເຂົາໄດ້ສ້າງ ຜົນງານອອກມາຫຼາກຫຼາຍຜົນງານ ຈາກແນວຄວາມຄິດຂອງເຂົາເອງ.

ສະຖານທູດໄທ ຈັດກິດຈະກຳ ແລະ ມອບທຶນ ໃຫ້ສະມາຄົມແມ່ຍິງພິການລາວ.

ໃນວັນທີ 3 ສິງຫາ 2022 ຜ່ານມາ ຢູ່ທີ່ ສະມາຄົມແມ່ຍິງພິການລາວ, ນະຄອນຫຼວງ ວຽງຈັນ ສະຖານທູດໄທ ປະຈຳລາວ ໄດ້ຈັດພິທີມອບການສະໜັບສະໜູນກິດຈະກຳ ຝຶກອົບຮົມພັດທະນາທັກສະວິຊາຊີບໃຫ້ແກ່ ສະມາຄົມແມ່ຍິງພິການລາວ ເພື່ອສະເຫຼີມພະກຽດສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ເນື່ອງໃນໂອກາດມະຫາມຸງຄຸນສະເຫຼີມພະຊົນມະພັນສາ 90 ພັນສາ 12 ສິງຫາ 2022.

ປັບປຸງ ຕາດຈໍ ເມືອງ ຊານໄຊ ຄືນໃໝ່! ຮອງຮັບນັກທ່ອງທ່ຽວ.

າດຈໍ ເມືອງ ຊານໄຊ, ແຂວງ ອັດຕະປື ເປັນອີກສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ສວຍງາມ ເຊິ່ງໃນປັດຈຸປັນ ຜູ້ສຳປະທານຕາດດັ່ງກ່າວ ແມ່ນກຳລັງພວມເອົາໃຈໃສ່ ຈັດສັນ, ປັບປຸງ, ຄຸ້ມຄອງສະຖານດັ່ງກ່າວ ໃຫ້ໄດ້ມາດຕະຖານ ແລະ ເຂົ້າສູ່ຄວາມເປັນລະບຽບສວຍງາມ, ເພື່ອເປົ້າໝາຍດຶງດູດນັກດູດນັກທ່ອງທ່ຽວ ພາຍໃນແຂວງ ແລະ ຕ່າງແຂວງ ໃຫ້ເຂົ້າໄປທ່ຽວຊົມ, ອີກທັງສ້າງວຽກເຮັດງານທຳ ສ້າງລາຍຮັບໃຫ້ປະຊາຊົນພາຍໃນເມືອງໃຫ້ນັບມື້ນັບຫຼາຍຂື້ນ.

ງົດງາມ! ແມ່ຍິງຟ້ອນດວງຈຳປາ ຜົນງານການປັ້ນຈາກ ໜິງໜ໋ອງ ວຽງວິໄລວອນ.

ຮູບປັ້ນແມ່ຍິງລາວ ທີ່ກຳລັງຟ້ອນດວງຈຳປາ ເປັນອີກຜົນງານໜຶ່ງທີ່ໂດດເດັນຂອງທ້າວ ໜິງໜ່ອງ ວຽງວິໄລວອນ, 25 ປີ ນັກສຶກສາປີ 5, ສາຂາປັ້ນຫຼໍ່, ສະຖາບັນວິຈິດສິນແຫ່ງຊາດ ທີ່ເລືອກປັ້ນຫຸ່ນນີ້ເປັນບົດຈົບຊັ້ນປີສຸດທ້າຍ ຫຼື ສິລະປະນິພົນ.

ຈຸດເລີ່ມຕົ້ນຂອງ ເກດມະນີ ສາວວິຈິດສິນ ທີ່ມັກໃນການແຕ້ມ.

ນາງ ເກດມະນີ ແໜ້ນຄຳ, ນັກສຶກສາ ສະຖາບັນວິຈິດສິນແຫ່ງຊາດ ປີ 1 ເປັນແມ່ຍິງອີກຄົນໜຶ່ງ ທີ່ມັກ ແລະ ສົນໃຈໃນສິລະປະການແຕ້ມຮູບພາບ ເຮັດໃຫ້ເຂົາຕັດສິນໃຈເລືອກທີ່ຈະຮຽນໃນສາຍນີ້.

ໄມ້ແຄນຍາວ 37 ແມັດ ອາຍຸ 900 ປີ ທີ່ບ້ານ ນາຍາວ, ແຂວງ ໄຊຍະບູລີ.

ນີ້ແມ່ນ ໄມ້ແຄນບູຮານ ທີ່ຕັ້ງຈັດວາງສະແດງໄວ້ຢູ່ວັດບ້ານ ນາຍາວ, ເມືອງ ແລະ ແຂວງ ໄຊຍະບູລີ. ໂດຍເພິ່ນໄດ້ມີການສັນນິຖານເບື້ອງຕົ້ນວ່າ ມັນມີອາຍຸປະມານ 900 ປີ, ເປັນສີດຳກໍ່າ, ຍາວຢຽດຊື່ດີ, ມີ 2 ຮາກຄືກັບ ແງ່ມຫົວເຮືອຊ່ວງ, ແຕ່ຮາກຂຶ້ນຫາທາງປາຍ ມີລັກສະນະກົມອ້ວຍລ້ວຍ ໂດຍມີຕາພຽງຈຸດດຽວ.

ຈັດງານວາງສະແດງສິລະປະຮ່ວມສະໄໝ ລາວ-ໄທ ສົ່ງເສີມການສຳພັນໄມຕີ 2 ປະເທດ

ເພື່ອເປັນການສົ່ງເສີມການສຳພັນທະໄມຕີ ລະຫວ່າງ 2 ປະເທດ ລາວ-ໄທ ໃນວັນທີ 25 ກໍລະກົດ 2022 ທ່ານ ເຈດສະດາ ກະຕະເວທິນ, ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເປັນປະທານຮ່ວມໃນພິທີເປີດງານວາງສະແດງສິລະປະຮ່ວມສະໄໝ ລາວ-ໄທ ເພື່ອສົ່ງເສີມສຳພັນໄມຕີລະຫວ່າງໄທ ກັບ ສປປ ລາວ ທີ່ສະຖາບັນວິຈິດສິນແຫ່ງຊາດ, ນະຄອນຫຼວງ ວຽງຈັນ.