Articles by

Soukanya InsideLaos

ໄອເດຍດີ ປູກຜັກແບບໃໝ່! ໄດ້ຜົນຜະລິດຕະຫຼອດປີ

ນີ້ແມ່ນໄອເດຍຈາກຊາວກະສິກອນລຸ້ນໃໝ່ ທີ່ໄດ້ເຜີຍເຖິງເຄັດລັບໃນການປູກພືດຜັກໝຸນວຽນທີ່ບໍ່ຄືໃຜ, ສາມາດຫຼຸດຕົ້ນທຶນ ແລະ ປອດສານພິດຫຼາຍຂຶ້ນ ແຕ່ໄດ້ຮັບຜົນຜະລິດທີ່ໜ້າເພິ່ງພໍໃຈ.

ຄວາມຕ້ອງການດ້ານຈິດໃຈ ທີ່ເດັກນ້ອຍຄວນໄດ້ຮັບຈາກຜູ້ໃຫຍ່.

ເດັກນ້ອຍ ມີຄວາມຕ້ອງການທາງດ້ານຈິດໃຈ ທີ່ແຕກຕ່າງກັນໄປຕາມເກນອາຍຸຂອງເຂົາເຈົ້າ ແຕ່ສິ່ງຕໍ່ໄປນີ້ ແມ່ນມີຄວາມຈໍາເປັນ ແລະ ​ເປັນ​ທີ່​ຕ້ອງ​ການ​ສໍາ​ລັບ​ເດັກ​ນ້ອຍ​ທຸກ​ຄົນ​.

ເຈົ້າພົບບັນຫາຫຍັງແດ່? ກັບການໃຊ້ຊີວິດ ໃນເສດຖະກິດແບບນີ້.

ປັດຈຸບັນ ບັນຫາທາງດ້ານເສດຖະກິດຢູ່ໃນ ສປປ ລາວ ໄດ້ສົ່ງຜົນກະທົບໃຫ້ກັບປະຊາຊົນ ຫຼາກຫຼາຍອາຊີບ ຈາກລາຍຮັບທີ່ມີຊ່ຳເກົ່າ ແຕ່ລາຍຈ່າຍຊ້ຳພັດສູງຂຶ້ນກວ່າເກົ່າ ເຊິ່ງຈາກຜົນກະທົບດັ່ງກ່າວນັ້ນ ເຮັດໃຫ້ພວກເຂົາເຫຼົ່ານັ້ນຈຳເປັນຕ້ອງໄດ້ມີການປັບຕົວ ແລະ ຫາວິທີຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນລົງ.

ໂທລະສັບຖືກໃຈ Net Idol ຕ້ອງບາງເບົາ ຈໍແຈ້ງ ຖ່າຍຮູບງາມ!

ຫຼາຍຄົນອາດເບິ່ງວ່າ ວຽກຂອງເນັດໄອດໍຈະຕ້ອງໃຊ້ໂທລະສັບລຸ້ນເຮືອທົງ (Flagship) ແຕ່ສໍາລັບນັກສະແດງ ແລະ ເນັດໄອດໍຄື ອານິຕ້າ ຢາການາກິ ທີ່ມີຜູ້ຕິດຕາມຫຼາຍກວ່າ 50.000 ກວ່າຄົນ, ການເປັນເນັດໄອດໍກໍຄືການນໍາສະເໜີຄວາມເປັນຕົນເອງເທິງຊ່ອງທາງອອນລາຍຜ່ານກ້ອງໂທລະສັບມືຖືໃນຊີວິດປະຈໍາວັນຂອງພວກເຂົາເພື່ອໃຫ້ຜູ້ຕິດຕາມເຫັນເຖິງຄວາມສົດໃສ ແລະ ນໍາສະເໜີຢ່າງຕໍ່ເນື່ອງ.

ສິນຄ້າປະເພດໃດ ທີ່ເຈົ້າຢາກໃຫ້ຜະລິດໃຊ້ເອງພາຍໃນປະເທດ?

ເຊື່ອວ່າຫຼາຍໆທ່ານ ຄົງມີແນວຄວາມຄິດຢາກໃຫ້ລັດຖະບານສົ່ງເສີມນັກທຸລະກິດ ໃຫ້ຜະລິດສິນຄ້າອຸປະໂພກ-ບໍລິໂພກຕ່າງໆ ໄວ້ຊົມໃຊ້ເອງພາຍໃນປະເທດ, ແຕ່ກໍອາດມີຂໍ້ຈຳກັດຫຼາຍຢ່າງທາງດ້ານວັດຖຸດິບທີ່ຈຳເປັນ ເຂົ້າໃນການຜະລິດ ແລະ ມີຕົ້ນທຶນຂ້ອນຂ້າງສູງ ຈຶ່ງເຮັດໃຫ້ບ້ານເຮົາຕ້ອງເພິ່ງການນຳເຂົ້າຈາກຕ່າງປະເທດເປັນສ່ວນຫຼາຍ.

ບ້ານ ພຽງງາມ ຫຼວງນ້ຳທາ ບ້ານຫັດຖະກຳຊົນເຜົ່າໄຕແດງ.

ບ້ານ ພຽງງາມ ເປັນອີກບ້ານໜຶ່ງຢູ່ແຂວງ ຫຼວງນ້ຳທາ ທີ່ໄດ້ຮັບການພັດທະນາເປັນ ສູນຫັດຖະກຳຂອງເຜົ່າໄຕແດງ ໂດຍໄດ້ຮັບທຶນສະໜັບສະໜູນຂອງ ລັດຖະບານນິວຊີແລນ  (NZ ), ເຊິ່ງມີຫ້ອງສາທິດຕ່ຳຫູກສຳລັບຮຽນຮູ້ດ້ານການຕ່ຳຫູກ, ການຍ້ອມສີຜ້າແພ, ມີຮ້ານອາຫານ ແລະ ທີ່ພັກ ( Ecolodge ) ສຳລັບນັກທ່ອງທ່ຽວ, ມີຈຸດຊົມວິວ. ເຊິ່ງໄດ້ເປີດໃຫ້ບໍລິການໃນປີ 2019, ສະຖານທີ່ແຫ່ງນີ້ເໝາະສົມແກ່ນັກທ່ອງທ່ຽວທີ່ມີຄວາມສົນໃຈຮຽນຮູ້ວິຖີການດຳລົງຊີວິດຊົນເຜົ່າ ແລະ ພັກຜ່ອນກັບບັນຍາກາດທີ່ຫງຽບສະຫງົບ.

ປະສົບການລ້ຽງລູກ ຈາກແມ່ມືໃໝ່

ພໍ່ແມ່ ແຕ່ລະຄົນມີວິທີລ້ຽງລູກຂອງຕົນບໍ່ຄືກັນ ແຕ່ມີເປົ້າໝາຍດຽວກັນຄື ຢາກໃຫ້ລູກເປັນຄົນຮູ້ຜູ້ດີ້, ຟັງຄວາມພໍ່ແມ່ ເຊິ່ງມື້ນີ້ ອິນໄຊລາວ ໄດ້ນຳເອົາປະສົບການໃນການລ້ຽງລູກຈາກແມ່ມືໃໝ່ ວ່າພວກເຂົາລ້ຽງລູກແບບໃດ ມາຝາກກັນ.

53 ໂຄງການຄວາມຮ່ວມມື ລາວ-ໄທ ລຸລ່ວງ ພ້ອມສືບຕໍ່ແຜນພັດທະນາອີກຫຼາຍ.

ຣາຊະອານາຈັກໄທ ບັນລຸ 53 ໂຄງການຮ່ວມມືເພື່ອການພັດທະນາ ໃນ ສປປ ລາວ ໄລຍະ 3 ປີ (2020-2022) ໂດຍຄວບຄຸມ 7 ໝວດໝູ່ ເຊິ່ງໄດ້ແກ່ ກະສິກຳ, ການສຶກສາ, ສາທາລະນະສຸກ, ການຄ້າ, ສິ່ງແວດລ້ອມ, ການພັດທະ ນາສັງຄົມ, ແລະ ການພັດທະນາຊັບພະຍາກອນມະນຸດ ພ້ອມວາງແຜນສືບຕໍ່ໂຄງການຕໍ່ເນື່ອງ ໂດຍຍັງຄົງນັ້ນ  ໜັກໃນດ້ານ ການພັດທະນາບຸກຄະລະກອນລາວ ເປັນສ່ວນຫຼາຍ.