Articles by

Soukanya InsideLaos

ອາຫານບຳລຸງ ໄຂ່ຫຼັງ

ບັນຫາກ່ຽວກັບໄຂ່ຫຼັງ ເປັນເລື່ອງທີ່ຢູ່ກັບມະນຸດມາແຕ່ດົນ. ນອກຈາກນີ້ ຜູ້ທີ່ເປັນໂຣກເບົາຫວານ, ໂຣກຫົວໃຈ ແລະໂຣກຄວາມດັນເລືອດສູງ ກໍຍັງມີຄວາມສ່ຽງຕໍ່ການເປັນໂຣກໄຂ່ຫຼັງອີກດ້ວຍ. ແນວໃດກໍດີ ການປັບພຶດຕິກໍາການກິນເລັກໜ້ອຍ ສາມາດຫຼຸດຄວາມສ່ຽງຕໍ່ບັນຫານີ້ໄດ້. ຕໍ່ໄປນີ້ຄືບັນດາອາຫານທີ່ຊ່ວຍບໍາລຸງໄຂ່ຫຼັງ.  

ປ່ວຍເປັນໂຣກໄຂ່ຫຼັງ ຫ້າມກິນ “ໝາກເຟືອງ”

ໝາກເຝືອງ ເຖິງວ່າຈະເປັນໝາກມີທີ່ມີປະໂຫຍດຫຼາຍຢ່າງ ບໍ່ວ່າຈະຊ່ວຍຄວບຄຸມນ້ຳໜັກໄດ້ ແລະ ອື່ນໆ ອີກ, ແຕ່ສຳລັບຜູ້ທີ່ເປັນ ໂຣກກ່ຽວກັບໝາກໄຂ່ຫຼັງ ຫຼື ໂຣກໄຕ ແມ່ນຫ້າມກິນໝາກເຟືອງ, ເນື່ອງຈາກວ່າ ໃນໝາກເຟືອງມີ ໂພແທສຊຽມ ສູງ (Potassium) ເຊິ່ງຈະສົ່ງຜົນຕໍ່ການເຮັດວຽກຂອງໝາກໄຂ່ຫຼັງ ແລະ ມີສານ ອອກຊາເລຕ (Oxalate) ປະລິມານສູງ ເຊິ່ງຈະໄປຈັບກັບ ແຄລຊຽມ ແລ້ວຕົກຕະກອນເປັນກ້ອນນ້ອຍໆທີ່ ໝາກໄຂ່ຫຼັງ ອາດສົ່ງຜົນເຮັດໃຫ້ ໝາກໄຂ່ຫຼັ ງເຮັດວຽກໜັກຂຶ້ນ. 

3 ປັດໄຈຫຼັກ ຖ້າຈະເອີ້ນ ໂຄວິດ-19 ເປັນ ໂຣກປະຈຳຖິ່ນ

ເມື່ອຕົ້ນເດືອນ ມັງກອນ 2022 ທີ່ຜ່ານມາ ກະຊວງສາທາລະນະສຸກຂອງໄທ ໄດ້ປະເມີນສະຖານະການຂອງໂຣກ ໂຄວິດ-19 ພາຍໃນປະເທດວ່າ ເລີ່ມມີຄວາມຊົງຕົວ ພາຍຫຼັງທີ່ມີການຕິດເຊື້ອສູງຂຶ້ນຕັ້ງແຕ່ປີໃໝ່ ແລະ ມີທ່າອ່ຽງທີ່ຈະກາຍເປັນໂຣກປະຈຳຖິ່ນໄດ້ພາຍໃນປີ 2022 ນີ້ ໂດຍພິຈາລະນາຈາກ 3 ປັດໄຈ ຫຼັກຄື: 

ຮູ້ສາເຫດ ກ່ອນປົວອາການເຈັບຄໍຊຳເຮື້ອ

ອາການ ເຈັບຄໍ ຊຳເຮື້ອ ເປັນບັນຫາທີ່ພົບເລື້ອຍໆ ເປັນອາການທີ່ລຳຄານແກ່ຜູ້ປ່ວຍ ແລະ ອາດຈະເຮັດໃຫ້ຜູ້ປ່ວຍຕ້ອງໄປພົບແພດຫຼາຍຄົນເລື້ອຍໆ ເນື່ອງຈາກບໍ່ດີຈັກເທື່ອ, ຜູ້ປ່ວຍບາງຄົນອາດຕ້ອງກິນຢາຕ້ານເຊື້ອເປັນປະຈຳ ແລະ ຫຼາຍຊະນິດ ເປັນໄລຍະເວລາດົນ, ແຕ່ສິ່ງສຳຄັນໃນການຫຼີກເວັ້ນ ຄື ຕ້ອງຫາສາເຫດຂອງອາການເຈັບຄໍຊຳເຮື້ອ ໃຫ້ພົບ ແລະ ປິ່ນປົວຕາມສາເຫດ ອາການຜູ້ປ່ວຍຈຶ່ງຈະຫາຍ ແລະ ມີໂອກາດໜ້ອຍທີ່ຈະກັບມາເປັນອີກ.

ເປີດບໍລິການຄືນແລ້ວ! ລົດເມ 2 ສາຍທາງຫຼັກໃນ ນະຄອນຫຼວງ.

ລັດວິສາຫາກິດ ລົດເມ ນະຄອນຫຼວງ ໄດ້ເລີ່ມກັບມາໃຫ້ບໍລິການແລ່ນລົດເມແກ່ມວນຊົນອີກຄັ້ງ ໃນວັນທີ 2 ກຸມພາ 2022 ພາຍຫຼັງທີ່ຢຸດໃຫ້ບໍລິການໄປຊົ່ວຄາວ ເນື່ອງຈາກຜົນກະທົບ ຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.  

ຄວາມໝາຍ ແລະ ຄວາມສໍາຄັນ ຂອງຄຳວ່າ “ສັງຄະແທນ-ສັງຄະທານ”

ຫຼາຍທ່ານຄົງຈະເຄີຍໄດ້ຍິນຄຳວ່າ “ສັງຄະທານ” ແຕ່ຄຳວ່າ “ສັງຄະແທນ” ຄົງຈະບໍ່ຄຸ້ນຫູພໍປານໃດ ແຕ່ຄວາມຈິງແລ້ວ ຄຳວ່າ ສັງຄະແທນ ແລະ ສັງຄະທານ ແມ່ນມີຄວາມໝາຍຄ້າຍຄືກັນ ແຕ່ອາດຈະໃຊ້ບໍ່ຄືກັນ. 

ຄົນເຫັນແກ່ໂຕ ສ່ຽງ! ໂຣກຊຶມເສົ້າ

ນັກວິໄຈຈາກ ມະຫາວິທະຍາໄລ ແຫ່ງ ອີລີນອຍ ສະຫະລັດ ອາເມຣິກາ ເປີດເຜີຍຜົນການສຶກວ່າ: ໄວໜຸ່ມສາວທີ່ມີຈິດໃຈເຫັນແກ່ຄົນອື່ນຫຼາຍກວ່າໂຕເອງ ມີທ່າອ່ຽງວ່າ ຈະເປັນໂຣກຊຶມເສົ້າໜ້ອຍກວ່າຜູ້ທີ່ເຫັນແກ່ໂຕເອງ. 

3 ເທບພະເຈົ້າ ດ້ານສຸຂະພາບ ທີ່ຊາວຈີນນັບຖື

ຕາມຄວາມເຊື່ອຖືຂອງຊາວຈີນ ຕັ້ງແຕ່ສະໄໝກ່ອນ ຈົນມາເຖິງ ຍຸກປັດຈຸບັນ ແມ່ນມີຄວາມເຊື່ອຖືໃນເລື່ອງຂອງ ເທບພະເຈົ້າ ແລະ ເທບພະເຈົ້າທີ່ຊາວຈີນນັບຖື ກໍມີຫຼາຍອົງ ເຊັ່ນ ເຈົ້າແມ່ກວນອິມ, ເທບພະເຈົ້າກວນອູ, ພະຢູໄລ ແລະ ເທບພະເຈົ້າອີກຫຼາຍອົງ. ແຕ່ສິ່ງທີ່ຢາກນຳສະເໜີໃນມື້ນີ້ແມ່ນ 3 ເທບພະເຈົ້າ ດ້ານສຸຂະພາບ ທີ່ຊາວຈີນນິຍົມບູຊານັບຖື ຄື ຮົ້ວທໍ້ຊຽນຊື, ເຈົ້າແມ່ທັບທິມ ແລະ ຈີ້ກົງ.