Articles by

xaysana InsideLaos

ຄວາມຮູ້ສຶກຂອງຜູ້ກຳກັບ ຮູບເງົາ “ບັງເອີນຮັກ ຂ້ອຍຮັກເຈົ້າ” ທີ່ຈະເຂົ້າສາຍໃນໂຮງຮູບເງົາໄວໆນີ້

"ບັງເອີນຮັກ ຂ້ອຍຮັກເຈົ້າ Loser Lover" ຮູບເງົາ Romantic Comedy ລະຫວ່າງລາວ-ໄທ ຈາກຜູ້ກຳກັບ ຊານເສດ ວິເສດໄຊ ແລະ ວິດທາວິນ ເລີດລັດສະໝີມາລາ ກັບມຸມມອງຂອງຄວາມຮັກຂອງສອງປະເທດທີ່ຢາກນຳສະເໜີຜ່ານຮູບເງົາ ເຊິ່ງຮູບເງົາເລື່ອງນີ້ເປັນການຮ່ວມທຶນສ້າງລະຫວ່າງ 2 ປະເທດ ລາວ ກັບ ໄທ ໂດຍໄດ້ດາລາລາວຊື່ດັງ ລູກນໍ້າ ທິດາລັດ Miss Laos 2011 ແລະ ແຮນນ້າ 4Eve ມາເປັນນັກສະແດງໃນເລື່ອງນີ້.

ມາເບິ່ງວ່າ! Samsung Galaxy A14 4G ແລະ 5G ຕ່າງກັນແນວໃດ

Samsung ເປີດໂຕໂທລະສັບ Galaxy A14 ພ້ອມກັນ 2 ລຸ້ນ ເປັນເວີຊັນ 4G ແລະ 5G ທັງສອງລຸ້ນອອກແບບມາຄ້າຍໆກັນ ເອົາໃຈຄົນມັກຖ່າຍຮູບດ້ວຍ ກ້ອງໜ້າ 13 ລ້ານພິກເຊວ ພ້ອມກັບກ້ອງຫຼັງ 50 ລ້ານພິກເຊວ ມີຄວາມຈຳ Rom 128GB ແລະ ມາພ້ອມກັບ Ram ສູງສຸດ 8GB (Ram ໃນໂຕ 4GB ຂະຫຍາຍໄດ້ອີກ 4GB ຜ່ານຟີເຈີ Ram Plus).

ໃນງານບຸນມະໂຫລານກອງປຶ້ມໃຫຍ່ ມີຫຍັງໜ້າສົນໃຈແດ່.

ເມື່ອກ້າວຂາເຂົ້າມາໃນງານ ທ່ານຈະໄດ້ພົບກັບ ກອງປຶ້ມໃຫຍ່ ສັນຍາລັກຂອງງານທີ່ຢູ່ທາງດ້ານໜ້າ ແລະ ປື້ມຫຼາຍແສນຫົວ ທີ່ຖືກນໍາມາວາງສະແດງ ແລະ ຈັດຈໍາໜ່າຍໂດຍ ບັນກາຮ້ານປື້ມ ແລະ ສໍານັກພິມ ເປັນຕົ້ນແມ່ນ D book, ສອສວ, Siribook, ອໍາມະຕະຂາຍປືື້ມມືສອງ, ຫ້ອງການພັດທະນາປຶ້ມອ່ານ, ດອກເກດ Dokked

Samsung Galaxy S23 Series ເປີດຈຳໜ່າຍຢ່າງເປັນທາງການແລ້ວ ພ້ອມຂໍ້ສະເໜີສຸດພິເສດ

ຊຳຊຸງລາວປະກາດມື້ຈຳໜ່າຍ Galaxy S23 Series ຢ່າງເປັນທາງການ ພ້ອມໃຫ້ສໍາຜັດປະສົບການໃຊ້ງານໄດ້ແລ້ວທຸກລຸ້ນ ທີ່ຕົວແທນຈຳໜ່າຍຊຳຊຸງທົ່ວປະເທດ ໂດຍສໍາລັບຜູ້ທີ່ຊື້ຕັ້ງແຕ່ວັນທີ 06 ມີນາ ຈົນເຖິງວັນທີ 31 ມີນາ 2023 ນີ້ແມ່ນຈະຮັບຂໍສະເໜີພິເສດຈາກຊໍາຊຸງລາວ.

ຮູ້ບໍ່ວ່າ! ວັນມາຄະບູຊາຂອງບາງປະເທດ ບໍ່ແມ່ນວັນດຽວກັນກັບປະເທດລາວ

ວັນມາຄະບູຊາ ເປັນວັນສຳຄັນຂອງວຊາວພຸດ ເຊິ່ງສາເຫດທີ່ຫຼາຍປະເທດມີວັນດັ່ງກ່າວບໍ່ຄືກັບປະເທດລາວ ເນື່ອງຈາກວ່າ ເຮົານັບວັນ ຫຼື ນັບປະຕິທິນຕ່າງກັນນັ້ນເອງ ປະເທດລາວເຮົາຈະນັບວັນຕາມປະຕິທິນສຸລິຍະຄາດ ເຊິ່ງຂຶ້ນ 15 ຄໍ່າເດືອນ 3 ລາວ ປີນີ້ແມ່ນຖືກວັນທີ 5 ກຸມພາ ແຕ່ປະເທດໄທນັບວັນຕາມປະຕິທິນຈັນທະຄາດ ຈະມີການນັບວັນທີແຕກຕ່າງກັນເຮັດໃຫ້ວັນມາຄະບູຊາຂອງໄທໃນປີນີ້ແມ່ນວັນທີ 6 ມີນາ (ຖ້າປີໃດປິຕິທິນໄທ ມີເດືອນອະຣິກກະມາດ ຄືມີ 8 ເດືອນສອງເທື່ອ ຫຼື ປີອາຣິກກະມາດ ກໍຈະເລື່ອນວັນມາຄະບູຊາໄປປະມານໜຶ່ງເດືອນທຽບໃສ່ກັບຂອງປະເທດລາວ.

ບໍລິສັດ ເບຍລາວ ຈໍາກັດ ມອບທຶນການສຶກສາ ທົ່ວປະເທດ

ບໍລິສັດເບຍລາວ ຈໍາກັດ ສືບຕໍ່ ໃຫ້ທຶນການສຶກສາ ແກ່ນ້ອງນັກຮຽນ ລະດັບ ວິທະຍາໄລ ແລະ ມະຫາວິທະຍາໄລ ໃນ 7 ສະຖາບັນການສຶກສາ ຢູ່ ສປປ ລາວ ພາຍໃຕ້ໂຄງການ “ເບຍລາວ ສານຝັນໃຫ້ນ້ອງ 2022”. ໂດຍໃນວັນທີ 14 ກຸມພາ 2023 ຢູ່ທີ່ສະຖາບັນ ວິຈິດສິນແຫ່ງຊາດ ໄດ້ມີພິທີມອບຮັບ ທຶນການສຶກສາ ຈາກບໍລິສັດ ເບຍລາວ ຈໍາກັດ ໃຫ້ນ້ອງ ນັກສຶກສາ ຂອງ ສະຖາບັນດັ່ງກ່າວ ມອບໂດຍທ່ານ ສິດທິໄຊ ເກດຕະວົງ, ຜູ້ອໍານວຍການ ຝ່າຍບໍລິຫານ ແລະ ກິດຈະກໍາ ເພື່ອສັງຄົມ ຂອງບໍລິສັດ ເບຍລາວ ແລະ ມີຄະນະຄູອາຈານ ແລະ ນ້ອງນັກຮຽນ ທີ່ໄດ້ຮັບທຶນ ເຂົ້າຮ່ວມ.

“Valentine Blues” ວັນແຫ່ງຄວາມຮັກໃນອີກມຸມມອງ.

ຫຼາຍຄົນເບິ່ງວ່າ ວັນວາເລນທາຍ ເປັນວັນແຫ່ງຄວາມສຸກ ບາງຄົນອາດຖືວ່າວັນດັ່ງກ່າວຈະເປັນໂອກາດໃນການບອກສິ່ງທີ່ຢູ່ໃນໃຈໄວ້, ແຕ່ຖ້າຫາກວ່າວັນວາເລນທາຍເປັນວັນແຫ່ງຄວາມຮັກ ເປັນຫຍັງເດືອນກຸມພາ ເດືອນແຫ່ງຄວາມຮັກ ຈຶ່ງເປັນເດືອນທີ່ມີການຢ່າຮ້າງ ແລະ ບອກເລີກ ຫຼາຍທີ່ສຸດ.

9 ວິທີທີ່ຜູ້ຊາຍຄວນປະຕິບັດຕໍ່ຜູ້ຍິງ

ຫາກເຈົ້າເປັນຜູ້ຊາຍ ຄວນຄຳນຶງເຖິງສິ່ງທີ່ເຮົາຄວນປະຕິບັດຕໍ່ກັບຜູ້ຍິງທີ່ເຮົາຮັກຢ່າງຖືກວິທີ ເຊິ່ງສິ່ງເຫຼົ່ານັ້ນແມ່ນມີຄວາມສຳຄັນຫຼາຍ ເພາະຖ້າບໍ່ເຮັດເຊັ່ນນັ້ນແມ່ນອາດຈະສູນເສຍຄົນຮັກໄປໄດ້ ສຳລັບວິທີການທີ່ຈະເຮັດໃຫ້ຜູ້ຍິງຮູ້ສຶກມີຄຸນຄ່າ ແລະ ສິ່ງທີ່ເຮົາຄວນປະຕິບັດຕໍ່ກັບຜູ້ຍິງ ຄວນປະຕິບັດດັ່ງນີ້