Monday, March 24, 2025

ມາເບິ່ງວ່າ! Samsung Galaxy A14 4G ແລະ 5G ຕ່າງກັນແນວໃດ

Samsung ເປີດໂຕໂທລະສັບ Galaxy A14 ພ້ອມກັນ 2 ລຸ້ນ ເປັນເວີຊັນ 4G ແລະ 5G ທັງສອງລຸ້ນອອກແບບມາຄ້າຍໆກັນ ເອົາໃຈຄົນມັກຖ່າຍຮູບດ້ວຍ ກ້ອງໜ້າ 13 ລ້ານພິກເຊວ ພ້ອມກັບກ້ອງຫຼັງ 50 ລ້ານພິກເຊວ ມີຄວາມຈຳ Rom 128GB ແລະ ມາພ້ອມກັບ Ram ສູງສຸດ 8GB (Ram ໃນໂຕ 4GB ຂະຫຍາຍໄດ້ອີກ 4GB ຜ່ານຟີເຈີ Ram Plus).

ຫາກເຮົາເບິ່ງພຽງແຕ່ພາຍນອກ ຈະແຍກບໍ່ອອກເລີຍວ່າແມ່ນລຸ້ນໃດ ເພາະທັງສອງມີຄວາມຄ້າຍກັນ ມີໜ້າຈໍສະແດງຜົນແບບ Infinity-V Display ຄວາມລະອຽດ Full HD+ ຂະໜາດ 6,6 ນິ້ວ, ມີຈໍສະແດງຜົນ 90Hz, ມີຄວາມບາງເທົ່າກັນ 9,1 ແລະ ມີແບັດເຕີລີ້ 5.000mAh ຮອງຮັບສາກໄວ 15W ຜ່ານ USB Type-C ພ້ອມນັ້ນ ທັງສອງລຸ່້ນຍັງມີການຕິດຕັ້ງເຊັນເຊີສະແກນລາຍນິ້ວມື.

ເຊິ່ງທັງສອງລຸ້ນມີຄວາມແຕກຕ່າງກັນພຽງເລັກນ້ອຍເທົ່ານັ້ນ ເຊັ່ນ: ອັດຕາການລີເຟດ 60Hz ກັບ 90Hz, ໜ່ວຍປະມວນຜົນ ຫຼື CPU ແລະ ການຮອງຮັບສັນຍານອິນເຕີເນັດ 4G ກັບ 5G. ສ່ວນເລື່ອງຂອງໜ່ວຍປະມວນຜົນ Samsung Galaxy A14 4G ໃຊ້ໜ່ວຍປະມວນຜົນ Exynos 850 ສ່ວນ Samsung Galaxy A14 5G ໃຊ້ໜ່ວຍປະມວນຜົນ MediaTek Dimensity 700.

ສຳລັບລາຄາທີ່ວາງຂາຍ Samsung Galaxy A14 4G ແມ່ນ 5.999 ບາດ (3.000.000 ກີບ) ແລະ Samsung Galaxy A14 5G ແມ່ນ 6.999 ບາດ (3.500.000 ກີບ) ເບິ່ງຂໍ້ມູນຂ້າງເທິງແລ້ວສົມທຽບເບິ່ງວ່າ ເຮົາຈະຊື້ລຸ້ນໃດ ສະເປັກໃດ ຈຶ່ງຈະຄຸ້ມກັບເງິນທີ່ເຮົາມີ.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.