Monday, June 23, 2025
Kbank Laos โอน รับ จ่าย

ຄວາມຮູ້ສຶກຂອງຜູ້ກຳກັບ ຮູບເງົາ “ບັງເອີນຮັກ ຂ້ອຍຮັກເຈົ້າ” ທີ່ຈະເຂົ້າສາຍໃນໂຮງຮູບເງົາໄວໆນີ້

ບັງເອີນຮັກ ຂ້ອຍຮັກເຈົ້າ Loser Lover” ຮູບເງົາ Romantic Comedy ລະຫວ່າງລາວ-ໄທ ຈາກຜູ້ກຳກັບ ຊານເສດ ວິເສດໄຊ ແລະ ວິດທາວິນ ເລີດລັດສະໝີມາລາ ກັບມຸມມອງຂອງຄວາມຮັກຂອງສອງປະເທດທີ່ຢາກນຳສະເໜີຜ່ານຮູບເງົາ ເຊິ່ງຮູບເງົາເລື່ອງນີ້ເປັນການຮ່ວມທຶນສ້າງລະຫວ່າງ 2 ປະເທດ ລາວ ກັບ ໄທ ໂດຍໄດ້ດາລາລາວຊື່ດັງ ລູກນໍ້າ ທິດາລັດ Miss Laos 2011 ແລະ ແຮນນ້າ 4Eve ມາເປັນນັກສະແດງໃນເລື່ອງນີ້.

ທີມງານ ອິນໄຊລາວ ໄດ້ມີໂອກາດສຳພາດຜູ້ກຳກັບຮູບເງົາເລື່ອງນີ້ ເຊິ່ງເຮົາຈະພາໄປໂອ້ລົມກ່ຽວກັບຄວາມເປັນມາ ແລະ ຄວາມຮູ້ສຶກ ລວມເຖິງແຮງບັນດານໃຈໃນການສ້າງຮູບເງົານີ້ຂຶ້ນມາ.

ຈຸດເລີ່ມຕົ້ນໃນການສ້າງຮູບເງົາລະຫວ່າງ ລາວ-ໄທ ບັງເອີນຮັກຂ້ອຍຮັກເຈົ້າ Loser Lover

ຜູ້ກຳກັບ: ຮູ້ສຶກວ່າມີຄວາມຜູກພັນກັບປະເທດລາວ ປະກອບກັບມີຍາດພີ່ນ້ອງທາງລາວນໍາ ແລະ ຍັງຮູ້ສຶກວ່າ ຢູ່ທີ່ລາວມີສິ່ງທີ່ໜ້າຈະຫຼິ້ນ ຫຼື ເອົາມາໃຊ້ກັບໜັງພໍສົມຄວນ ແຕ່ກໍຍັງບໍ່ໄດ້ຖືເຜີຍແຜ່ອອກໄປ ອາດຈະເປັນເລື່ອງຂອງທີ່ກົດລະບຽບ ລວມໄປເຖິງ ທີ່ອຸດອນ ຢູ່ປະເທດໄທກໍຄືກັນ ເພາະທີ່ອຸດອນບໍ່ຕ່າງຈາກວຽງຈັນ ຍັງບໍ່ເຄີຍຖືກນໍາສະເໜີອອກເປັນໜັງ 100%

ແຕ່ເບິ່ງອີກມຸມໜຶ່ງວ່າ ຈະເຮັດແນວໃດໃຫ້ໜັງເປັນ Romantic Comedy ກ່ຽວກັບລະຫວ່າງປະເທດຈະເປັນສ່ວນໃຫຍ່ ກໍເລີຍໄດ້ລົມກັບ ລູກນໍ້າ ເພາະຊ່ວງຕອນນັ້ນ ພວກເຮົາກຳລັງຊອກຫານັກສະແດງຢູ່ລາວ ແລະ ພໍດີເຄີຍຮ່ວມງານກັບນໍ້າ ມາແລ້ວ ໂປຟາຍຂອງນໍ້າກໍຈະເປັນສິ່ງທີ່ສາມາດຮ່ວມງານກັນໄດ້ ແລະ ໂປເຈັກເຮົາກໍເລີ່ມຂຶ້ນມາວ່າ ເປັນການຊອກຫາຄວາມຮັກ, ແລະຍັງເຫັນມີຮູບເງົາເລື່ອງໜຶ່ງ ສະບາຍດີຫຼວງພະບາງ ກໍຄືໄທມາຖ່າຍຢູ່ລາວໃຊ້ຊີວິດຢູ່ລາວ ແຕ່ບາດນິເຮົາເອົາລາວ ໄປໃຊ້ຊີວິດຢູ່ໄທບາດນິ ເຊິ່ງຈະເປັນແພັດຊັນທີ່ໄທກັບມາຊອກຫາ.

ຄວາມຮັກທີ່ຈະນໍາສະເໜີຜ່ານຮູບເງົາເລື່ອງນີ້ ເປັນຄວາມຮັກໃນແບບໃດ

ຜູ້ກຳກັບ: ຄວາມຮັກທີ່ຍາກນໍາສະເໜີ ກໍແມ່ນຄວາມຮັກແຕ່ລະຄົນນິ ມັນຂຽນຄືກັນ ເວົ້າ ຄືກັນ ແຕ່ຄວາມຮູ້ສຶກມັນຕ່າງກັນ ຄວາມຮັກຂອງນາງເອກກໍເປັນອີກຮູບແບບໜຶ່ງ ຂອງພະເອກກໍເປັນອີກຮູບແບບໜຶ່ງມັນເຮັດໃຫ້ເຮົາຢູ່ເປັນເສັ້ນຄູ່ຂະໜານ ບາງຄົນທີ່ບໍ່ເຊື່ອອີ່ຫຍັງເລີຍ ທີ່ບໍ່ເຊື່ອເລື່ອງຂອງສາດແຫ່ງຄວາມເຊື່ອ ແຕ່ເຊື່ອວິທະຍາສາດຫຼາຍກວ່າ, ເຂົາກະເລີຍບອກວ່າ ການທີ່ທັງສອງມາພົບກັນມັນເປັນເລື່ອງບັງເອີນ ຈະໄປໃສມັນກະເປັນເລື່ອງຂອງຄວາມບັງເອີນ ແຕ່ສຳລັບອ້າຍຖ້າມັນເຊື່ອແລ້ວ ມັນກະຄືພົມລິຂິດ.

ມຸກຕະຫຼົກທີ່ນໍາສະເໜີໃນຮູບເງົາ ຄົນລາວເຮົາຈະເຂົ້າໃຈມຸກຫຼືບໍ່

ຜູ້ກຳກັບ: ເຂົ້າໃຈ 100% ເນື່ອງຈາກວ່າ ພາສາຂອງເຮົາສອງພາສາ ພາສາລາວ ກັບ ພາສາໄທ ບໍ່ໄດ້ຕ່າງກັນເລີຍ ແຕ່ຄວາມເຂົ້າໃຈຄື ຄົນລາວຈະເຂົ້າໃຈໃນມຸກ ແລະ ອາລົມຄວາມຮູ້ສຶກຂອງໄທ ເປັນສ່ວນໃຫຍ່, ມີມຸກທີ່ເຮົາສ້າງຂຶ້ນນິປະມານ 90% ໝັ້ນໃຈເລີຍວ່າຈະບໍ່ຄືໃຜ ເພາະລະຫວ່າງສ້າງຮູບເງົາ ບາງເທື່ອເຮົາກະຄິດມຸກສົດໆເລີຍ ເຫັນຫຍັງຢູ່ອ້ອມຂ້າງ ກໍເອົາຈາກຄວາມເປັນຈິງທີ່ຍັງບໍ່ເຄີຍຖືກເອົາອອກມາ ເຊິ່ງຮູບເງົາເລື່ອງນີ້ຖ້າແບ່ງສັດສ່ວນຈະເປັນ Romantic ຈະຢູ່ທີ່ປະມານ 40% ແລະ Comedy ຈະຢູ່ທີ່ 60%.

ກັງວົນກ່ຽວກັບ ເລື່ອງຮູບເງົາຂອງເຮົາອາດຈະບໍ່ມີຄົນເບິ່ງຫຼືບໍ່ ເພາະວ່າມື້ຮູບເງົາເຂົ້າໂຮງແມ່ນຕໍາກັນຮູບເງົາລະດັບໂລກ John Wick 4

ຜູ້ກຳກັບ: ກັງວົນຢູ່ ແຕ່ບໍ່ 100% ເທົ່າໃດ ເພາະຄິດວ່າ ຄົນເຮົາອາດຈະບໍ່ໄດ້ເບິ່ງເລື່ອງດຽວຕະຫຼອດທັງ Season ຕິ! ກໍຈະຕ້ອງມີຄົນມາເບິ່ງໜັງເຮົາແນ່ ແລະ ອີກຢ່າງໜຶ່ງ ໜັງເຮົາເປັນແນວໃໝ່ ຈະແຕກຕ່າງຈາກໄທບ້ານເດິຊີຣີ້, ການຮ່ວມທຶນລະຫວ່າງປະເທດ ເບິ່ງວ່າເປັນໂປເຈັກທີ່ ບໍ່ທຳມະດາ ເພາະວ່າກວ່າຈະມີອອກມາເລື່ອງໜຶ່ງທີ່ເປັນຮູບເງົາ ລາວ-ໄທ ຮ່ວມກັນກໍດົນໆເທື່ອໜຶ່ງ ເຊິ່ງຖ້າແບ່ງ Part ຂອງເລື່ອງທີ່ຜ່ານມາເບິ່ງວ່າ ເລື່ອງນີ້ອາດຈະໂປເຈັກບໍ່ໃຫຍ່ປານໃດ ປະມານນັ້ນ.

ຝາກຮູບເງົາ “ບັງເອີນຮັກ ຂ້ອຍຮັກເຈົ້າ Loser Lover”

ຜູ້ກຳກັບ: ສຸດທ້າຍກໍຢາກຝາກພີ່ນ້ອງຊາວລາວ ໃຫ້ມາຮ່ວມເບິ່ງຮູບເງົາເລື່ອງນີ້ ເຊິ່ງທີມງານ ແລະ ດາລານັກສະແດງທຸກຄົນ ຕັ້ງໃຈຫຼາຍໂດຍສະເພາະ ພະເອກກັບນາງເອກ ເຮົາຢາກໃຫ້ພີ່ນ້ອງ ສປປ ລາວ ໄດ້ເຫັນວ່າ ຢູ່ລາວກໍສາມາດຫຼິ້ນໄດ້ຄືກັນ ນັກສະແດງກໍສາມາດ Create ຕາມປະເທດໄທໄດ້  ປະເທດໄທກໍສາມາດຕາມປະເທດລາວໄດ້ ເຊິ່ງຈະເປັນໜັງທີ່ເປັນແນວໃໝ່ກວ່າທີ່ຜ່ານມາ ແລະ ຂອບໃຈທຸກຄົນອີກດ້ວຍ.

ສຳລັບມື້ສາຍຮູບເງົາແມ່ນກົງກັບວັນພະຫັດ ວັນທີ 23 ມີນາ 2023 ເປັນຕົ້ນໄປ ຢ່າລືມໄປເບິ່ງສະໜັບສະໜູນຮູບເງົາທີ່ຄົນລາວເຮົາຮ່ວມສ້າງ ແລະ ສະແດງ ຫຼາຍໆເດີ້.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.