ໃນງານບຸນມະໂຫລານກອງປຶ້ມໃຫຍ່ ມີຫຍັງໜ້າສົນໃຈແດ່.

ເມື່ອກ້າວຂາເຂົ້າມາໃນງານ ທ່ານຈະໄດ້ພົບກັບ ກອງປຶ້ມໃຫຍ່ ສັນຍາລັກຂອງງານທີ່ຢູ່ທາງດ້ານໜ້າ ແລະ ປື້ມຫຼາຍແສນຫົວ ທີ່ຖືກນໍາມາວາງສະແດງ ແລະ ຈັດຈໍາໜ່າຍໂດຍ ບັນກາຮ້ານປື້ມ ແລະ ສໍານັກພິມ ເປັນຕົ້ນແມ່ນ D book, ສອສວ, Siribook, ອໍາມະຕະຂາຍປືື້ມມືສອງ, ຫ້ອງການພັດທະນາປຶ້ມອ່ານ, ດອກເກດ Dokked

ການໄກ, Joylada, ຮ້ານປຶ້ມຮັກອ່ານ, Meedee book, ສູນພາສາຈີນມູ້ຫຼານ, NC Book, ສຳນັກພິມໄວເດັກ, Sujipuli, Book Gardern, Monument Book ແລະ ບັນດາຮ້ານຂາຍອຸປະກອນການສຶກສາ ຮ້ານອາຫານ-ເຄື່ອງດື່ມ  ແລະ ພາກສ່ວນບໍລິການຕ່າງໆ.

ບັນຍາກາດງານໃນມື້ນີ້ແມ່ນເຕັມໄປດ້ວຍຄວາມຄຶກຄື້ນ ປະກອບຫຼາຍກິດຈະກໍາທີ່ດໍາເນີນມາຕະຫຼອດວັນ ເຊັ່ນ:

  • ການເສວະນາ
  • ເວທີເສວະນາ
  • ການສະແດງຟ້ອນ, Cover dance
  • ປະກາດຜົນການປະກວດການແຂ່ງຂັນວິດີໂອສັ້ນ
  • ໂຕ້ວາທີ
  • Learning English With Fun

ໃນມື້ຕໍ່ໄປກໍຍັງຈະມີຫຼາຍ ກິດຈະກໍາ ເປັນຕົ້ນແມ່ນ ການເປີດໂຕປຶ້ມໃໝ່, ການບັນຍາຍ /ເສວະນາ /ໂຕ້ວາທີ ການຟ້ອນ, ການປະກວດວິດີໂອ ? ຮູບພາບ? ລີວິວປຶ້ມ? ຮ້ອງເພງ? ການສະແດງ ກິດຈະກຳແຈກຂອງລາງວັນ.

ບອກໄດ້ເລີຍວ່າທຸກທ່ານທີ່ມາຈະບໍ່ຜິດຫວັງ ນອກຈາກທຸກທ່ານຈະທ່ຽວຊົມບູດ, ຮັບຟັງເສວະນາ, ການສະແດງເທິງເວທີແລ້ວ ຍັງມີອີກຫຼາຍກິດຈະກໍາຈາກບູດໃຫ້ບໍລິການຕ່າງໆ ລວມເຖິງກິດຈະກໍາຖາມ-ຕອບ ຮັບຂອງລາງວັນຈາກສໍານັກພິມດີບຸກ ຮັບຮອງວ່າຈະໄດ້ຮັບທັງຄວາມຮູ້ ແລະ ຄວາມເພີດເພີນຢ່າງແນ່ນອນ.

ງານມະໂຫລານກອງປຶ້ມໃຫຍ່ ແມ່ນຈະຈັດຂຶ້ນທັງໝົດ 5 ວັນ ລະຫວ່າງວັນທີ 8-12 ມີນາ 2023, ສໍາລັບບັນດາທ່ານທີ່ຍັງບໍ່ທັນໄດ້ມາໃນມື້ນີ້  ຍັງມີເວລາຈົນເຖິງວັນຶາທິດ 12 ມີນາ 2023.

ຂ່າວ ແລະ ຮູບພາບຈາກ: ລັດຕິທາ ວົງໄຊ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...