Articles by

xaysana InsideLaos

ພຣະສົງຈາກ ສປປ ລາວ ໄດ້ຮັບ “ລາງວັນສັນຕິພາບໂລກ”

ພຣະສົງຈາກປະເທດ ສປປ ລາວ ໄດ້ຖືກຄັດເລື່ອກໃຫ້ໄດ້ຮັບລາງວັນໃນຄັ້ງນີ້ແມ່ນ ພຣະອາຈານ ປອ.ພວງປະເສີດ ພູມາວົງ ຄະນະບໍລິຫານງານປະຈຳການ, ຮອງຫົວໜ້າກັມມາທິການສຶກສາສົງ ສູນກາງ ອພສ.

ຢາກໄດ້ວຽກ ຕ້ອງໄປງານນີ້! JOB FAIR 2022

ຖືວ່າເປັນໂອກາດດີສຳລັບຄົນທີ່ກຳລັງຫວ່າງວຽກ ເພາະໃນລະຫວ່າງ ວັນທີ 17-20 ພະຈີກ 2022 ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງ ວຽງຈັນ, ກຽມຈັດງານ ນັດພົບແຮງງານ JOB FIRE 2022 ຂຶ້ນ ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງ ວຽງຈັນ, ບ້ານ ໜອງໄຮ, ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ.

ຊຽງຂວາງ ພ້ອມ 100% ໃນການເປັນເຈົ້າພາບຈັດງານ ມະຫະກຳກິລາແຫ່ງຊາດ ຄັ້ງທີ XI

ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ລາຍງານໃຫ້ຮູ້ໃນວັນທີ 11ພະຈິກ 2022 ຜ່ານມານີ້ວ່າ: ປັດຈຸບັນ ແຂວງຊຽງຂວາງ ໄດ້ມີຄວາມພ້ອມ 100% ເພື່ອເປັນເຈົ້າພາບ ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2022 ທີ່ຈະມາເຖິງນີ້ ເຊິ່ງແຂວງຊຽງຂວາງ ໄດ້ມີຄວາມພ້ອມໃນທຸກໆດ້ານ ໂດຍສະເພາະ ດ້ານບຸກຄະລາກອນ, ນັກກິລາ, ສະຖານທີ່ີພັກເຊົາ, ສະບຽງອາຫານ, ສະໜາມແຂ່ງຂັນກິລາ ທຸກປະເພດ ແລະ ອື່ນໆ.

ມາຮູ້ຈັກ ຕີມໍ ເລດເຕ! ປະເທດທີ 11 ທີ່ໄດ້ເຂົ້າເປັນສະມາຊິກອາຊຽນ.

ໃນວັນທີ 11 ພະຈິກ 2022 ທີ່ຜ່ານມາ ໄດ້ມີການປະກາດຮັບເອົາ ປະເທດຕີມໍເລດເຕ ເຂົ້າເປັນປະເທດສະມາຊິກຂອງອາຊຽນຢ່າງເປັນທາງການ, ຫຼັັງຈາກທີ່ ປະເທດຕີມໍເລດເຕ ໄດ້ພະຍາຍາມທີ່ຈະຢື່ນຂໍເຂົ້າເປັນສະມາຊິກອາຊຽນ ມາຕັ້ງແຕ່ປີ ຄ.ສ 2011.

ລາວ-ໄທ ຮ່ວມມື! ແບ່ງປັນຂໍ້ມູນສະພາບອາກາດ ປ້ອງກັນອຸທົກກະໄພໃຫ້ດີຂຶ້ນ.

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຝ່າຍມູນນິທິອາສາເພື່ອນເພິ່ງ (ພາ) ຍາມຍາກ ສະພາກາຊາດໄທ ລົງນາມຮ່ວມມືໃນການແບ່ງບັນຂໍ້ມູນຂ່າວສານເຝົ້າລະວັງ ເຕືອນໄພ ແລະ ການບັນເທົາທຸກຈາກບັນຫາອຸທົກກະໄພ ແລະ ມອບສະຖານີວັດແທກລະດັບນໍ້າ ແລະ ສະພາບອາກາດຈຳນວນ 11 ສະຖານີໃຫ້ລາວເຮົາ.

ບຸນທາດຫຼວງ ປີນີ້! ຍັງພົບເຫັນ ການແຫກກະເປົາ ເກີດຂຶ້ນ

ບຸນທາດຫຼວງ 5 ວັນທີ່ຜ່ານມາ ເກີດເຫດປາດົດການຫຍໍ້ທໍ້ ລວມທັງໝົດ 3 ເລື່ອງ ໃນນັ້ນມີ ແຫກກະເປົາ 2 ເລື່ອງ ແລະ ລ້ວງກະເປົາ 1 ເລື່ອງ.

ບໍ່ດີເທົ່າທີ່ຄິດ! ຈາກຜົນການສຳຫຼວດ ພົບວ່າ ຜູ້ໃຊ້ງານ Windows 11 ມີພຽງແຕ່ 15%

ມີການສຳຫຼວດຈາກທົ່ວໂລກ ພົບຜູ້ໃຊ້ Windows 11 ມີພຽງແຕ່ 15% ເທົ່ານັ້ນ ໃນຂະນະທີ່ Windows 10 ມີຫຼາຍກວ່າ 70%.

ຍັງບໍ່ແລ້ວ 12 ຫຼັງ! ໂຄງການກໍ່ສ້າງເຮືອນຢູ່ຖາວອນໃຫ້ຜູ້ປະສົບໄພພິບັດຢູ່ ເມືອງ ສະໜາມໄຊ

ໂຄງການກໍ່ສ້າງເຮືອນຢູ່ຖາວອນຈໍານວນ 700 ຫຼັງ ມູນຄ່າ 24 ລ້ານ 5 ແສນໂດລາສະຫະລັດ ດ້ວຍທຶນຊົດເຊີຍບໍລິສັດຜູ້ພັດທະນາໂຄງການ ມາຮອດປະຈຸບັນປະຕິບັດສໍາເລັດໄປແລ້ວຫຼາຍກວ່າ 99% ເຂົ້າຢູ່ທັງໝົດແລ້ວ 688 ຫຼັງ ແລະ ຍັງເຫຼືອພຽງແຕ່ 12 ຫຼັງເທົ່ານັ້ນ ທີ່ຍັງກໍ່ສ້າງບໍ່ທັນສໍາເລັດ.