ຂໍຂອບໃຈນຳຜູ້ສະໜັບສະໜູນ

ມີການສຳຫຼວດຈາກທົ່ວໂລກ ພົບຜູ້ໃຊ້ Windows 11 ມີພຽງແຕ່ 15% ເທົ່ານັ້ນ ໃນຂະນະທີ່ Windows 10 ມີຫຼາຍກວ່າ 70%.

ຈາກຜົນການສຳຫຼວດຂອງ Statcounter ໄດ້ໃຫ້ຮູ້ວ່າ: ຕົວເລກຜູ້ໃຊ້ງານ Windows ຈາກທົ່ວໂລກ ໃນເດືອນຕຸລາທີ່ຜ່ານມາ ຜູ້ໃຊ້ Windows 10 ມີຫຼາຍເຖິງ 71,29% ເຊິ່ງຫຼດລົງຈາກເດືອນກ່ອນ ບໍ່ຮອດເປີເຊັນ.

ສ່ວນ Windows 11 ເຖິງວ່າຈະເປີດໂຕມາແລ້ວ 1 ປີ ແຕ່ກໍມີຜູ້ໃຊ້ງານພຽງແຕ່ 15,44% ໂດຍເພີ່ມຂຶ້ນມາ 2% ເມື່ອທຽບໃສ່ເດືອນກັນຍາ ແລະ ສຳລັບ Windows ຮຸ່ນອື່ນໆ ກໍຍັງມີຜູ້ໃຊ້ງານຢູ່ເຖິງວ່າ Microsoft ຈະເລີກສະໜັບສະໜູນແລ້ວກໍຕາມ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເຖິງຢ່າງໃດກໍຕາມ ທາງ Microsoft ເຄີຍໄດ້ປະກາດວ່າຈະຢຸດສະໜັບສະໜູນ Windows 10 ໃນວັນທີ 14 ຕຸລາ 2025 ເຊິ່ງເຫຼືອເວລາໃຊ້ງານປະມານ 3 ປີ ຕ້ອງມາຕິດຕາມເບິ່ງນໍາກັນວ່າ Windows 11 ຈະມີຍອດຜູ້ໃຊ້ງານເພີ່ມຂຶ້ນອີກເທົ່າໃດ ແລະ ຈະສາມາດແຊງ Windows 10 ພາຍໃນ 3 ປີໄດ້ຫຼືບໍ່.

ຂໍ້ມູນຈາກ: Statcounter

Hits: 7

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້