ຊຽງຂວາງ ພ້ອມ 100% ໃນການເປັນເຈົ້າພາບຈັດງານ ມະຫະກຳກິລາແຫ່ງຊາດ ຄັ້ງທີ XI

ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ລາຍງານໃຫ້ຮູ້ໃນວັນທີ 11ພະຈິກ 2022 ຜ່ານມານີ້ວ່າ: ປັດຈຸບັນ ແຂວງຊຽງຂວາງ ໄດ້ມີຄວາມພ້ອມ 100% ເພື່ອເປັນເຈົ້າພາບ ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2022 ທີ່ຈະມາເຖິງນີ້ ເຊິ່ງແຂວງຊຽງຂວາງ ໄດ້ມີຄວາມພ້ອມໃນທຸກໆດ້ານ ໂດຍສະເພາະ ດ້ານບຸກຄະລາກອນ, ນັກກິລາ, ສະຖານທີ່ີພັກເຊົາ, ສະບຽງອາຫານ, ສະໜາມແຂ່ງຂັນກິລາ ທຸກປະເພດ ແລະ ອື່ນໆ.

ສຳລັບສະໜາມຮັບໃຊ້ການແຂ່ງຂັນກິລາມີທັງໝົດ 5 ຈຸດຄື: ສະໜາມທົ່ງໄຫຫີນ(ເປັນສະໜາມເປີດ-ປິດ ການແຂ່ງຂັນ), ສະໜາມໄຊຊະນະ(ບ້ານໂພນມີໄຊ); ສະໜາມວິທະຍາໄລຄູຄັງໄຂ; ສະໜາມຮົ່ມສວນມອນ (ບ້ານໂງຍ) ແລະ ສະໜາມຍິງປືນ ໂຮງຮຽນນາຍສິບ ປກສ ແຂວງ. ພ້ອມນັ້ນ, ແຂວງຍັງໄດ້ແຕ່ງຕັ້ງຄະ ນະຮັບຜິດຊອບ ໃນການຫ້າງຫາກະກຽມ ດ້ານສະບຽງອາຫານ, ສະຖານທີ່ພັກເຊົາ ຂອງບັນດາການນຳຂັ້ນສູງ ທັງພາຍໃນ ແລະ ຕ່າງປະເທດ, ທີ່ພັກຄະນະນໍານັກກິລາ ແຕ່ລະພາກສ່ວນ, ທີ່ພັກຄູຝຶກ, ນັກກິ ລາ; ນອກນັ້ນ, ຍັງມີບ້ານພັກ ແລະ ໂຮງແຮມ ໄວ້ຮອງຮັບແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງພຽງພໍ.

ໃນຄັ້ງນີ້, ແຂວງຊຽງຂວາງ ໄດ້ສົ່ງນັກກິລາ 25 ປະເພດເຂົ້າຮ່ວມ ປັດຈຸບັນ ທຸກປະເພດກິລາ ແມ່ນໄດ້ເຂົ້າສູນຝຶກສ້ອມເລີ່ມແຕ່ ເດືອນກັນຍາ ເປັນຕົ້ນມາ ເຊິ່ງເຫັນວ່າທັບນັກກິລາແມ່ນມີຄວາມພ້ອມ 100%, ໃນນີ້ ມີຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 576 ຄົນ, ຍິງ 209 ຄົນ ແລະ ຄູເຝິກ 63 ຄົນ.

ສຳລັບ ວຽກງານປ້ອງກັນຄວາມສະຫງົບ ໄດ້ນຳກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລົງຮາກຖານທ້ອງຖິ່ນບ້ານ, ກຸ່ມບ້ານ, ຈັດຕັ້ງເວນຍາມຮັກສາຄວາມສະຫງົບ, ຄວາມປອດໄພຮອບດ້ານຢູ່ຕາມສາຍທາງຕ່າງໆ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...