Articles by

xaysana InsideLaos

97 ຄອບຄົວ ລຽບແຄມນໍ້າພາກ ແຂວງຜົ້ງສາລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍຫຼາຍກວ່າ 5 ຕື້ກີບ

ພາຍຫຼັງທີ່ເກີດມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເລີມແຕ່ 3 ໂມງເຊົ້າ ຈົນເຖີງຕອນບ່າຍຂອງວັນທີ 26 ສິງຫາ 2022 ນິ້, ເຮັດໃຫ້ນໍ້າພາກມີລະດັບປະລິມານນໍ້າສູງຂຶ້ນ ພ້ອມທັງເກີດມີນໍ້າປ່າໄຫຼສຸແຮງ ເຮັດໃຫ້ເກີດມີນໍ້າອັ່ງຖ້ວມຖະໜົນຫົນທາງ ໂດຍສະເພາະແມ່ນເສັ້ນທາງຫຼວງ 2E ແລະ 1B ແຕ່ບ້ານສະຫຼອງໄຊຫາບ້ານຫາດນາງ ແລະ ບ້ານສິນໄຊ ຫາ ບ້ານບວມພັນ.

14 ວຽກງານ ສໍາລັບແຜນວຽກຈຸດສຸມເດືອນກັນຍາ 2022 ຂອງລັດຖະບານ

ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫລງຂ່າວຜົນຂອງກອງປະຊຸມລັດຖະບານ ປະຈໍາເດືອນສິງຫາ 2022 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 24 ແລະ ອັດລົງວັນທີ 25 ສິງຫາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດ ຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ

17 ລາຍຊື່ແອັບ! ໃນ Google Play ທີ່ມີການຝັງໄວຣັສລັກດູດເງິນ

Hacker ກຳລັງໂຈມຕີບໍລິການອອນລາຍເປັນວົງກວ້າງ ເພາະໃນປະຈຸບັນ ໂທລະສັບໄດ້ເປັນສື່ກາງໃນການໃຊ້ບໍລິການອອນລາຍຕ່າງໆ.

OPPO Reno8 Series ເປີດໂຕໃນລາວແລ້ວ! ມາພ້ອມກັບສະເປັກທີ່ແຮງ ແລະ ຟັງຊັ້ນກ້ອງທີ່ມີຄວາມເປັນມືອາຊີບ

ຫຼ້າສຸດ OPPO ກໍໄດ້ເປີດໂຕໂທລະສັບລຸ້ນໃຫມ່ OPPO Reno8 Series ຢູ່ບ້ານເຮົາຢ່າງເປັນທາງການ ໂທລະສັບລຸ້ນນີ້ຖືວ່າ ເປັນໂທລະສັບທິ່ຖ່າຍຮູບພາບໄດ້ສວຍງາມເປັນທຳມະຊາດທີ່ສຸດ (The Portrait Expert) ເຊິ່ງເປີດໂຕມາພ້ອມກັນ 2 ລຸ້ນໄດ້ແກ່ OPPO Reno8 ແລະ OPPO Reno8 Z 5G.

ໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ ສໍາເລັດ ແລະ ມອບ-ຮັບຢ່າງເປັນທາງການ

ພິທີມອບ-ຮັບ ໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ ລະຫວ່າງ ບໍລິສັດພັດ ທະນາພູເບ້ຍ ຈໍາກັດຜູ້ດຽວ ແລະ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ສິງຫາ 2022 ນີ້ ໂດຍເຂົ້າຮ່ວມພິທີມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ແລະ ທ່ານ ສົມເພັດ ທໍາມະວົງ ປະທານບໍລິສັດ ພັດທະນາພູເບ້ຍ ຈໍາກັດຜູ້ດຽວ, ມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຮອງເຈົ້າແຂວງ ຕະຫຼອດຮອດຄະນະ ກຳມະການຮັບຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ລາວໂທລະຄົມ ກັບ ໄຟຟ້າລາວ ຮ່ວມມືທາງທຸລະກິດ ຊໍາລະຄ່າໄຟຟ້າທົ່ວປະເທດຜ່ານແອັບ M-Money

ພິທີເຊັນບົດບັນທຶກການຮ່ວມມື ສຶກສາຄວາມເປັນໄປໄດ້ທາງທຸລະກິດ ແລະ ພິທີເຊັນສັນຍາ ການຊໍາລະຄ່າໄຟຟ້າທົ່ວປະເທດຜ່ານ M-Money Application ລະຫວ່າງ ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ (ລລທ) ລົງນາມໂດຍແມ່ນ ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອໍານວຍການໃຫຍ່ ແລະ ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ລົງນາມໂດຍ ທ່ານ ວິລະພອນ ວິຊຸນນະລາດ ຮອງຜູ້ອໍານວຍການໃຫຍ່

ໃນສອງເດືອນຜ່ານມາ ສປປ ລາວ ຍັງຂາດດຸນການຄ້າ

ໃນເດືອນ ມິຖຸນາ  ແລະ ເດືອນ ກໍລະກົດ 2022 ທີ່ຜ່ານມານີ້ ສປປ ລາວ ມີມູນຄ່າການສົ່ງອອກປະມານ 883 ລ້ານໂດລາສະຫະລັດ ແລະ ມູນຄ່າການນຳເຂົ້າມີປະມານ 1.130 ລ້ານໂດລາ ສະຫະລັດ ເຊິ່ງຂາດດຸນການຄ້າໄປປະມານ 247 ລ້ານ ໂດລາສະຫະລັດ.

ຊໍາຊຸງລາວຈັດສະແດງນະວັດຕະກໍາຄັ້ງສໍາຄັນ ເນັ້ນໜັກເປົ້າໝາຍພັດທະນາເຕັກໂນໂລຊີລະດັບໂລກຢ່າງຍືນຍົງ

ຊໍາຊຸງລາວໄດ້ຮັບກຽດຈາກຜູ້ບໍລິຫານໃນຫຼາຍພາກສ່ວນຮ່ວມເປັນແຂກເຂົ້າຮັບຊົມນະວັດຕະກໍາຫຼ້າສຸດ ໃນງານ The Unveiling of The Next Galaxy ເຊິ່ງຈັດຂຶ້ນເປັນຄັ້ງທໍາອິດໃນ ສ ປປ ລາວ ເພື່ອນໍາສະເໜີນະວັດຕະກໍາໂທລະສັບມືຖືຈໍພັບຮຸ່ນໃໝ່ຫຼ້າສຸດ Galaxy Z Fold4 ແລະ Galaxy Z Flip4 ໃຫ້ຜູ້ເຂົ້າຮ່ວມງານໄດ້ສໍາຜັດກັບຜະລິດຕະພັນຕົວຈິງຢ່າງໃກ້ຊິດກ່ອນໃຜ.