Articles by

xaysana InsideLaos

ອັນຕະລາຍຕໍ່ຮ່າງກາຍ ຫາກຕິດເຊື້ອ ໂຄວິດ-19 ເກີນ 2 ເທື່ອ

ລາຍງານຈາກ CNN ເວົ້າເຖິງຜົນກະທົບຕໍ່ສຸຂະພາບໃນການປ່ວຍ ຫາກເປັນຜູ້ປ່ວຍທີ່ຕ້ອງເຂົ້າຮັກສາ ໂດຍການຕິດໂຄວິດຫຼາຍກວ່າ 2 ເທື່ອຂຶ້ນໄປ ໂດຍຜົນອ້າງອີງການສຶກສາຜູ້ປ່ວຍກວ່າ 250.000 ຄົນ ປຽບທຽບລະຫວ່າງຜູ້ທີ່ປ່ວຍຈາກການຕິດເຊື້ອໂຄວິດ-19 ຈຳນວນ 1 ເທື່ອ, 2 ເທື່ອ ແລະ ຫຼາຍກວ່າ 2 ເທື່ອ ເພື່ອຄົ້ນຫາຜົນກະທົບທີ່ຈະເກີດຂຶ້ນຕໍ່ຮ່າງກາຍໃນໄລຍະຍາວໃຫ້ຫຼາຍຂຶ້ນ

ສົມທຽບຄວາມຕ່າງ ຜູ້ທີ່ສັກວັກຊີນຄົບໂດສ ກັບ ຜູ້ບໍ່ສັກ

ຄວາມແຕກຕ່າງຫຼັກໆຂອງອາການໂຄວິດ ໃນກຸ່ມຜູ້ທີ່ບໍ່ໄດ້ສັກວັກຊີນຄື ອາການໄຂ້ ເຊິ່ງບົ່ງບອກເຖິງອາການທີ່ຮ້າຍແຮງກວ່າ ຜູ້ປ່ວຍໂຄວິດ ກຸ່ມນີ້ຍັງລາຍງານວ່າມີອາການເຈັບຫົວ ແລະ ເຈັບຄໍຫຼາຍກວ່າຜູ້ທີ່ໄດ້ຮັບວັກຊີນຕ້ານໂຄວິດຄົບ 2 ເຂັມ ຫຼື ຫຼາຍກວ່ານັ້ນ

ການປັກດໍາເຂົ້ານາປີ ຂອງຊາວກະສິກອນທົ່ວເມືອງລອງ ສໍາເລັດແລ້ວ 60 %

ຕາມການໃຫ້ສໍາພາດຂອງ ທ່ານ ຄໍາພູ ສຸກຈະເລີນ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງລອງ ໃນຄັ້ງວັນທີ 28 ມິຖຸນາ ປີ 2022 ນີ້, ທ່ານໄດ້ໃຫ້ຮູ້ວ່າ: ມາຮອດປະຈຸບັນການປັກດໍາເຂົ້ານາປີຂອງຊາວກະສິກອນທົ່ວເມືອງລອງ ສໍາເລັດແລ້ວ 60 % ຂອງເນື້ອທີ່ທັງໝົດ 1.019 ເຮັກຕາ ແລະ ເຂົ້າເນີນສູງ ສໍາເລັດແລ້ວ 90% ຂອງເນື້ອທີ 2.383 ເຮັກຕາ ພາຍຫຼັງທີ່ໄດ້ເລີມປັກດໍາມາແຕ່ຕົ້ນເດືອນມີຖຸນາ 2022 ເປັນຕົ້ນມາ

ປກສ ໄຊທານີ ສາມາດມ້າງຫຼາຍຄະດີຢາເສບຕິດ ແລະ ອາຍັດເງິນໄດ້ ຫລາຍຮ້ອຍລ້ານກີບ

ໃນ 6 ເດືອນຕົ້ນປີ 2022 ທີ່ຜ່ານມາ ເຈົ້າຫນ້າທີ່ ປກສ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ສັ່ງອາຢັດເງິນໃນທະນາຄານ ຂອງຜູ້ຖືກຫາຄະດີຢາເສບຕິດມີເງິນຈຳນວນ  5.202.300 ບາດ, 237.000.000 ກວ່າກີບ ແລະ  3200 ກວ່າໂດລາສະຫະລັດ.

ສະພາແຫ່ງຊາດ ສະເໜີລັດຖະບານປັບປຸງ ເນື້ອໃນທີ່ຍັງບໍ່ສອດຄ່ອງກັບ 4 ກົດໝາຍ

ຄະນະປະຈຳສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ກໍຄືບັນດາກະຊວງທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ປັບປຸງເນື້ອໃນຂອງບາງມາຕາ ຂອງແຕ່ລະກົດໝາຍ ທີ່ເຫັນວ່າບໍ່ສອດຄ່ອງ ຫລື ຊ້ຳຊ້ອນກັບມາດຕາຂອງກົດໝາຍສະບັບອື່ນ ເພື່ອເຮັດໃຫ້ບັນດາກົດໝາຍ 4 ສະບັບ ຄື: ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍ ວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ ໃຫ້ມີເນື້ອໃນຮັດກຸມ, ຈະແຈ້ງ, ສອດຄ່ອງ ແລະ ສາມາດປະຕິບັດໄດ້ງ່າຍ

Mark Zuckerberg ໂຊຕົ້ນແບບ! ແວ່ນຕາ VR 4 ແບບຂອງ META

ແວ່ນຕາ VR ທີ່ເຄີຍພັດທະນາໃນຫ້ອງແລັບຂອງບໍລິສັດ Meta ມີຈຳນວນທັງໝົດ 4 ລຸ້ນໂດຍທັງ 4 ລຸ້ນຈະມີລັກສະນະພິເສດທີ່ແຕກຕ່າງກັນ ແລະ ບໍ່ແມ່ນແວ່ນຕາທີ່ວາງຂາຍ

ໃນປີ 2022 ໄຂ້ຍຸງລາຍ ພາກຊີວິດຄົນລາວເພີ່ມ 3 ຄົນ

ສູນການແພດສຸຂະສຶກສາ ໄດ້ລາຍງານກ່ຽວກັບສະພາບຂອງພະຍາດໄຂ້ຍຸງລາຍທົ່ວປະເທດ ນັບແຕ່ຕົ້ນປີ ຈົນເຖິງ ວັນທີ 20 ມິຖຸນາ 2022 ນີ້ວ່າ:  ສປປ ລາວ ເຮົາ ມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມອີກ 167 ກໍລະນີ, ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມ 3.132 ກຳລະນີ ແລະ ມີຜູ້ເສຍຊີວິດສະສົມ 3 ຄົນຢູ່ແຂວງສາລະວັນ 2 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ.