Saturday, July 19, 2025
Kbank Laos โอน รับ จ่าย

ປກສ ໄຊທານີ ສາມາດມ້າງຫຼາຍຄະດີຢາເສບຕິດ ແລະ ອາຍັດເງິນໄດ້ ຫລາຍຮ້ອຍລ້ານກີບ

ໃນ 6 ເດືອນຕົ້ນປີ 2022 ທີ່ຜ່ານມາ ເຈົ້າຫນ້າທີ່ ປກສ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ສັ່ງອາຢັດເງິນໃນທະນາຄານ ຂອງຜູ້ຖືກຫາຄະດີຢາເສບຕິດມີເງິນຈຳນວນ  5.202.300 ບາດ, 237.000.000 ກວ່າກີບ ແລະ  3200 ກວ່າໂດລາສະຫະລັດ.

ປກສ ເມືອງໄຊທານີ ສາມາດແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດທັງໄດ້ທັງໝົດ 144 ເລື່ອງ, ຈັບຕົວຜູ້ຖືກຫາມາດໍາເນີນຄະດີໄດ້ 205 ຄົນ ຍິງ 29 ຄົນ; ໃນນີ້, ແກ້ໄຂເປົ້າໝາຍລາຍໃຫຍ່ ໄດ້ 3 ຄົນ, ລາຍກາງ ໄດ້ 13 ຍິງ 4 ຄົນ, ລາຍຍ່ອຍ ໄດ້ 142 ຍິງ 13 ຄົນ ແລະ ແກ້ຈຸດມົ້ວສຸມ ໄດ້ທັງໝົດ 34 ຈຸດ, ມີຜູ້ຖືກຫາ 47 ຄົນ ຍິງ 12 ຄົນ; ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍລາຍການຄື: ຢາບ້າ ຢຶດໄດ້ 1.605.687 ເມັດ, ຢາໄອສ໌ 6 ກິໂລ ກັບ 596 ກຼາມ, ລົດໃຫຍ່ຈຳນວນ 7 ຄັນ, ລົດຈັກ 7 ຄັນ, ອາວຸດເສິກ 4 ກະບອກ, ປືນສັ້ນ 3 ກະບອກ, ປືນຍາວ AK ຈໍານວນ 1 ກະບອກ.

ນອນຈາກນັ້ນ, ຍັງສາມາດແກ້ໄຂຄະດີລາຍໃຫຍ່ໄດ້ 2 ເລື່ອງ, ຈັບຕົວຜູ້ຖືກຫາໄດ້ 10 ຍິງ 1 ຄົນ ຢຶດຢາເສບຕິດປະເພດຢາບ້າໄດ້ 502.875 ແມັດ, ຢາໄອສ໌ 6 ກິໂລ ກັບ 21 ກຼາມ, ລົດໃຫຍ່ຈຳນວນ 5 ຄັນ, ລົດຈັກຈຳນວນ 2 ຄັນ, ເງິນກີບຈໍານວນ 156.400.000 ກີບ, ເງິນບາດ 3.866.000 ບາດ, ເງິນໂດລາ 25.800 ໂດລາ, ຄຳຮູບປະພັນລວມ 24 ລາຍການ, ໂທລະສັບ 9 ໜ່ວຍ, ໃບຕາດີນ 8 ໃບ, ເຮືອນ 2 ຫຼັງ.

ຂໍ້ມຸນຈາກ: News Time

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.