Articles by

xaysana InsideLaos

ກະຊວງໂຍທາ ເຫັນດີໃຫ້ມີການຂົນສົ່ງໂດຍສານ ແລະ ສິນຄ້າເຂົ້າ-ອອກ ສປປ ລາວ ໄດ້ຢ່າງປົກກະຕິ

ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເຫັນດີອະນຸຍາດ ແລະ ຢຸດຕິມາດຕະການຕ່າງໆຜ່ານມາໃນ ການເຂົ້າ-ອອກ ສປປ ລາວ ແລະ ການຂົນສົ່ງສິນຄ້າທັງພາຍໃນ ແລະ ຕ່າງປະເທດ ໃນທຸກຮູບແບບເພື່ອໃຫ້ສາມາດດໍາເນີນໄປດ້ວຍຄວາມສະດວກ, ປອດໄພ ແລະ ໂລ່ງລ່ຽນ ໂດຍຕິດພັນກັບ ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງລົດໄຟ, ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດ, ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງນ້ໍາ ແລະ ການຂົນສົ່ງໂດຍສານ ແລະ ສິນຄ້າທາງບົກ.

ແບບສອບຖາມອອນລາຍ ທາງເລືອກໃນການແກ້ບັນຫາຂອງຄົນລຸ້ນໃຫມ່

ເຮົາຢູ່ໃນຍຸກດີຈິຕອນ ຍຸກທີ່ມີການພັດທະນາທາງດ້ານເຕັກໂນໂລຢີ ການເຮັດແບບສອບຖາມອອນລາຍ ເປັນວິທີທີ່ດີໃນການດຶງດູດຜູ້ຄົນ ແລະ ວິທີການຫາແນວທາງໃນການແກ້ໄຂບັນຫາໃດບັນຫາໜຶ່ງ ເພື່ອຮັບຄວາມຄິດເຫັນຈາກຜູ້ບໍລິໂພກ

ກຽມຟັງຜົນສະຫຼຸບ! ໃນການແກ້ບັນຫາເງິນຕາ ແລະ ເສດຖະກິດຕ່າງໆ ໃນກອງປະຊຸມສະໄໝສາມັນເທື່ອທີ 3

ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ທ່ານນາງ ປິ່ງຄໍາ ລາຊະສີມາ ຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ເຖິງການກະກຽມຈັດກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງຈະຈັດຂຶ້ນ ແຕ່ວັນທີ 13 ມິຖຸນາ 2022 ຫາວັນທີ 8 ກໍລະກົດ 2022 ເຊິ່ງໃຊ້ເວລາດໍາເນີນກອງປະຊຸມທັງໝົດ 20 ວັນ.

ຖືກໃຈຄົນບໍ່ມັກອ່ານ! ໃຫ້ Browser ອ່ານບົດຄວາມໃນເວັບໄຊ ແລ້ວເຮົານັ່ງຟັງ

ໃຜເປັນແນ່ ທີ່ຄ້ານອ່ານບົດຄວາມຍາວໆ ແຕ່ກໍຢາກຮູ້ຢາກຟັງ, ປັດຈຸບັນ Browser Microsoft Edge ສາມາດອ່ານບົດຄວາມຕ່າງໆໃນໜ້າເວັບໄຊທີ່ເປັນພາສາລາວ ໄດ້ແລ້ວ

ເທັກນິກການກຽມຄວາມພ້ອມ ເຂົ້າເຮັດວຽກຂອງນັກສຶກສາຈົບໃໝ່

ອີກບໍ່ເທົ່າໃດເດືອນ ກໍຮອດມື້ເສັງຈົບຂອງບັນດານັກສຶກສາມະຫາວິທະຍາໄລ ປີສຸດທ້າຍແລ້ວ ເຊິ່ງກຳລັງຈະເລີ່ມກ້າວເຂົ້າສູ່ຊີວິດການເຮັດວຽກ ແລະ ການທິ່ຍັງບໍມີປະສົບການເຮັດວຽກ ກໍເຮັດໃຫ້ຫຼາຍຄົນບໍ່ຄຸ້ນເຄີຍກັບການສະໝັກວຽກ.

ສປປ ລາວ ໄດ້ 42 ຫລຽນ ໃນງານມະຫາກໍາກິລາ ຊີເກມ ຄັ້ງທີ 31

ໃນມະຫະກໍາກິລາຊີເກມ ຄັ້ງທີ 31 ຈັດຂຶ້ນທີ່ ສສ ຫວຽດນາມ ທັບນັກກິລາ ສປປ ລາວ ເຮົາສາມາດຍາດໄດ້ທັງໝົດ 42 ຫຼຽນ ໃນນັ້ນມີ ຫລຽນຄໍາ 2 ຫລຽນ, ຫລຽນເງິນ 7 ຫລຽນ  ແລະ ຫລຽນທອງ 33 ຫລຽນ.

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ທ່ານ ສຳລານ ວິສຸດທິວົງ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ ກໍ່ໄດ້ ຂື້ນຜ່ານບົດລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ 1 ປີ 2021 ແລະ ທິດທາງ ແຜນການປີ 2022 ທ່ານໃຫ້ຮູ້ວ່າ: ໃນທົ່ວເມືອງມີໂຮງງານອຸດສາຫະກຳ-ຫັດຖະກຳທັງໝົດ 203 ຫົວໜ່ວຍ,ທຽບໃສ່ແຜນປີປະຕິບັດໄດ້83%,ທຽບໃສ່ໄລຍະຜ່ານມາ ຫຼຸດລົງ 4%

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ກະຊວງກະສິກຳ ແລະ ປ່າໄມ້ ອະນຸຍາດໃຫ້ບໍລິສັດຈາກປະເທດອິນເດຍກໍ່ສ້າງເຂື່ອນເກັບນ້ຳ-ນ້ຳຊາງ ແລະ ພັດທະນາລະບົບຊົນລະປະທານ ທີ່ເມືອງແກ່ນທ້າວ ແຂວງໄຊຍະບູລີ