Articles by

xaysana InsideLaos

ເປີດນໍາໃຊ້ທາງຫຼວງ ແຕ່ຂົວນໍ້າສັງ ເມືອງສັງທອງ ນະຄອນຫຼວງວຽງຈັນ ຫາ ບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ.

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີເປີດນໍາໃຊ້ ໂຄງການກໍ່ສ້າງທາງຫຼວງແຫ່ງຊາດເລກ 11 ແຕ່ຂົວນໍ້າສັງ ເມືອງສັງທອງ ນະຄອນຫຼວງວຽງຈັນ ຫາ ບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ເຊິ່ງໂຄງການກໍ່ສ້າງ ທາງເລກ 11 ມີຄວາມລວງຍາວ 104,98 ກິໂລແມັດ ແລະ ກໍ່ສ້າງທາງຊອຍແຕ່ ບ້ານໂນນສະຫວັນ ຫາ ເທດສະບານ ເມືອງຊະນະຄາມ ລວງຍາວ 16,55 ກິໂລແມັດ ເປັນໂຄງການບຸລິມະສິດຂອງລັດຖະບານ, ນອນຢູ່ໃນແຜນຍຸດທະສາດ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ.

ເຈົ້າເຄີຍກິນເຂົ້າຈີ່ ຕັ້ງແຕ່ລາຄາກ້ອນເທົ່າໃດ.

ຍ້ອນກັບໄປໃນສະໄໝທີ່ຍັງບໍ່ມີບໍລິການສົ່ງອາຫານ ມີອາຊີບເກົ່າໆທີ່ເກືອບຈະຖືກລືມໄປແລ້ວ ຕົວຢ່າງເຊັ່ນ ຂີ່ລົດຂາຍເຂົ້າຈີ່ ບາງຄົນກໍຂີ່ລົດຖີບ ຫຼືລົດຈັກ ອ້ອມໄປແຕ່ລະເຂດແລ້ວແບບແກເພື່ອເອີ້ນໃຫ້ຄົນຮູ້ວ່າ ລົດຂາຍເຂົ້າຈີ່ມາແລ້ວ ເຊິ່ງໃຜທີ່ເຄີຍໄດ້ຍິນຈະຮູ້ວ່າ ສຽງເປັນແບບໃດເພາະມີເອກະລັກຢູ່ທີ່ສຽງ ເຊິ່ງແຕກຕ່າງຈາກສຽງ ລໍ້ກະລິ່ງ ຫຼືສຽງລົດກະແລ້ມ.

ມົນສະເໜ່ເມືອງເຟືອງ

ເມືອງເຟືອງ, ແຂວງ ວຽງຈັນ ເປັນອີກເມືອງໜຶ່ງທີ່ມີທິວທັດສວຍສົດງົດງາມ ເຊິ່ງເຕັມໄປດ້ວຍມົນສະເໜ່ທາງດ້ານທຳມະຊາດແບບທ້ອງຖິ່ນ ແລະ ຖືວ່າເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຢູ່ຕະຫຼອດ ທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ເນື່ອງຈາກວ່າ ການເດີນທາງຄ່ອນຂ້າງສະດວກສະບາຍ ໄລຍະທາງກໍບໍ່ໄກຈາກ ນະຄອນຫຼວງ ວຽງຈັນຫຼາຍ. ນອກຈາກນີ້, ເມືອງເຟືອງ ຍັງອ້ອມຮອບໄປດ້ວຍພູຜາປ່າໄມ້ ແລະ ສາຍນ້ຳ ທີ່ອຸດົມສົມບູນ ໃຫ້ຄວາມຮູ້ສຶກສົດຊື່ນ, ສະຫງົບ ກັບທິວທັດທຳມະຊາດອັນສວຍງາມທີ່ເຮັດໃຫ້ຫຼົງໄຫຼ.

ຍຸງລາຍຮ້າຍກວ່າເສືອ! 2024 ເສຍຊີວິດແລ້ວ 1 ຄົນຈາກໄຂ້ຍຸງລາຍ

ປັດຈຸບັນ ສະພາບການລະບາດຂອງໄຂ້ຍຸງລາຍ ຍັງສືບຕໍ່ລະບາດໃນຂອບເຂດທົ່ວປະເທດ ບໍ່ວ່າຈະຢູ່ໃນໄລຍະລະດູຝົນ ແລະ ລະດູໜາວ, ໂດຍສະເພາະ ປີ 2024 ມີຜູ້ເສຍຊິວິດຍ້ອນໄຂ້ຍຸງລາຍ ແລ້ວ 1 ຄົນ, ເປັນເພດຊາຍ ອາຍຸ 33 ປີ, ພັກຢູ່ຫ້ອງແຖວຫໍພັກບຸນເກີດ, ບ້ານສີເກີດ, ເມືອງ ນາຊາຍທອງ, ນະຄອນຫຼວງ ວຽງຈັນ ໃນວັນທີ 20 ກຸມພາ 2024 ຜ່ານມາ.

ລາວຈະສົ່ງນັກກິລາ ລົງແຂ່ງຂັນ 3 ປະເພດເກມ ໃນງານ World Esport Championship 2024.

ສປປ ລາວ ຈະສົ່ງຕົວແທນນັກກິລາລົງແຂ່ງໃນການແຂ່ງຂັນອີສະປອດລະດັບໂລກງານ World Esport Championship 2024 ທີ່ ເມືອງຣີຍາດ, ປະເທດຊາອຸດິອາລາເບຍ ເຊີ່ງມີປະເທດທີ່ເຂົ້າຮ່ວມການແຂ່ງຂັນເຖິງ 130 ປະເທດ ເຊິ່ງສະຫະພັນກິລາອີສະປອດແຫ່ງຊາດລາວ ຕົກລົງເຫັນດີສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນ 3 ປະເພດເກມ, 4 ລາຍການແຂ່ງຂັນ ໄດ້ແກ່: PUBG MOBILE, MOBILE LEGENDS: BANG BANG (ປະເພດຊາຍ) ແລະ (ປະເພດຍິງ), EFOOTBALL (CONSOLE).

8 ວິທີທີ່ຈະຊ່ວຍໃຫ້ທ່ານນອນຫຼັບສະບາຍ.

ບັນຫາການນອນບໍ່ຫຼັບ ອັນຕະລາຍກວ່າທີ່ທ່ານຄິດ ໃນກໍລະນີການນອນບໍ່ຫຼັບໃນໄລຍະສັ້ນໆ ແລະ ເກີດຂຶ້ນຊົ່ວຄາວ ຈະບໍ່ມີຜົນຕໍ່ຮ່າງກາຍຫຼາຍ ແຕ່ຖ້າທ່ານນອນບໍ່ຫຼັບຕະຫຼອດ ອາດເຮັດໃຫ້ຮ່າງກາຍພັກຜ່ອນບໍ່ພຽງພໍ ແລະຖ້າແກ້ໄຂບໍ່ໄດ້ ກໍຈະເປັນອັນຕະລາຍຕໍ່ສຸຂະພາບ, ເຮັດໃຫ້ພູມຕ້ານທານຂອງໂຣກຫຼຸດລົງ ມື້ນີ້ຈະມານຳສະເໜີວິທີງ່າຍໆ ທີ່ຈະຊ່ວຍໃຫ້ທ່ານນອນຫຼັບງ່າຍຂຶ້ນ.

ລົດໄຟຟ້າຊ່ວຍປົກປ້ອງສິ່ງແວດລ້ອມໄດ້ແທ້ບໍ່?

ລົດໄຟຟ້າເປັນອາວຸດທີ່ມະນຸດສ້າງຂຶ້ນມາເພື່ອຮັບມືຕໍ່ຕ້ານພາວະໂລກຮ້ອນ ແຕ່ລົດໄຟຟ້າຊ່ວຍປົກປ້ອງສິ່ງແວດລ້ອມໄດ້ແທ້ຫຼືບໍ່ ເຊິ່ງທິດສະດີນີ້ກໍບໍ່ແມ່ນຄວາມຈິງສະເໝີໄປ. ເພາະຍັງມີບາງງານວີໄຈສະແດງໃຫ້ເຫັນວ່າ ສຳຫຼັບໃນບາງປະເທດ ລົດໄຟຟ້າປ່ອຍກາສຄາບອນຫຼາຍກວ່າລົດທີ່ໃຊ້ນໍ້າມັນອີກດ້ວຍ.

ການຂາຍສິນຄ້າ-ບໍລິການອອນລາຍ! ທຸກຮູບແບບຕ້ອງຂຶ້ນທະບຽນ ແລະ ເສຍອາກອນ ຕາມກົດໝາຍ.

ກະຊວງການເງິນ ໄດ້ໃຫ້ຮູ້ວ່າ: ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຂຶ້ນທະບຽນ ແລະ ມີໃບທະບຽນວິສາຫະກິດຈາກຂະແໜງອຸດສາຫະກຳ ແລະ ການຄ້າ, ມີເລກປະຈຳຕົວຜູ້ເສຍອາກອນ ທີ່ເຄື່ອນໄຫວ ກ່ຽວກັບການຄໍາ ແລະ ການບໍລິການເລັກໂຕຣນິກຂອງຕົນ ຫຼື ການຄ້າ ແລະ ການບໍລິການ ໃນຕະຫຼາດເອເລັກໂຕຣນິກ ຕາມທີ່ໄດ້ກໍານົດໄວ້ ໃນພາກທີ II ມາດຕາ 6 ຮູບແບບການຄ້າທາງເອເລັກໂຕຣນິກ ຂອງດໍາລັດວ່າດ້ວຍ ການຄ້າທາງເອເລັກໂຕຣນິກ ສະບັບເລກທີ 296/ລບ, ລົງວັນທີ 12 ເມສາ 2021 ເປັນຕົ້ນແມ່ນ: DroppinX, Olaa, Sokxay All, Ebuylao ແລະ ອື່ນໆ ທີ່ເຄື່ອນໄຫວທຸລະກິດລັກສະນະດັ່ງກ່າວ ຈະຕ້ອງຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມ.