Articles by

xaysana InsideLaos

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານ ສາດສະດາຈານ ດຮ ພອນເທບ ພົນເສນາ ອະດິດການນຳຂັ້ນສູງຂອງສະພາແຫ່ງຊາດ. ພ້ອມ​ດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານ ພ້ອມເນັ້ນໝັກການການເພີ່ມທະວີການຄວບຄຸມຕ້ານກັບພະຍາດໂຄວິດ-19​ ໂດຍໃຫ້ສະເພາະກິດຕ້ານການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລາມເປັນວົງກ້ວາງ ​ແລະມີຈຸດກວດກາສະເພາະກິດກວດກາຂອງເມືອງມີ 6 ຈຸດໃຫ່ຍຂອງເມືອງ ເຊີ່ງມີຢູ່ໃນ5ກຸ່ມບ້ານ ກວດກາຕະຫຼອດ 24ຊົ່ວໂມງ ແລະ ໃຫ້ແຕ່ລະບ້ານເພີ່ມມາດຕະການກວດກາຄົນເຂົ້າອອກພາຍໃນບ້ານຂອງຕົນ

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ລົງຕິດຕາມສະພາບການຜະລິດຂອງໂຮງງານອຸດສາຫະກຳ ພາຍໃນເຂດນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ ໂນນທອງ ຫຼື VITA Park

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານ ນາງ ພົມມາ ທອງເພັງ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານ ແຂວງ ສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນ ແນວລາວສ້າງຊາດແຂວງ, ສະຫະພັນນັກຮົບເກົ່າ, ສະຫະພັນແມ່ຍິງແຂວງ ແລະ ຄະນະບໍລິຫານງານຊາວໝຸ່ມແຂວງ ໄດ້ຮ່ວມກັນສຶບຕໍ່ປະກອບສ່ວນມອບ ນ້ຳດື່ມ, ຜ້າອັດປາກ, ເຈວລ້າງມື ແລະ ໝີ່ໄວໆ ລວມມູນຄ່າ 12 ລ້ານກີບ ໃຫ້ແກ່ຄະນະສະເພາະກິດຂອງ ເມືອງ ໄຊບູລີ, ເມືອງ ໄຊພູທອງ ແລະ ເມືອງ ສອງຄອນ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ສາທາລະນະສຸກເມືອງ ບາຈຽງຈະເລີນສຸກ ແຂວງຈຳປາສັກ ນຳໂດຍທ່ານ ດຣ ບຸນຊວງ ພັນທະນາໄລ ແລະ ທ່ານ ວັດທະນາ ຈັນທະລາສິນ ຄະນະຮອງການສາທາລະນະສຸກເມືອງ ພ້ອມທິມງານລົງເຄື່ອນໄຫວມອບຜ້າອັດປາກ-ດັງຈຳນວນ 1.500ອັນໃຫ້ແກ່ຄະນະກຳມະການຂັ້ນບ້ານໃນ15 ບ້ານເປົ້າໝາຍທີ່ຈະປະກາດເປັນບ້ານຢຸດຕິການຖ່າຍຊະຊາຍໃນທ້າຍປີ 2021

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຮ່ວມມືກັບລັດວິສາຫະກິດ ແລະ ຜູ້ປະກອບການ ເລັ່ງປ້ອງກັນ ບໍ່ໃຫ້ແມ່ຄ້າ-ພໍ່ຄ້າຊາວຂາຍສວຍໂອກາດຂຶ້ນລາຄາເຂົ້າສານໜຽວ, ເຂົ້າສານຈ້າວ, ພຶດປອດສານພິດ ແລະ ຊີ້ນໝູ ໃນທີ່ມີສືບຕໍ່ມາດຕະການປ້ອງກັນພະຍາດໂຄວິດ-19

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ເພື່ອປະຕິບັດຕາມຄໍາສັ່ງດັ່ງກ່າວເມືອງດັ່ງກ່າວ ໄດ້ເອົາພະນັກງານລົງກໍ່ສ້າງຮາກຖານຢູ່ກຸ່ມບ້ານເຊິ່ງມີຄະນະປະຈໍາຊີ້ນໍາໃນແຕ່ລະກຸ່ມ ແລະ ຄະນະພັກຊີ້ນໍາໃນແຕ່ລະບ້ານໃນການແບ່ງຄວາມຮັບຜິດຊອບນີ້ພວກເຮົາໄດ້ຈັດຕັ້ງປະຕິບັດເປັນຕົ້ນແມ່ນການປ້ອງກັນ,ຄວບຄຸມ ແລະ ສະກັດກັ້ນໃນການເຂົ້າ-ອອກເຊິ່ງໃນດ້ານວຽກງານປ້ອງກັນດໍ່ໄດ້ມີການປ້ອງກັນທາງນໍ້າ ແລະ ທາງບົກ

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ພະແນກສາທາລະນະສຸກ ແຂວງດຽນບຽນ ສສ ຫວຽດນາມ ໄດ້ມອບອຸປະກອນການແພດເພື່ອ ປ້ອງກັນພະຍາດໂຄວິດ-19 ໃຫ້ 6 ແຂວງພາກເໜືອຂອງລາວ ເຊິ່ງມີ: ແຂວງອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງບໍ່ແກ້ວ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ການດໍາເນີນທຸລະກິດຕ່າງໆ ຂອງຜູ້ປະກອບການ ຢູ່ແຂວງບໍ່ແກ້ວໄດ້ຖືກປິດຊົ່ວຄາວ ແລະ ເຂັ້ມງວດກວ່າເກົ່າ ເນື່ອງຈາກວ່າແຂວງບໍ່ແກ້ວເແນແຂວງໜຶ່ງ ທີ່ກວດພົບກໍລະນີຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ຫຼາຍໃນຊ່ວງທີ່ຜ່ານມາ