ເຮືອນArts and Cultures

Arts and Cultures

ສະຖານທີ່ທ່ອງທ່ຽວວັດທະນະທຳລາວ ນາຊາຍທອງ ເນັ້ນສົ່ງເສີມວັດທະນະທຳ-ຮີດຄອງປະເພນີ ຂອງລາວ

ສະຖານທີທ່ອງທ່ຽວວັດທະນະທຳລາວ ບ້ານນາຊາຍທອງ ຕັ້ງຢູ່ບ້ານນາຊາຍທອງເໜືອ ເມືອງນາຊາຍທອງ, ນະຄອນຫຼວງ ວຽງຈັນ ເປັນອີກສະຖານທີ່ທ່ອງທ່ຽວໜຶ່ງ ທີ່ເນັ້ນການອະນຸລັກວັດທະນະທຳ, ຮີດຄອງປະເພນີ ອັນດີງາມ ຂອງຊາດລາວ, ໂດຍໄດ້ສ້າງເຮືອນຊົງລາວ ເພື່ອສະແດງເຖິງວິຖີການດຳລົງຊີວິດຂອງຊາວລາວ ໃນເມື່ອກ່ອນ ເຊິ່ງໄດ້ຈັດໃຫ້ມີຫຼາຍກິດຈະກຳ ທີ່ສ່ອງແສງໃຫ້ເຫັນເຖິງ ວັດທະນະທຳ, ຮີດຄອງປະເພນີ, ຕິດພັນກັບການນຸ່ງຖື ຂອງປະຊາຊົນລາວບັນດາເຜົ່າ ໃນເມື່ອກ່ອນ, ທັງຕິດພັນການອະນຸລັກ, ຮັກສາສິ່ງແວດລ້ອມ ແລະ ອື່ນໆອີກ.

“ສວນໄຜ່ພັນກໍ” ສະຖານທີ່ອະນຸລັກຜ້າ ແລະ ວີຖີຊີວິດຂອງຄົນລາວ

"ສວນໄຜ່ພັນກໍ" ຄືຊື່ຂອງສະຖານທີ່ແຫ່ງໜຶ່ງ ຕັ້ງຢູ່ບ້ານໄຮ່ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ເປັນສະຖານທີ່ອັນເຕັມໄປດ້ວຍຫຼັກຖານທີ່ສະແດງເຖິງຄວາມຫຼາກຫຼາຍ ແລະ ຄວາມອາດສາມາດໃນການປະດິດຄິດແຕ່ງຂອງຄົນລາວ. ໂດຍພາຍໃນສວນໄຜ່ພັນກໍນີ້ ມີຫໍແຖນແຕ່ງ, ພິພິດຕະພັນຜ້າ ແລະ ເຄື່ອງຫັດຖະກຳ ທີ່ເກັບຮັກສາໄວ້ເຊິ່ງຜ້າ, ແພ ແລະ ເຄື່ອງນຸ່ງຫົ່ມ ທີ່ຖືກປະດິດຄິດແຕ່ງຂຶ້ນໃນຫຼາຍຍຸກສະໄໝ ໂດຍຫຼາກຫຼາຍກຸ່ມຄົນ ແລະ ຕໍ່າດ້ວຍຫຼາກຫຼາຍວີທີການ.

ເຜີຍລາຍລະອຽດ ແລະ ຄວາມເປັນມາ ຂອງການຂຸດຄົ້ນພຣະພຸດທະຮູບ ທີ່ດອນເຜິ້ງຄໍາ ແຂວງບໍ່ແກ້ວ

ຈາກກະແສສື່ສັງຄົມອອນລາຍໃນໄລຍະທີ່ຜ່ານມາ ກ່ຽວກັບເລື່ອງລາວການຂຸດຄົ້ນພຣະພຸດທະຮູບ ແລະ ຊາກວັດວາອາຮາມ ກວ່າ 1000 ຊິ້ນສ່ວນ ທີ່ແຄມຂອງ ດອນເຜິ້ງຄໍາ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ທີ່ປັດຈຸບັນ ທາງພາກສ່ວນທີ່ກ່ຽວຂ້ອງໄດ້ຢຸດຕິການຂຸດຄົ້ນເອົາໄວ້ ເນື່ອງຈາກລະດັບນ້ຳຂອງເລີ່ມສູງຂຶ້ນ ຫຼັງເລີ່ມຕົ້ນຂຸດຄົ້ນມາຕັ້ງແຕ່ເດືອນ ມີນາ 2024.

ບຸນບັ້ງໄຟ ປະເພນີ ຄອບໄຂວ່ ເທວະດາຟ້າແຖນ

ພໍຕົກມາ ເດືອນ 6 ລາວ ເປັນໄລຍະຕົ້ນລະດູຝົນ ເຊິ່ງປະຊາຊົນລາວ ໂດຍສະເພາະ ຊາວໄຮ່ຊາວນາ ກໍກະກຽມລົງໄຮ່ລົງນາ ເພື່ອທຳການຜະລິດໃຫ້ຖືກຕາມລະດູການ ແລະ ຕາມປະເພນີທີ່ສືບທອດກັນມາ ຈະໄດ້ມີ ບຸນບັ້ງໄຟ ທີ່ຖືວ່າເປັນ ປາງບຸນໃຫຍ່ໜຶ່ງ ໃນຮີດສິບສອງຄອງສິບສີ່ ຂອງປະເພນີລາວ ຈັດຂຶ້ນທຸກໆປີ ຫຼັງບຸນປີໃໝ່ ໂດຍເຊື່ອກັນວ່າ ເປັນພິທີກໍາ ຄອບໄຂວ່ ເທວະດາຟ້າແຖນ ເພື່ອຂໍຝົນ ໃຫ້ຕົກຕາມລະດູການ ເພື່ອໃຫ້ ພືດພັນ, ຜົນລະປູກຈະເລີນງອກງາມ.

“ປົວຜີ” ອີກໜຶ່ງພິທີກຳເກົ່າແກ່ຂອງຊົນເຜົ່າອາຄາ

ພີທີກຳ "ປົວຜີ" ຢູ່ທີ່ປ່າແກ່ ແມ່ນອີກໜຶ່ງພິທີກຳໜຶ່ງທີ່ເກົ່າແກ່ ຂອງຊົນເຜົ່າອາຄາ (ລຸມາ) ຢູ່ທີ່ບ້ານອາເຊີ, ເມືອງສຳພັນ, ແຂວງຜົ້ງສາລີ. ໂດຍພິທີດັ່ງກ່າວນີ້ ຈະມີຂື້ນໃນເດືອນກໍລະກົດຂອງທຸກໆປີ ເຊີ່ງເຖົ່າແກ່ແນວໂຮມພາຍໃນບ້ານຈະຄັດເລືອກເອົາ ມື້ງາມຍາມດີ ໃນການ "ປົວຜີ" ຈຸດປະສົງໃນການເຮັດພິທີ ກໍເພື່ອບໍ່ໃຫ້ ສັດປ່າແຕ່ລະຊະນິດ ໄປທຳລາຍພືດພັກ ແລະ ຜົນລະປູກ ຂອງປະຊາຊົນໃນເຂດດັ່ງກ່າວ.

3 ຍຸກ ທີ່ພຣະພຸດທະສາສະໜາ ເຂົ້າມາປະເທດລາວ.

ພຣະພຸດທະສາສະນາ ເປັນສາສະໜາປະຈຳຊາດລາວ ເຊິ່ງໄດ້ເຂົ້າມາຕັ້ງໝັ້ນໃນດິນແດນອານາຈັກລ້ານຊ້າງເທິງສອງຟາກຝັ່ງແມ່ນ້ຳຂອງ, ແລະ ສ່ວນທີ່ເປັນປະເທດລາວເຮົານີ້ ຫຼາຍກວ່າ ໒໐໐໐ ປີ, ຄືພ້ອມກັບການເຂົ້າມາຂອງພຣະພຸດທະສາສະໜາໃນບັນດາປະເທດສຸວັນນະພູມ ຫຼື ແຫຼມທອງນີ້, ເຊິ່ງຫຼັກຖານທາງສາສະໜາວັດຖຸ, ສາສະໜາສະຖານ ໄດ້ປາກົດຕົວສອງຝາກຝັ່ງແມ່ນ້ຳຂອງເປັນຈຳນວນຫຼວງຫຼາຍ

“ວັນວິສາຂະບູຊາ” ວັນສຳຄັນຂອງພຸດທະສາສະໜາ

“ວິສາຂະບູຊາ” ຫຍໍ້ມາຈາກ ຄຳວ່າ “ວິສາຂະ ປຸນນະມີດິຖີບູຊາ” ແປວ່າ ການບູຊາໃນວັນເພັງເດືອນ ວິສາຂະ ຫຼື ເດືອນ 6 ວັນວິສາຂະບູຊາ ຖືເປັນວັນສໍາຄັນທີ່ສຸດໃນທາງພຣະພຸດທະສາສະໜາ ເພາະເປັນວັນທີ່ເກີດ 3 ເຫດ ການອັດສະຈັນທີ່ສໍາຄັນ ກ່ຽວກັບເລື່ອງລາວຊີວິດຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ ໃນວັນເພັງ ຂຶ້ນ 15 ຄໍ່າ ເດືອນ 6 ແຕ່ກໍນັບວ່າເປັນຊ່ວງໄລຍະເວລາທີ່ແຕກຕ່າງກັນ ແລະ ຫ່າງກັນຫຼາຍປີ ເຊິ່ງເຫດການອັດສະຈັນທັງ 3 ນັ້ນໄດ້ແກ່: ການປະສູດ, ຕັດສະຮູ້ ແລະ ປະຣິນິພານ ຂອງພຣະພຸດທະເຈົ້າ.

ເປັນຫຍັງເຮົາຈຶ່ງເອີ້ນຊື່ວ່າ “ແຄນ”

“ແຄນ ແລະ ສຽງແຄນ” ເປັນສຽງດົນຕີພື້ນເມືອງລາວ ທີ່ສືບທອດກັນມາແຕ່ບູຮານ, ການທີ່ເພິ່ນຕັ້ງຊື່ວ່າ “ແຄນ” ຍັງບໍ່ມີຫຼັກຖານຢັ້ງຢືນທີ່ຊັດເຈນ, ໃນປັດຈຸບັນ ມີພຽງແຕ່ຕຳນານເລົ່າຂານມາແຕ່ບູຮານນະການຈາກບັນດາຊ່າງແຄນ, ໝໍຂັບ, ໝໍລຳລຸ້ນຕໍ່ລຸ້ນສືບຕໍ່ກັນ.