Economy

ສຳເລັດແລ້ວ! 75% ໂຄງການສ້າງຂົວຂ້າມນໍ້າຮຸ່ງ 2 ແຫ່ງ ແຂວງທີ່ໄຊຍະບູລີ

ໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງ 2 ແຫ່ງຄື: ຈຸດບ້ານທ່ານາຫາບ້ານນາຍາວ ແລະ ຈຸດບ້ານນາເລົາຫາບ້ານນາຕໍໃຫຍ່ເມືອງ ແລະ ແຂວງໄຊຍະບູລີ ມີຄວາມຄືບໜ້າສໍາເລັດໄປແລ້ວ 75,30% ແລະ ຄາດວ່າການກໍ່ສ້າງຂົວ 2 ແຫ່ງນີ້ຈະສໍາເລັດກ່ອນກໍານົດນັບປີໂດຍຈະສໍາເລັດໃນເດືອນ ມິຖຸນາ 2020 ນີ້ ພ້ອມຈະໃຫ້ພໍ່ແມ່ປະຊາຊົນຊາວແຂວງໄຊຍະບູລີ...

ຊົມເຊີຍ! 53 ບໍລິສັດ ໄດ້ຮັບລາງວັນທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2019

ພິ­ທີ​ມອບ​ລາ­ງວັນ​ທຸ­ລະ​ກິດ​ຊັ້ນ​ນຳ​ດີ­ເດັ່ນ ປະ­ຈຳ​ປີ 2019 ຈັດ​ຂຶ້ນຢູ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ເຊິ່ງ​ມອບ​ໂດຍ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ມີ​ທ່ານ ອຸ​ເດດ ສຸ­ວັນ­ນະ​ວົງ ປະ­ທານ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ ພ້ອມ​ດ້ວຍ​ບັນ­ດາ​ຮອງ​ລັດ­ຖະ­ມົນ­ຕີ ຜູ້​ປະ­ກອບ​ການ​ທຸ­ລະ​ກິດ...

ແຈ້ງການ! ນໍາໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດ ເປັນເອກະສານຢັ້ງຢືນການມອບພັນທະເຂົ້າງົບປະມານແຫ່ງລັດ ຜ່ານລະບົບທະນາຄານ

ກະຊວງການເງິນ ອອກແຈ້ງການ ການນໍາໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດ ເປັນເອກະສານຢັ້ງຢືນການມອບພັນທະເຂົ້າງົບປະມານແຫ່ງລັດ ຜ່ານລະບົບທະນາຄານ ແນໃສ່ເພື່ອຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ລວມສູນຜ່ານລະບົບທະນາຄານ ດ້ວຍການນໍາໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດ ໃຫ້ເປັນເອກະສານໃນຂອບເຂດທົ່ວປະເທດ. ພ້ອມນັ້ນທັງເປັນດານຊຸກຍູ້ ສົ່ງເສີມ ການນໍາໃຊ້ເຄື່ອງທັນສະໄໝເຂົ້າໃນການຄຸ້ມຄອງເກັບລາຍຮັບເຂົ້າງົບປະມານລັດ ໃຫ້ມີຄວາມໂປ່ງໃສ ຖືກຕ້ອງ ແລະ ທັນຕາມກໍານົດເວລາ. ໃນແຈ້ງການສະບັບເລກທີ 0013/ຫກງ ລົງວັນທີ...

ລັດຖະບານ ເດີນຫນ້າແກ້ໄຂບັນຫາການເຂົ້າຫາແຫຼ່ງທຶນຂອງ SMEs

ທະນາຄານໂລກ ໄດ້ສໍາຫລວດວິສາຫະກິດ ໃນປີ 2018 ເພື່ອຊອກຮູ້ອຸປະສັກຂອງວິສາຫະກິດຂະຫນາດນ້ອຍ ແລະ ກາງ ຫຼືເອັສເອັມອີ ຢູ່ລາວ. ການສໍາຫລວດດັ່ງກ່າວ ໄດ້ສໍາພາດ 332 ວິສາຫະກິດ; ໃນນັ້ນ 76% ແມ່ນວິສາຫະກິດຂະຫນາດນ້ອຍ, 21...

ແຈ້ງໂຈະການເຄື່ອນໄຫວທຸລະກິດຊົ່ວຄາວ ຂອງບັນດາວິສາຫະກິດບໍ່ປະຕິບັດຕາມລະບຽບກົດໝາຍ ຕາມລາຍຊື່ຄັດຕິດມາພ້ອມນີ້

ແຈ້ງໂຈະການເຄື່ອນໄຫວທຸລະກິດຊົ່ວຄາວ ຂອງບັນດາວິສາຫະກິດບໍ່ປະຕິບັດຕາມລະບຽບກົດໝາຍ ຕາມລາຍຊື່ຄັດຕິດມາພ້ອມນີ້: ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ

ເຫຼົ້າຂາວລາວ ຢູ່ແຂວງອັດຕະປື ຍັງໄດ້ຮັບຄຸນນະພາບໃນລະດັບສາກົນ

ຫຼັງໄດ້ມີການຮ່ວມມືກັບ ໂຄງການຄ໋ອບໂອກີນາວາ ປະເທດຍີ່ປຸ່ນ ໃນການສົ່ງເສີມຜະລິດຕະພັນ ເຫຼົ້າຂາວລາວ ໂດຍເລີ່ມຕົ້ນແຕ່ປີ 2014 ເປັນຕົ້ນມາ ກໍ່ເຫັນວ່າ ຜົນຜະລິດທີເກີດຈາກພູມປັນຍາຂອງປະຊາຊົນ ໄດ້ຮັບຄຸນນະພາບໃນລະດັບສາກົນສູງຂຶ້ນເລື້ອຍໆ ໂດຍສະເພາະ ແມ່ນກຸ່ມການຜະລິດເຫຼົ້າຂາວລາວ ບ້ານ ຊ້າຍ ເມືອງ ໄຊເສດຖາ...

ທ່າອ່ຽງທຸລະກິດຂີ້ເຫຍື້ອ ກໍາລັງເປັນຈຸດສົນໃຈຂອງສັງຄົມປັດຈຸບັນ!!!

ຂີ້ເຫຍື້ອຂອງນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາເຫັນວ່າມີລັກສະນະເພີ່ມຂຶ້ນເລື້ອຍໆ ເນື່ອງຈາກອັດຕາການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ທີ່ຢູ່ອາໄສເພີ່ມຂຶ້ນ ເຮັດໃຫ້ສິ່ງເສດເຫຼືອຈາກອາຫານ, ສິນຄ້າອຸປະໂພກ – ບໍລິໂພກອື່ນໆມີລັກສະນະເພີ່ມຂຶ້ນທຸກປີ. ດັ່ງນັ້ນ, ບໍລິສັດ ຂວັນເມືອງກຣຸບ ຈໍາກັດຜູ້ດຽວ ເຫັນໂອກາດທາງທຸລະກິດຈາກຂີ້ ເຫຍື້ອ ຈຶ່ງໄດ້ລົງທຶນ 30...

ໄຊຍະບູລີ ໃຫ້ 279 ບໍລິສັດເຊົ່າ ແລະ ສໍາປະທານທີ່ດິນ ພາຍໃນແຂວງ

ທ່ານ ບຸນລັບ ແສງອາພອນ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເພື່ອໃຫ້ສອດຄ່ອງ ຖືກຕ້ອງກັບລະບຽບກົດໝາຍ ໃນການຄຸ້ມຄອງທີ່ດິນທີ່ໄດ້ກໍານົດໄວ້ໃນວຽກງານເຊົ່າ-ສໍາປະທານທີ່ດິນຂອງລັດ; ຜ່ານການຈັດຕັ້ງປະຕິບັດກວດກາເຫັນວ່າ ທົ່ວແຂວງມີຫົວໜ່ວຍການເຊົ່າ-ສໍາປະທານທີ່ດິນລັດທັງໝົດ 279 ຫົວໜ່ວຍ, ມີ...