News

ກະຊວງແຈ້ງສາເຫດ! ທີ່ປັບລາຄານໍ້າມັນຂຶ້ນສູງ ເພື່ອຮັບປະກັນການສະໜອງນໍ້າມັນພາຍໃນບໍ່ໃຫ້ຂາດ.

ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ອອກມາຊີ້ແຈງສາເຫດທີ່ມີການປັບຂຶ້ນລາຄານໍ້າມັນເຊື້ອໄຟຂາຍຍ່ອຍທົ່ວປະເທດ ເພາະວ່າໃນລະຫວ່າງວັນທີ 5-12 ຕຸລາ 2022 ລາຄານ້ຳມັນດິບ ແລະ ນ້ຳມັນສໍາເລັດຮູບໃນຕະຫລາດໂລກ ມີອັດຕາສະເລ່ຍສູງຂຶ້ນ.

ເປີດນຳໃຊ້ທົດລອງລະບົບສູນ CCC ແລະ ເບີໂທສຸກເສີນ 1195

ພິທີໄຂນຳໃຊ້ທົດລອງລະບົບຂອງສູນຮັບແຈ້ງເຫດສຸກເສີນ ແລະ ສັ່ງການ ນະຄອນຫຼວງວຽງຈັນ (CCC) ແລະ ກອງປະຊຸມລາຍງານກ່ຽວກັບວຽກງານ ຂອງໂຄງການຢຸດຕິການເພີ່ມຂຶ້ນຂອງການເສຍຊີວິດຈາກອຸບັດ ເຫດຕາມທ້ອງຖະໜົນ ໂດຍການພັດທະນາການບໍລິການສຸກເສີນ ແລະ ມາດຕະຖານຄວາມປອດໄພຕາມທ້ອງຖະໜົນ (ໂຄງການ SAFER) ຈັດຂຶ້ນວັນທີ 11 ຕຸລາ 2022 ທີ່ໂຮງໝໍມິດຕະພາບ ເປັນກຽດເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ສອນໄຊ ຣາດຊະວົງ ອຳນວຍການໂຮງໝໍມິດຕະພາບ ແລະ ຂະແໜງການກ່ຽວຂ້ອງ.

2 ແຫຼ່ງທ່ອງທ່ຽວ ແຂວງຈຳປາສັກ ໄດ້ຖືກມອບໃຫ້ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ເຂົ້າໄປພັດທະນາ

ອົງການປົກຄອງແຂວງຈຳປາສັກ ມອບ-ຮັບແຫຼ່ງທ່ອງທ່ຽວ ອຸທິຍານນ້ຳຕົກຕາດຄອນພະເພັງ ແລະ ອຸທິຍານນ້ຳຕົກຕາດສົມພະມິດ (ຫຼີຜີ) ໃຫ້ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ເຂົ້າໄປພັດທະນາ ບໍວ່າຈະເປັນເລື່ອງຂອງການກໍ່ສ້າງ-ປັບປຸງສິ່ງນວຍຄວາມສະດວກ ທັກສະໃນການບໍລິການ.

ຕົວແທນສື່ມວນຊົນລາວ ເຂົ້າຮ່ວມກອງປະຊຸມອາຊຽນ ທີ່ ບາຫຼີ.

ທ່ານ ສະຫວັນຄອນ ຣາຊະມຸນຕຣີ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ທ່ານ ສົມສັກ ສຸກນາຄາມ, ຫົວໜ້າກົມສື່ມວນຊົນ ໃນຖານະເປັນຕົວແທນສື່ມວນຊົນລາວ ພ້ອມດ້ວຍ ທ່ານ ເທບພະໄຊ ຫຍ່ອງ, ປະທານສະມາຄົມ ນັກໜັງສືພິມ ແຫ່ງອາຊຽນ, ທ່ານ ມົງຄົນ ບາງປຣະພາ, ປະທານສະຫະພັນນັກໜັງສືພິມ ແຫ່ງປະເທດໄທ, ແລະ ທ່ານ ອານັນ ນິລະມານົນ, ຮອງປະທານສະຫະພັນ ນັກໜັງສືພິມແຫ່ງປະເທດໄທ ແລະ ປະທານສະມາຄົມໜັງສືພິມ ພາກພື້ນ ແຫ່ງປະເທດໄທ ຮ່ວມເດີນທາງເພື່ອໄປປະຊຸມ “ສະຫະພັນ ໜັງສືພິມແຫ່ງອາຊຽນ” ທີ່ ບາຫຼີ, ປະເທດ ອິນໂດເນເຊຍ.

ລາວ ໄດ້ຮັບທຶນຈາກ ໄທ 6 ຫຼັກສູດ ພັດທະນາຊັບພະຍາກອນມະນຸດ.

ກົມການຮ່ວມມືລະຫວ່າງປະເທດ (TICA) ກະຊວງການຕ່າງປະເທດໄທ ຮ່ວມກັບ ມະຫະວິທະຍາໄລບູຣະພາ, ສະຖາບັນລະຫວ່າງປະເທດ ເພື່ອການຄ້າ ແລະ ການພັດທະນາ, ສະຖາບັນການຕ່າງປະເທດ ເທວະວົງວະໂຣປະການ ແລະ ມະຫາວິທະຍາໄລແມ່ໂຈ້ ຈັດຫຼັກສູດຝຶກອົບຮົມໄລຍະສັ້ນດ້ານຊັບພະຍາກອນມະນຸດ ປະຈຳປີ 2022 ພາຍໃຕ້ແຜນງານຮ່ວມມືເພື່ອພັດທະນາລະຫວ່າງ ລາວ-ໄທ ໄລຍະ 3 ປີ ສະບັບທີ 1(ປີ 2020-2022) ຈຳນວນ 6 ຫຼັກສູດ ໂດຍມີຜູ້ໄດ້ຮັບທຶນທັງໝົດ 76 ຄົນ.

ນັກພັດທະນາດີເດັ່ນ! ໄດ້ຮັບຫຼຽນນາມມະຍົດວິລະຊົນແຮງງານແຫ່ງຊາດ ຄົນທໍາອິດຂອງປະເທດ

ຊົມເຊີຍ! ນັກທຸລະກິດ ຄົນທຳອິດຂອງ ສປປ ລາວ ທີ່ໄດ້ຮັບຫຼຽນນາມມະຍົດວິລະຊົນແຮງງານແຫ່ງຊາດລາວ ຊຶ່ງເປັນນາມມະຍົດສູງສຸດ ທັງເປັນຫຼຽນປະຫວັດສາດ ທີ່ພັກ-ລັດຖະບານແຫ່ງ ສປປ ລາວ ໄດ້ມອບໃຫ້ ທ່ານ ເກຍ ອູ໊ສິດທິເດດ ນັກພັດທະນາດີເດັ່ນແຫ່ງຊາດ ເຊິ່ງລາວແມ່ນເຈົ້າຂອງໂຮງງານນໍ້າດື່ມ ແລະ ນ້ຳກ້ອນໂລມາຄໍາ ແຂວງສະຫວັນນະເຂດ ທີ່ມີຜົນງານດີເດັ່ນ ໃນການມີສ່ວນຮ່ວມຊ່ວຍເຫຼືອປະຊາຊົນ 2 ໂຄງການ.

ບຸນມະໂຫລານສົ່ງເສີມການອ່ານ ຄັ້ງທີ 3 ກຽມຈັດຂຶ້ນ 9-13 ພະຈິກ 2022 ນີ້

ບຸນມະໂຫລານສົ່ງເສີ່ມການອ່ານຄັ້ງທີ 3 Book festival 2022 ເຊິ່ງຈະໄດ້ຈັດຂື້ນໃນວັນທີ 9-13 ພະຈິກ ຢູ່ທີ່ ສູນການຄ້າ ວຽງຈັນເຊັນເຕີ, ນະຄອນຫຼວງ ວຽງຈັນ ໃນຫົວຂໍ້ “ຮູ້ຮັກພາສາລາວ”. ເປັນການສືບເນື່ອມາຈາກຜົນສຳເລັດ ຂອງການຈັດງານບຸນມະໂຫລານສົ່ງເສີມການອ່ານ ໃນປີ 2019.

ພະນັກງານການບິນລາວ ໂພສອຳລາ! ຫຼັງຢຸດຖ້ຽວບິນ QV502 ນະຄອນຫຼວງ-ອຸດົມໄຊ.

ໃນວັນທີ 2 ຕຸລາ 2022 ທີ່ຜ່ານມາ ເປັນມື້ທີ່ຖ້ຽວບິນ QV502 ຂອງສາຍການບິນລາວ ທີ່ບິນລະຫວ່າງ ສະໜາມບິນສາກົນວັດໄຕ, ນະຄອນຫຼວງ ວຽງຈັນ ກັບສະໜາມບິນ ອຸດົມໄຊ ໄດ້ໃຫ້ບໍລິການເປັນຖ້ຽວສຸດທ້າຍ, ໂດຍພະນັກງານຂອງສາຍການບິນລາວທີ່ປະຈຳຢູ່ແຂວງ ອຸດົມໄຊ ໄດ້ອອກມາຖ່າຍຮູບຮ່ວມກັນ ແລະ ໂພສຂໍ້ຄວາມສະແດງຄວາມຮູ້ສຶກຂອງຕົນ ຜ່ານເຟສບຸກ ດ້ວຍຄວາມຮັກ ແລະ ຜູກພັນກັບອາຊີບວຽກງານທີ່ໄດ້ເຮັດມາ ໂດຍມີຕົວຢ່າງບາງເນື້ອຫາ ທີ່ພະນັກງານບາງຄົນໄດ້ໂພສດັ່ງນີ້: