News

ຊ່ວຍກັນກຳຈັດແຫຼ່ງເພາະພັນຍຸງລາຍໃຫ້ໝົດໄປ ເພື່ອຢຸດການແຜ່ລະບາດຂອງໄຂ້ຍຸງລາຍ.

ປັດຈຸບັນ ການແຜ່ລະບາດຂອງພະຍາດໄຂ້ຍຸງລາຍໄດ້ເພີ່ມຂຶ້ນຢູ່ເລື້ອຍໆ ຈົນເຮັດໃຫ້ຕຽງນອນຄົນເຈັບຢູ່ໂຮງໝໍບາງແຫ່ງບໍ່ພຽງພໍ ຍ້ອນມີຜູ້ຕິດເຊື້ອ ໄຂ້ຍຸງລາຍເພີ່ມຂຶ້ນ.

ສະຖານທູດໄທ ຈັດກິດຈະກຳ ແລະ ມອບທຶນ ໃຫ້ສະມາຄົມແມ່ຍິງພິການລາວ.

ໃນວັນທີ 3 ສິງຫາ 2022 ຜ່ານມາ ຢູ່ທີ່ ສະມາຄົມແມ່ຍິງພິການລາວ, ນະຄອນຫຼວງ ວຽງຈັນ ສະຖານທູດໄທ ປະຈຳລາວ ໄດ້ຈັດພິທີມອບການສະໜັບສະໜູນກິດຈະກຳ ຝຶກອົບຮົມພັດທະນາທັກສະວິຊາຊີບໃຫ້ແກ່ ສະມາຄົມແມ່ຍິງພິການລາວ ເພື່ອສະເຫຼີມພະກຽດສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ເນື່ອງໃນໂອກາດມະຫາມຸງຄຸນສະເຫຼີມພະຊົນມະພັນສາ 90 ພັນສາ 12 ສິງຫາ 2022.

ຈຸດເລີ່ມຕົ້ນຂອງ ເກດມະນີ ສາວວິຈິດສິນ ທີ່ມັກໃນການແຕ້ມ.

ນາງ ເກດມະນີ ແໜ້ນຄຳ, ນັກສຶກສາ ສະຖາບັນວິຈິດສິນແຫ່ງຊາດ ປີ 1 ເປັນແມ່ຍິງອີກຄົນໜຶ່ງ ທີ່ມັກ ແລະ ສົນໃຈໃນສິລະປະການແຕ້ມຮູບພາບ ເຮັດໃຫ້ເຂົາຕັດສິນໃຈເລືອກທີ່ຈະຮຽນໃນສາຍນີ້.

6 ເດືອນ ອັດຕະປື ມີນັກທ່ອງທ່ຽວເຂົ້າມາພຽງ 24 ພັນກວ່າຄົນ

ໃນໄລຍະ 6 ດືອນຕົ້ນປີ 2022 ນີ້ ຢູ່ແຂວງ ອັດຕະປື ໄດ້ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວທັງໝົດ 24.265 ຄົນ, ເຊິ່ງຈໍານວນດັ່ງກ່າວແມ່ນລ້ວນແຕ່ແມ່ນນັກທ່ອງທ່ຽວພາຍໃນປະເທດທັງໝົດ, ເມື່ອທຽບໃສ່ແຜນການປີແລ້ວບັນລຸໄດ້ພຽງ 26,96% ແລະ ສາມາດກະຈາຍລາຍໄດ້ຈາກການທ່ອງທ່ຽວໄດ້ທັງໝົດ 8,57 ຕື້ກີບ, ເມື່ອທຽບໃສ່ແຜນການແລ້ວບັນລຸໄດ້ 26,51% .

ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ຄາບອນທັຣດ (Carbon Trust) ໄດ້ຮ່ວມມືກັນໂຄສະນາເຜີຍແຜ່ ເພື່ອສົ່ງເສີມການປະຢັດ ແລະ ນຳໃຊ້ພະລັງງານຢ່າງມີປະສິດທິພາບໃນ ສປປ ລາວ.

ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮ່ວມກັບ ຄາບອນທັຣດ ຊຶ່ງແມ່ນອົງກອນທີ່ໃຫ້ຄໍາປຶກສາ ດ້ານສະພາບອາກາດຊັ້ນນໍາຂອງໂລກ ຈັບມືກັນ ເປີດໂຕໂຄງການ “ເຊົາຖິ້ມເງິນ ປະຢັດພະລັງງານ” ເພື່ອໂຄສະນາເຜີຍແຜ່ ເພື່ອປູກຈິດສໍານຶກ ໃນການສົ່ງເສີມການປະຢັດ ແລະ ນຳໃຊ້ພະລັງງານຢ່າງມີປະສິດທິພາບ

ຊ່ວຍກັນໂຄສະນາ! ເພື່ອຄວບຄຸມການແຜ່ລະບາດ ຂອງພະຍາດໄຂ້ຍຸງລາຍ.

ເພື່ອເປັນການສະກັດກັ້ນ ພະຍາດໄຂ້ຍຸງລາຍ ແລະເພື່ອໃຫ້ຊື່ມວນຊົນ ໃຫ້ການຮ່ວມມືໃນການທຳລາຍແຫຼ່ງທີ່ຢູ່ຂອງໜອນນ້ຳຍຸງລາຍ ໃນວັນທີ 13 ກໍລະກົດ 2022 ພະແນກສາທາລະນະສຸກ ນະຄອນຫຼວງ ວຽງຈັນ ຮ່ວມກັບ ກົມສື່ມວນຊົນ, ສະມະຄົມນັກຂ່າວ ແລະ ບໍລິສັດ ຟ້າໃຫຍ່ມີເດຍ ຈຳກັດ ຈຶ່ງໄດ້ຈັດກອງປະຊຸມປຸກລະດົມສື່ມວນຊົນ ເພື່ອໂຄສະນາຄວບຄຸມ ການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ.

ພາວ ມິຣາໂຄ ຈັບມືກັບ ບິກບລູ ຂະຫຍາຍທຸລະກິດໃນ ສປປ ລາວ

ໃນວັນທີ 8 ກໍລະກົດ 2022 ຢູ່ທີ່ ໂຮງແຮມ ລາວພລາຊາ ໄດ້ມີພິທີເຊັນສັນຍາຮ່ວມມືກັນລະຫວ່າງ ບໍລິສັດ ພາວ ມິຣາໂຄ ຈຳກັດ (Pow Miracle co.,LTD) ແລະ ບໍລິສັດ ຟ້າໃຫຍ່ມີເດຍ ຈໍາກັດ (Bigblue Agency Laos) ເພື່ອນຳເອົາຜະລິດຕະພັນສະໝຸນໄພ (ຜັກຄາວທອງ) ມາຈຳໜ່າຍໃນ ສປປ ລາວ.

ສົມທຽບຄວາມຕ່າງ ຜູ້ທີ່ສັກວັກຊີນຄົບໂດສ ກັບ ຜູ້ບໍ່ສັກ

ຄວາມແຕກຕ່າງຫຼັກໆຂອງອາການໂຄວິດ ໃນກຸ່ມຜູ້ທີ່ບໍ່ໄດ້ສັກວັກຊີນຄື ອາການໄຂ້ ເຊິ່ງບົ່ງບອກເຖິງອາການທີ່ຮ້າຍແຮງກວ່າ ຜູ້ປ່ວຍໂຄວິດ ກຸ່ມນີ້ຍັງລາຍງານວ່າມີອາການເຈັບຫົວ ແລະ ເຈັບຄໍຫຼາຍກວ່າຜູ້ທີ່ໄດ້ຮັບວັກຊີນຕ້ານໂຄວິດຄົບ 2 ເຂັມ ຫຼື ຫຼາຍກວ່ານັ້ນ