Friday, March 29, 2024
Lenovo

News

ລັດວິສາຫະກິດ ການບິນລາວ ແຈ້ງການໂຈະຖ້ຽວບິນ ວຽງຈັນ-ບໍ່ແກ້ວ-ວຽງຈັນ ຢ່າງບໍ່ມີກຳນົດ.

ວັນທີ 3 ກຸມພາ 2024 ນີ້, ລັດວິສາຫະກິດ ການບິນລາວ ໄດ້ອອກແຈ້ງການວ່າມີຄວາມຈຳເປັນຕ້ອງໂຈະບໍລິການຖ້ຽວບິນ ວຽງຈັນ-ບໍ່ແກ້ວ-ວຽງຈັນ ຢ່າງບໍ່ມີກຳນົດ.

ເທດສະການໜາກກ້ຽງຫວານວັງວຽງ ຈະຈັດໃນລະຫວ່າງວັນທີ 12-16 ກຸມພາ.

ແຂວງວຽວຈັນໂພສ໌ ໄດ້ໃຫ້ຮູ້ວ່າ: ງານເທດສະການໜາກກ້ຽງຫວານວັງວຽງ ແລະ ພິທີການເປີດປີທ່ອງທ່ຽວລາວ 2024 ຂອງແຂວງ ຈະຈັດຂຶ້ນໃນລະຫວ່າງວັນທີ 12-16 ກຸມພາ 2024 ນີ້, ທີ່ເມືອງວັງວຽງ ແຂວງ ວຽງຈັນ ສະຖານທີ່ເດີ່ນບິນເກົ່າວັງວຽງ ເຊິ່ງກິດຈະກຳການທ່ອງທ່ຽວທີ່ຫຼາກຫຼາຍ ຕິດພັນກັບງານເທສະການໝາກກ້ຽງຫວານ.

ທາງລົດໄຟລາວ-ຈີນ ໄດ້ຮັບລາງວັນ ຄຸນນະພາບວິສະວະກຳກໍ່ສ້າງ 2022-2023

ທ່ານ ລີຊົງ ຜູ້ຮັບຜິດຊອບພະແນກຈັດການ ໂຄງການກໍ່ສ້າງ ກຸ່ມບໍລີສັດທາງລົດໄຟຈີນ ບໍ່ເຕັນ-ນະຄອນຫລວງວຽງຈັນ ຊ່ວງສັນຍາທີ FJSGⅡ ໄດ້ໃຫ້ຮູ້ວ່າ: ທາງລົດໄຟລາວ-ຈີນ ຈາກບໍ່ເຕັນ-ນະຄອນວຽງຈັນ ໄດ້ຮັບລາງວັນວິສະວະກຳກໍ່ສ້າງປີ 2022-2023 (ໂຄງການຕ່າງປະເທດ) ແມ່ນລາງວັນທີ່ມີຄຸນນະພາບໃນໂຄງການກໍ່ສ້າງຂອງຈີນ.

ແຈ້ງການ! ການເສຍອາກອນທີ່ດິນ ປະຈຳປີ 2024.

ເພື່ອໃຫ້ການເສຍອາກອນທີ່ດິນ (ຄ່າພາສີທີ່ດິນ) ປະຈຳປີ 2024 ຖືກຈັດຕັ້ງປະຕິບັດ ໃຫ້ທັນຕາມກຳນົດ ເວລາ ແລະ ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ, ເລີ່ມແຕ່ວັນທີ 01 ມັງກອນ 2024 ເປັນຕົ້ນໄປ ການເສຍອາກອນທີ່ດິນ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍອາກອນທີ່ດິນ ສະບັບເລກທີ 35/ສພຊ, ລົງວັນທີ 17 ກໍລະກົດ 2023 ທີ່ໄດ້ປະກາດນໍາໃຊ້ຢ່າງເປັນທາງການ, ຊຶ່ງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນ ເຈົ້າຂອງສິດນຳໃຊ້, ຜູ້ນໍາໃຊ້ ຫຼື ຄອບຄອງ ທີ່ດິນ ໃນຂອບເຂດທົ່ວ ປະເທດ ມີພັນທະເສຍອາກອນທີ່ດິນ ປະຈຳປີ, ໃນປີ 2024 ເຊິ່ງການເສຍອາກອນທີ່ດິນ ຈະສິ້ນສຸດໃນວັນທີ 31 ທັນວາ 2024.

ບຸນທາດຫຼວງ ເລີ່ມ 23-27 ພະຈິກ 2023.

​ຕາມກຳນົດການຂອງບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈໍາປີ 2023 ແມ່ນຈະມີການຈັດຂຶ້ນ ໃນລະຫວ່າງວັນທີ 23-27 ພະຈິກ 2023 ຢູ່ທີ່ຂອບເຂດເດີ່ນພຣະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ.

ຄູລາວຜູ້ທີ 5 ທີ່ໄດ້ຮັບລາງວັນສົມເດັດ ເຈົ້າຟ້າມະຫາຈັກກຣີ.

ເປັນອີກໜຶ່ງຄວາມພູມໃຈ ແລະ ກຽດຕິຍົດສູງສຸດ ທີ່ຄູລາວໄດ້ຮັບລາງວັນທີ່ເຊີດຊູກຽດ ຄູຜູ້ມີຜົນງານດີເດັ່ນ ແລະ ສ້າງຄຸນປະໂຫຍດຕໍ່ການສຶກສາໃນປະເທດຕ່າງໆໃນພາກພື້ນເອເຊຍຕະເວັນອອກສ່ຽງໃຕ້ ເຊິ່ງລາງວັນນີ້ຈະສ້າງແຮງຈູງໃຈໃຫ້ກັບຄູໃນການສົ່ງເສີມການສຶກສາໃຫ້ແກ່ເດັກ ແລະ ເຍົາວະຊົນໃນລະດັບຕ່າງໆ.

ລະບົບລົດເມດ່ວນ BRT ໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງ ວຽງຈັນ

ນະຄອນຫຼວງ ວຽງຈັນ ກຳລັງຈະມີລະບົບລົດເມດ່ວນ BRT ເຊິ່ງໄດ້ມີການເຊັນສັນຍາກໍ່ສ້າງທາງອ້ອມຮອບສະຖານີລົດເມດ່ວນ ແລະ ການສະໜອງຕິດຕັ້ງລະບົບຂົນສົ່ງອັດສະລິຍະແລ້ວ ເຊິ່ງທັງສອງໂຄງການຄາດວ່າຈະໃຫ້ສຳເລັດໃນເດືອນຕຸລາປີ 2024. ພ້ອມນັ້ນ ຍັງມີອີກ 4 ສັນຍາກໍ່ສ້າງທີ່ຍັງເຫຼືອ ແມ່ນກຳລັງຂຸ້ນຂ້ຽວປະເມີນຈັດຫາເອົາບໍລິສັດທີ່ມີຄວາມພ້ອມມາກໍ່ສ້າງ ເຊິ່ງລວມມີການກໍ່ສ້າງເລນລົດເມ BRT ແລະ ສະຖານີ ຂຶ້ນ-ລົງ.

TICA ສືບຕໍ່ ຫຼາຍໂຄງການພັດທະນາ ໃນ ສປປ ລາວ

ວັນທີ 17 ສິງຫາ 2023 ທີ່ຜ່ານມາ ທ່ານນາງ ອຸຣີຣັດ ຈະເຣີນໂຕ, ຫົວໜ້າກົມຄວາມຮ່ວມມືລະຫວ່າງປະເທດ (TICA) ແລະ ທ່ານ ວິໂຣດ ສຸນດາຣາ ຫົວໜ້າກົມອາຊີ ປາຊີຟິກ ແລະ ອາຟຣິກາ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເປັນປະທານຮ່ວມ   ໃນກອງປະຊຸມຕິດຕາມການດຳເນີນງານພາຍໃຕ້ແຜນງານຄວາມຮ່ວມມືເພື່ອການພັດທະນາ ໄທ - ລາວ ໄລຍະ 3 ປີ

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!