News

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ບັນຍາກາດມື້ທໍາອິດຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2565 ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜື່ງ, ຢູ່ທີ່ແຫຼ່ງທ່ອງທ່ຽວຕາດເລາະ, ແຂວງສາລະວັນປີນີ້ ໄດ້ມີບັນຍາກາດເບີກບານມ່ວນຊື່ນ, ຮັກສາໄດ້ມູນເຊື້ອວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປກສ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັບກູມຜູ້ລັກລອບຂົນສົ່ງຢາເສບຕິດປະເພດ ຢາບ້າຈໍານວນ 1.600 ກວ່າມັດ ແລະ ຢາໄອສ໌ 500 ກວ່າຫໍ່ ພ້ອມດ້ວຍຜູ້ຕ້ອງຫາ 1 ຄົນ  ແລະ ລົດ 2 ຄັນ ເມື່ອມໍ່ໆມານີ້.

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ການທ່ອງທ່ຽວແມ່ນຂະແໜງການທີ່ມີຕ່ອງໂສ້ການບໍລິການທີ່ກວ້າງຂວາງ ກວມເອົາຫຼາຍຂະແໜງການທີ່ຕິດພັນກັບການບໍລິການ ທັງໂດຍທາງກົງ ແລະ ທາງອ້ອມ ບັນດາກິດຈະການທີ່ປິ່ນອ້ອມເຫລົ່ານັ້ນ ໄດ້ດຶງດູດແຮງງານທັງທາງກົງ ແລະ ທາງອ້ອມຈໍານວນຫລາຍ ເປັນການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນທ້ອງຖິ່ນປະກອບສ່ວນລົບລ້າງຄວາມທຸກຍາກ

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ອົງການໄອຍະການປະຊາຊົນແຂວງ ຈຳປາສັກ ສປປ ລາວ ແລະ ອົງການໄອຍະການປະຊາຊົນແຂວງ ເທື່ອທຽນເຫວ້ ສສ ຫວຽດນາມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການເພີ່ມທະວີສາຍພົວພັນການຮ່ວມມືໃນການຕ້ານ ແລະ ສະກັດກັ້ນອາຊະຍາກໍາ ລະຫວ່າງສອງແຂວງ

ລັດຖະມົນຕີ ກະຊວງ ຖວທ ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື

ທ່ານນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງອັດຕະປື, ພິທີການຕ້ອນຮັບໄດ້ມີຂື້ນທີ່ພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງອັດຕະປື,ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ກົງຈັກ ສີສະຫວາດ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ພ້ອມຄະນະ ພ້ອມດ້ວຍພະນັກການຫຼັກແຫຼງໃນຂົງເຂດຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງກໍ່ໃຫ້ການຕ້ອນຮັບ.

ແຈ້ງຜົນກວດ ໂຄວິດ ປອມ! ອາດຖືກປັບໄໝ ແລະ ມີໂທດຈຳຄຸກ. 

ດີຈຳນວນໜຶ່ງ ສວຍໂອກາດ ສົ່ງຜົນກວດ ໂຄວິດປອມ ເພື່ອຫວັງຈະໄດ້ມື້ພັກຍາວ, ໄດ້ເງິນປະກັນ ໂດຍບໍ່ຄຳນຶງເຖິງຜົນກະທົບກັບຜູ້ປ່ວຍຈິງ ແລະ ແຮງງານສຸດຈະລິດ ເຊິ່ງສັງຄົມລາວ ຄວນຊ່ວຍກັນເປັນຫູເປັນຕາເຝົ້າລະວັງ. 

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ທ່ານ ພັອ ຫງວຽນຫົງເຍິດ ກຳມະການພັກແຂວງ ຫົວໜ້າກອງບັນຊາການຕຳຫຼວດແຂວງກອນຕູມ ສສ ຫວຽດນາມພ້ອມຄະນະ ແລະ ກ່າວຮັບໂດຍ ທ່ານ ພົຈວ ສົມໄຊ ພູລະຄຳມະນີ ຄະນະປະຈຳພັກແຂວງ ເລຂາພັກ, ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ພ້ອມຄະນະ ແຫ່ງ ສປປລາວ ເຊິ່ງພິທີໄດ້ຈັດຂຶ້ນຢູ່ທີ່ເມືອງ ດາກຈຶງ ແຂວງເຊກອງ.

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ພິທີຖະແຫຼງຂ່າວ ແລະ ການຈົກສະຫຼາກຈັດຄູ່ແຂ່ງຂັນບານເຕະ 3X3 ໄດ້ຈັດຂຶ້ນໃນວັນທີ 30 ມີນາ 2022 ຜ່ານມານີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດສະຫວັນ ເຄີນວິໄລ, ຜູ້ອຳນວຍການໃຫ່ຍ ບໍລິສັດ ທີພລັດ ດີຈີຕອນ ຈຳກັດຜູ້ດຽວ ແລະ ທ່ານ ພຸດດາມອນ ຈັນທະລາສີ ປະທານບໍລິສັດ ເຊຍລາວ ສະປອດ ເອັນເຕີເທັນເມັນ ຈຳກັດຜູ້ດຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.