Saturday, March 22, 2025

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະຈຳວັນທີ 2 ເມສາ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ

ເປີດການນຳໃຊ້ຫ້ອງ ການປະສານງານຕ້ານອາຊະຍາກຳ ຂ້າມຊາຍແດນລາວ-ຫວຽດນາມ

ທ່ານ ພັອ ຫງວຽນຫົງເຍິດ ກຳມະການພັກແຂວງ ຫົວໜ້າກອງບັນຊາການຕຳຫຼວດແຂວງກອນຕູມ ສສ ຫວຽດນາມພ້ອມຄະນະ ແລະ ກ່າວຮັບໂດຍ ທ່ານ ພົຈວ ສົມໄຊ ພູລະຄຳມະນີ ຄະນະປະຈຳພັກແຂວງ ເລຂາພັກ, ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ພ້ອມຄະນະ ແຫ່ງ ສປປລາວ ເຊິ່ງພິທີໄດ້ຈັດຂຶ້ນຢູ່ທີ່ເມືອງ ດາກຈຶງ ແຂວງເຊກອງ.

ຫ້ອງການປະສານງານຕ້ານອາຊະຍາກຳຂ້າມຊາຍແດນລາວ-ຫວຽດນາມຢູ່ແຂວງເຊກອງ ເຊິ່ງມີແຜນກໍ່ສ້າງທັງໝົດ 05 ຫຼັງ: ບ້ານດາກປຼາໃໝ່, ບ້ານດາກປຼາເກົ່າ,ບ້ານດາກປາເນີ,ບ້ານ ບຼອງໃຫຍ່, ແລະ ບ້ານບຼອງນ້ອຍ , ເພື່ອນຳໃຊ້ເຂົ້າໃນວຽກງານ ຕ້ານອາສະຍາກຳຂ້າມຊາດ…ອ່ານຕໍ່

ອຸດສາຫະກໍາ ແລະ ການຄ້າ ແຂວງໄຊສົມບູນ ປຶກສາຫາລືດ້ານການເຂົ້າເຖິງການຕະຫຼາດ

อาจเป็นรูปภาพของ 12 คน และ ผู้คนกำลังยืน

ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງໄຊສົມບູນ ແລະ ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ໄດ້ຈັດກອງປະຊຸມ ຄົ້ນຄ້ວາ, ປຶກສາຫາລື ແລະ ກໍານົດກິດຈະກໍາຕ່າງໆ ດ້ານການເຂົ້າເຖິງການຕະຫຼາດ ສໍາລັບສິນຄ້າກະສິກໍາ ຢູ່ແຂວງໄຊສົມບູນ ທີ່ໄດ້ສົ່ງເສີມ ຢູ່ພາຍໃຕ້ໂຄງການປັບປຸງຊີວິດການເປັນຢູ່ແບບຍືນຍົງ (SLP)

ກອງປະຊຸມດັ່ງກ່າວ ໄດ້ ຄົ້ນຄ້ວາ, ປຶກສາຫາລື ແລະ ກໍານົດບັນດາກິດຈະກໍາຕ່າງໆ ທີ່ຈະຈັດຕັ້ງປະຕິບັດໃນປີ 2022 ໃນບ້ວງງົບປະມານຈຳນວນ $30,000 ໂດລາ ສຳລັບວຽກງານການເຂົ້າເຖິງຫຼາດ ແລະ ຮັບຮອງ ເອົາ 11 ກິດຈະກໍາຫຼັກ ເພື່ອສືບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດໃນການຄົ້ນຄວ້າ ແລະ ຊອກຫາ ຕະຫຼາດ ຢູ່ພາຍໃນແຂວງ, ຕ່າງແຂວງ ແລະ ນະຄອນຫຼວງວຽງຈັນ ສໍາລັບ ສິນຄ້າກະສິກໍາ 5 ປະເພດ ຄື: ຜັກສະອາດ, ງົວທອງ, ໝາກນັດ, ໝາກກ້ຽງ ແລະ ໝາກອາໂວກາໂດ…ອ່ານຕໍ່

ວາງສິລາລຶກໂຄງການກໍ່ສ້າງບ້ານຈັດສັນໃໝ່ ໃຫ້ປະຊາຊົນບ້ານຫ້ວຍຢໍ້ ຢູ່ເມືອງຈອມເພັດ

อาจเป็นรูปภาพของ 14 คน, ผู้คนกำลังยืน และ กลางแจ้ง

ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫຼວງພະບາງ ເປັນບ້ານໜຶ່ງທີ່ໄດ້ຮັບຜົນກະທົບ ໂດຍກົງຈາກ ໂຄງການກໍ່ສ້າງ ເຂື່ອນນໍ້າຂອງ ຈຸດເຂດແດນລະຫວ່າງບ້ານຫ້ວຍຢໍ້ ເມືອງຈອມເພັດ ແລະບ້ານຄົກຂ້າມ ເມືອງປາກອູ ແຂວງຫຼວງພະບາງ ແລະຈະໄດ້ມີການຍົກບ້ານມາຢູ່ຈຸດຈັດສັນໃໝ່, ໂດຍແມ່ນທຶນຂອງໂຄງການກໍ່ສ້າງ ເຂື່ອນນໍ້າຂອງ ເປັນຜູ້ຮັບຜິດຊອບການກໍ່ສ້າງ ແລະ ຍົກຍ້າຍ ທັງໝົດ

ໃນນີ້ປະກອບມີເຮືອນ 87 ຫຼັງ,ວັດ 1 ແຫ່ງ,ສຸກສາລາ 1 ແຫ່ງ,ໂຮງຮຽນປະຖົມ 1 ແຫ່ງ,ມັດທະຍົມ 1 ແຫ່ງ, ຫ້ອງການບ້ານ ແລະຄີວລົດ.ເຊີ່ງໂຄງການກໍ່ສ້າງບ້ານໃໝ່ ໃຫ້ປະຊາຊົນບ້ານຫ້ອຍຢໍ້ ເມືອງຈອມເພັດແຂວງຫຼວງພະບາງ ຈົນມາຮອດວັນທີ 31 ມີນາ 2022 ຈິ່ງໄດ້ມີພິທີວາງສີລາລຶກ ແລະຄາດວ່າຈະໃຫ້ສໍາເລັດໃນວັນທີ 30 ກັນຍາ 2022 ນີ້…ອ່ານຕໍ່

ຫ້ອງການກະສິກຳ ແລະ ປ່າໄມ້ ນະຄອນໄກສອນ ພົມວິຫານ ໄດ້ທຳລາຍ ສິນຄ້ານຳເຂົ້າປະເພດ ສີ້ນສ່ວນໝູແຊ່ແຂງ 477 ກິໂລ

อาจเป็นรูปภาพของ 9 คน, ผู้คนกำลังยืน และ กลางแจ้ง

ຢູ່ສະຖານທີ່ຖິ້ມຂີ້ເຫຍື້ອບ້ານຊອກ ນະຄອນ ໄກສອນ ພົມວິຫານ,ທາງຫ້ອງການກະສິກຳ ແລະ ປ່າໄມ້ ນະຄອນ ໄກສອນ ພົມວິຫານ ສົມທົບກັບພາກສ່ວນກ່ຽວຂ້ອງໄດ້ ທໍາລາຍສິນຄ້າຫ້າມນໍາເຂົ້າໂດຍບໍ່ຖືກຕ້ອງ ທີ່ບັນຈຸໃສ່ແກັດເຈ້ຍ ຈໍານວນ 10 ແກັດ ນໍ້າໜັກ 477 ກິໂລໃນນັ້ນມີ: ຊີ້ນໜູ 227 ກິໂລ,ຕັບ 30 ກິໂລ,ໜັງໝູ52 ກິໂລ,ປອດໝູ 35 ກິໂລ,ກະດູກຂ້າງ60 ກິໂລ ແລະ ຊີ້ນສາມຊັ້ນ 73 ກິໂລ

ເຊິ່ງເຈົ້າຂອງສິນຄ້າດັ່ງກ່າວແມ່ນ ທ້າວ ຖັງ ອາຍຸ 29 ປີ ສັນຊາດຫວຽດນາມ,ພັກຢູ່ບ້ານຫົວເມືອງໃຕ້ ນະຄອນ ໄກສອນ ພົມວິຫານ ເປັນຜູ້ນຳມາຈໍາໜ່າຍ-ຂາຍຢູ່ຕະຫຼາດສະຫວັນໄຊ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ເຊິ່ງເປັນການລັກລອບນໍາເຂົ້າສິນຄ້າ ທີ່ບໍ່ໄດ້ຜ່ານການກວດກາຂອງເຈົ້າໜ້າທີ່…ອ່ານຕໍ່

ໃນປະຈຸບັນ ມີຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດໃນທົ່ວໂລກຫຼາຍກ່ວາ 40 ລ້ານກວ່າຄົນ

ເປັນປະກົດການຫຍໍ້ທໍ້ໜຶ່ງທີ່ເກີດຂຶ້ນໃນສັງຄົມ ແລະ ສົ່ງຜົນກະທົບຕໍ່ສັງຄົມ ກໍຄືການພັດທະນາສ້າງສາປະເທດຊາດ, ພ້ອມກັນນັ້ນ ການຄ້າມະນຸດ ຍັງເປັນທຸລະກິດທີ່ຜິດກົດໝາຍ ຊຶ່ງມີຜົນກຳໄລມະຫາສານເປັນອັນດັບສອງຂອງໂລກ ຮອງຈາກການຄ້າຂາຍຢາເສບຕິດ, ໃນປະຈຸບັນ ມີຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດໃນທົ່ວໂລກຫຼາຍກ່ວາ 40 ລ້ານກວ່າຄົນ, ໃນນີ້ ຜູ້ຍິງ ແລະ ເດັກນ້ອຍແມ່ນກວມເອົາ 71%, ເຂດທີ່ມີຜູ້ຖືກເຄາະຮ້າຍຫຼາຍທີ່ສຸດໃນໂລກ ແມ່ນເຂດພາກພື້ນອາຊີ ແລະ ປາຊີຟິກ ກວມເອົາ 65%

ສໍາລັບ ສປປ ລາວພວກເຮົາ ໃນຊຸມປີທີ່ຜ່ານມາ ການຄ້າມະນຸດພົ້ນເດັ່ນ ແມ່ນດ້ວຍຮູບແບບໄປອອກແຮງງານທີ່ຜິດກົດໝາຍ, ການຂົນຂວາຍເອົາແມ່ຍິງລາວ ໄປກັບຄົນຕ່າງປະເທດດ້ວຍຮູບການໝັ້ນໝາຍ, ແຕ່ງດອງແອບແຝງ ແລະ ອື່ນໆ ເຮັດໃຫ້ແມ່ຍິງລາວ ຕົກເປັນຜູ້ຖືກເຄາະຮ້າຍຈຳນວນຫຼວງຫຼາຍ ຕາມການສະຫຼຸບຂອງເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ເກັບກຳການສະເໜີທີ່ພົວພັນເຖິງການຄ້າມະນຸດ ມີທັງໝົດ 250 ເລື່ອງ, ຜູ້ຖືກຫາ 382 ຄົນ, ຜູ້ຖືກເຄາະຮ້າຍ 269 ຄົນ, ຍິງ 239 ຄົນ…ອ່ານຕໍ່

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່