ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປະຈຳວັນທີ 2 ເມສາ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ການແຂ່ງຂັນບານເຕະ 3X3 ຈະເປີດສາກຂຶ້ນ

ພິທີຖະແຫຼງຂ່າວ ແລະ ການຈົກສະຫຼາກຈັດຄູ່ແຂ່ງຂັນບານເຕະ 3X3 ໄດ້ຈັດຂຶ້ນໃນວັນທີ 30 ມີນາ 2022 ຜ່ານມານີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດສະຫວັນ ເຄີນວິໄລ, ຜູ້ອຳນວຍການໃຫ່ຍ ບໍລິສັດ ທີພລັດ ດີຈີຕອນ ຈຳກັດຜູ້ດຽວ ແລະ ທ່ານ ພຸດດາມອນ ຈັນທະລາສີ ປະທານບໍລິສັດ ເຊຍລາວ ສະປອດ ເອັນເຕີເທັນເມັນ ຈຳກັດຜູ້ດຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ການແຂ່ງຂັນບານເຕະ ລາຍການ Tplus Street Football 3×3 ຫຼື ການແຂ່ງຂັນບານເຕະ 3X3 ເປັນການແຂ່ງຂັນບານເຕະຮູບແບບ ຝ່າຍລະ 3 ຄົນ ໃຊ້ເວລາແຂ່ງຂັນ 20 ນາທີ (ຕັ້ງລະ 10 ນາທີ ), ສໍາລັບ ການແຂ່ງຂັນບານເຕະ 3X3 ນີ້ ມີ 22 ທີມຮ່ວມຊີງໄຊ…ອ່ານຕໍ່

ສະມາຄົມໃຫຍ່ຊາວຫວຽດນາມ ກຽມ 8 ກິດຈະກຳ ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ

ການສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ນີ້, ສະມາຄົມໃຫຍ່ຊາວຫວຽດນາມໄດ້ກະກຽມ 8 ກິດຈະກໍາໃນການສະຫຼອງປີດັ່ງກ່າວ ເຊີ່ງປະກອບມີການໄປຢ້ຽມຢາມອະນຸສອນສະຖານປະທານ ໂຮ່ຈິມິນ ຢູ່ແຂວງຄຳມ່ວນ, ຈັດການແຂ່ງຂັນກິລາ, ສະແດງສິລະປະແລກປ່ຽນວັດທະນະທຳລາວ-ຫວຽດ ແລະ ອື່ນໆ.

ສະມາຄົມໃຫຍ່ຊາວຫວຽດນາມ ທົ່ວປະເທດລາວ ເປັນອົງກອນໜຶ່ງ ພາຍໃຕ້ການຊີ້ນຳ ແລະ ຄຸ້ມຄອງຂອງກະຊວງພາຍໃນ ແລະ ຂຶ້ນກັບສະຖານທູດຫວຽດນາມ ປະຈຳລາວ, ພາລະບົດບາດ ແລະ ໜ້າທີ່ໂດຍກົງຂອງສະມາຄົມໃຫຍ່ແມ່ນເພື່ອເຮັດແນວໃດໃນການປຸກລະດົມ, ຊຸກຍູ້ໃຫ້ປະຊາຊົນຊາວຫວຽດນາມທີ່ທຳມາຫາກິນ ຢູ່ ສປປ ລາວ ໃຫ້ມີຄວາມສາມັກຄີ…ອ່ານຕໍ່

ຮອງນາຍົກ! ເນັ້ນໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ເອົາໃຈໃສ່ 6 ບັນຫາສຳຄັນ

ທ່ານ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອ້ລົມຕໍ່ກອງປະຊຸມປະຈຳປີ 2021 ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ (ອຄ) ເມື່ອວັນທີ 25 ມີນາຜ່ານມາ, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ

ໂດຍທ່ານໄດ້ຊົມເຊີຍຜົນງານທີ່ຜ່ານມາ ແລະ ເນັ້ນໃຫ້ເອົາໃຈໃສ່ຕື່ມ 6 ບັນຫາໃຫຍ່ໃນປີຕໍ່ໜ້າຄື: ໃຫ້ປັບປຸງກົນໄກການປະສານງານທີ່ຊ່ວຍສະໜັບສະໜູນກັນຢ່າງເປັນລະ ບົບ ແລະ ໄປໃນທິດທາງດຽວກັນ ລະຫວ່າງ ກົມຕ່າງໆ ພາຍໃນກະຊວງ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...