News

ລັດຖະບານ ຄາດ! ຖ້າສະພາບການເປັນປົກກະຕິ ຈະເປີດການທ່ອງທ່ຽວທົ່ວປະເທດ

ໃນໄລຍະທີ່ມີການລະບາດຈອງພະຍາດ ໂຄວິດ-19 ທີ່ຜ່ານມາ ຈົນເຖິງ ປັດຈຸບັນ ກໍຍັງມີຫຼາຍປະເທດທີ່ຍັງສືບຕໍ່ລະບາດ ແລະ ປະເທດລາວ ກໍເປັນໜຶ່ງໃນນັ້ນ.

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ທ່ານ ບຸນສົມ ຄຸນມະນີ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຂຶ້ນຜ່ານບົດລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຂະແໜງ ອຄ ໃນໄລຍະ 1 ປີທີ່ຜ່ານມາ ແລະ ທິດທາງວຽກງານຈຸດສຸມ ໃນຕໍ່ໜ້າ ເຊິ່ງໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກໄດ້ລື່ນແຜນ 18,47%; ໃນນັ້ນ ມີສິນຄ້ານຳເຂົ້າລື່ນແຜນ 23,34%, ວຽກການສົ່ງເສີມ ຈຸລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ຂອງແຂວງ.

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປີ 2021 ສປປ ລາວ ມີມູນຄ່າການການສົ່ງອອກ ແລະ ນໍາເຂົ້າສິນຄ້າຂອງ ສປປ ລາວບັນລຸໄດ້ປະມານ 13.000 ລ້ານໂດລາສະຫະລັດ, ເຊິ່ງໃນນັ້ນ ມູນຄ່າການສົ່ງອອກ ມີປະມານ 7.000 ລ້ານໂດລາ ແລະ  ມູນຄ່າການນໍາເຂົ້າ ມີປະມານ 6.000 ລ້ານໂດລາ

ປູກກາເຟ ເປັນສິນຄ້າ ພາໃຫ້ຄອບຄົວພົ້ນທຸກ

ຄອບຄົວ ທ່ານ ນ. ວຽງລາພອນ ວັນມະວີ, ຮອງນາຍບ້ານ ບ້ານ ດາກຕະອອກໃຫຍ່, ເມືອງ ດາກຈຶງ, ແຂວງ ເຊກອງ ເປັນຄອບຄົວໜຶ່ງທີ່ຢຶດຖືການປູກກາເຟ ເພື່ອສ້າງເສດຖະກິດຄອບຄົວ ແກ້ໄຂຄວາມທຸກຍາກ ໄດ້ກ້າວມາເປັນຄອບຄົວຕົວແບບ ດ້ານການປູກກາເຟກາຕີມໍ ເປັນສິນຄ້າ, ພາໃຫ້ຄອບຄົວພົ້ນທຸກເທື່ອລະກ້າວ ແລະ ເປັນອີກຄອບຄົວໜຶ່ງ ທີ່ຊ່ວຍໃນການພັດທະນາເສດຖະກິດ ຂອງເມືອງ ໃຫ້ຈະເລີນເຕີບໂຕ.

ປະທານປະເທດ ລົງຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ຜົ້ງສາລີ.

ວັນທີ 8 ກຸມພາ 2022 ນີ້, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງມາເຄື່ອນໄຫວຢຽມຢາມ ແລະ ເຮັດວຽກຢູ່ ແຂວງ ຜົ້ງສາລີ.

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ອໍານາດການປົກຄອງ ແຂວງໄຊຍະບູລີແຈ້ງໃຫ້ຮູ້ວ່າ:  ສຳລັບກິດຈະກໍາບຸນຊ້າງທີ່ຈະຈັດໃນວັນທີ 20 ກຸມພາ 2021, ຈະມີພິທີຕັກບາດເພື່ືອອຸທິດສ່ວນບຸນກຸສົນໃຫ້ຊ້າງ, ແຫ່ຂະບວນຊ້າງ, ບາສີສູ່ຂວັນຊ້າງ, ຈັດອາຫານບຸບເຟໃຫ້ຊ້າງກິນເພື່ອເປັນການສ້າງເງື່ອນໄຂໃຫ້ຊ້າງມີໂອກາດໄດ້ມາພົບປະກັນ.

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ໃນກອງປະຊຸມພົບປະນັກທຸລະກິດ ໃນຄັ້ງວັນທີ 3 ກຸມພາ 2022 ທີ່ສະໂມສອນຂອງແຂວງມີນັກທຸລະກິດເຂົ້າມາລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ໃຫ້ຮູ້ວ່າ: ປີ 2021 ມີນັກລົງທຶນທີ່ເຂົ້າມາລົງທຶນຢູ່ແຂວງສາລະວັນ ຕາມຫົວໜ່ວຍທຸລະກິດມາແຈ້ງຂຶ້ນ ແລະດັດແກ້ທະບຽນວິສາຫະກິດທັງໝົດ 126 ຫົວໜ່ວຍ.

ລັດ ຫຼຸດວັນກັກຕົວຜູ້ເດີນທາງເຂົ້າ ສປປ ລາວ ເຫຼືອ 7 ວັນ

ລັດຖະບານ ໄດ້ຜ່ອນຜັນເງື່ອນໄຂ ແລະ ຫຼຸດໄລຍະເວລາໃນການຈຳກັດບໍລິເວນ ເມື່ອເດີນທາງເຂົ້າມາ ສປປ ລາວ ເຫຼືອ 7 ວັນ, ພ້ອມກຳນົດມາດຕະການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າເພີ່ມຂຶ້ນ, ຍົກເລີກຂໍ້ຈຳກັດຈຳນວນໜຶ່ງໃນການເຄື່ອນໄຫວ ແລະ ດຳເນີນທຸລະກິດ ຢູ່ພາຍໃນປະເທດ ທີ່ໄດ້ກຳນົດໃນໄລຍະຜ່ານມາ ເພື່ອອຳນວຍຄວາມສະດວກໃຫ້ແກ່ທຸກພາກສ່ວນໃນສັງຄົມ ຫັນມາເຄື່ອນໄຫວດຳລົງຊີວິດແບບໃໝ່ ແລະ ຟື້ນຟູເສດຖະກິດໄດ້ຫຼາຍຂຶ້ນ.