News

ເຜີຍແຜ່ບາງນິຕິກຳລຸ່ມກົດໝາຍສົ່ງເສີມການລົງທຶນຫຼັງການປັບປຸງຫຼ້າສຸດ

ກອງປະຊຸມຝຶກອົບຮົມວຽກງານການໃຫ້ນະໂຍບາຍສົ່ງເສີມການລົງທຶນ ແລະ ເຜີຍແຜ່ບາງນິຕິກຳລຸ່ມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2016 ໄດ້ຈັດຂຶ້ນໃນວັນທີ 5 ມີນາ 2019 ຜ່ານມາ ທີ່ກະຊວງແຜນການ ແລະ ການລົງທຶນ ໂດຍການເປັນປະທານຂອງ ທ່ານ...

ເມືອງ​ຄູນ ແຫຼ່ງ​ອະ­ລິ­ຍະ​ທຳອັນ​ເກົ່າ​ແກ່ ຂອງ​ແຂວງ​ຊຽງ​ຂວາງ

 ເມືອງ​ຄູນ ຢູ່​ຫ່າງ​ຈາກຕົວ ເມືອງ​ໂພນ​ສະ­ຫວັນ (ເມືອງ​ແປກ) ແຂວງ​ຊຽງ​ຂວາງ​ໄປ​ທາງ​ທິດ­ເໜືອ ປະ­ມານ 30 ກິ­ໂລ­ແມັດ, ເປັນ​ເມືອງ ທີ່​ເກົ່າ​ແກ່​ແຫ່ງ​ໜຶ່ງ​ໃນ​ລາວ​ເຮົາ ທີ່ ຕັ້ງ​ຢູ່​ທາງ​ພາກ​ເໜືອ; ເມືອງ​ນີ້​ມີ​ຊື່ ສຽງ​ໂດ່​ງ​ດັ່ງ​ໄປ​ທົ່ວ​ໂລກ ເນື່ອງຈາກ​ເປັນ​ເມືອງ​ທີ່​ມີ​ຮ່ອງ­ຮອຍ​ປະຫວັດ​ສາດ​ເກົ່າ​ແກ່ ແລະ ເຄີຍ​ມີ​ກະສັດ​ປົກ­ຄອງ​ມາ​ແລ້ວ​ເຖິງ...

ປະກາດ! ວິທະຍາໄລຣັຕນະບໍລິຫານທຸລະກິດ ຍົກ​ຖາ​ນະເປັນສະຖາບັນ​ແລ້ວ!

ທີ່ນະຄອນຫຼວງວຽງຈັນ ວິທະຍາໄລຣັຕນະບໍລິຫານທຸລະກິດ ໄດ້ມີພິທີປະກາດຍົກຖານະວິທະຍາໄລຣັຕນະບໍລິຫານທຸລະກິດຂຶ້ນເປັນສະຖາບັນຣັຕນະບໍລິຫານທຸລະກິດຢ່າງເປັນທາງການໂດຍເຂົ້າຮ່ວມຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ສົມເພັດ ຣັຕນະສິມ ປະທານສະຖາບັນຣັຕນະບໍລິຫານທຸລະກິດ, ມີຫົວໜ້າກົມ, ພະແນກການກ່ຽວຂ້ອງ ພ້ອມດ້ວຍບັນດາຄູອາຈານ ແລະນັກສຶກສາເຂົ້າຮ່ວມ. ທ່ານ ບຸນເທືອງ...

ເປັນທາງການແລ້ວ ສຳ​ລັບຄີນິກຜິວໜັງອະໂສກອຸດອນ

ວັນທີ່ 4 ມີນາ 2019 ທີ່ອາຄານຄີນິກຜິວໜັງອະໂສກອຸດອນ ກົງກັນຂ້າມກັບສູນການຄ້າເຊັນທັນອຸດອນ ໄດ້ມີພິທີເປີດ​ຄີນິກຜິວໜັງອະໂສກອຸດອນ ຢ່າງເປັນທາງການແລ້ວ ໂດຍໄດ້ຮັບກຽດຈາກບຸກຄົນຈາກຫຼາຍວົງ​ການ ມາຮ່ວມສະແດງຄວາມຍີນດີນຳ. ເຊັ່ນ: ທ່ານ ວັນໄຊ ຈັນທະພອນ ຮອງຜູ້ວ່າການຈັງຫວັດອຸດອນທານີ, ທ່ານ ອຳນາດ ຜະກາລັດ...

ສະພາກາຊາດໄທ ມອບເຄື່ອງຊ່ວຍເຫຼືອ ແລະເຮືອກູ້ໄພ ໃຫ້ອົງການກາແດງລາວ ມູນຄ່າ 1 ແສນກວ່າໂດລາ

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ຈາກສະພາກາຊາດໄທ ໄດ້ຈັດຂຶ້ນ ວັນທີ 5 ມີນາ 2019 ທີ່ນະຄອນຫຼວງວຽງຈັນ, ໃຫ້ກຽດມອບໂດຍ ທ່ານ ພົນໂທ ດຣ ອຳນາດ ບາຫຼີ, ຜູ້ອຳນວຍການ ສຳນັກງານ ບັນເທົາທຸກ, ສະພາກາຊາດໄທ ແລະ ຮັບໂດຍທ່ານ ດຣ ກາວີ ພອນ ສຸດທິ ຫົວໜ້າກອງຊ່ວຍເຫຼືອບັນເທົາທຸກ ອົງການກແດງລາວ, ມີບັນດາອາສາສະໝັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ການຊ່ວຍເຫຼືອດັ່ງກ່າວ...

ກ້າວ​ສູ່​ຄວາມທັນ​ສ​ະ​ໄໝ! ສູນສຸຂະພາບແມ່ ແລະເດັກ ເປີດນໍາໃຊ້ສື່ສັງຄົມອອນລາຍກ່ຽວກັບສຸຂະພາບຈະເລີນພັນ

ວັນທີ 5 ມິີນາ 2019 ນີ້, ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ ຮ່ວມກັບອົງການ ສາກົນບໍລິການປະຊາຊົນ ຫຼື PSI/Lao ໄດ້ຈັດພິທີເປີດນໍາໃຊ້ເວັບໄຊ໌ ແລະສື່ສັງຄົມອອນລາຍ ກ່ຽວກັບສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ “ຮັກມີແຜນ” ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ...

​ມາ​ຮູ້​ຈັກ! ເຈົ້າ​ເພັດ​ຊ​ະ​ລາດ ວິ​ລະ​ບູ​ລຸດ​ກອບ​ກູ້​ຊາດ ​ຜູ້​ຕັດ​ຂາດ​ຄວາມ​ເຊື່ອ​ຖື​ງົມ​ງວຍແລະ​ຊ່ວຍເຫຼືອ​ປະ​ຊາ​ຊົນ​ຈາກ​ສັດ​ຮ້າຍ

ເຈົ້າເພັດຊະລາດຮັກຊາດສຸດໃຈແຕ່ຄວາມຊື່ສັດຈົງຮັກພັກດີຕໍ່ເຈົ້າຊີວິດຫຼວງພະບາງເຮັດໃຫ້ເພິ່ນໄປບໍ່ເຖິງໄຊຊະນະສຸດຍອດ. ຄວາມຮັກຊາດ: ດ້ວຍນ້ຳໃຈຮັກຊາດຍິ່ງໃຫຍ່ດູດດື່ມ ເປັນຫ່ວງນຳປະຊາຊົນລາວ ນັບແຕ່ມີໂອກາດ ເຈົ້າເພັດຊະຣາດກໍໄດ້ທຸ່ມເທ ຈິດໃຈ ເຫື່ອແຮງສະຕິປັນຍາດຳເນີນການທຸກຢ່າງ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະເຕົ້າໂຮມແຜ່ນດິນທີ່ແຕກແຍກເປັນເອກະ ພາບ. ສອງສິ່ງນີ້ ເປັນຄວາມໃຝ່ຝັນສູງສຸດຂອງເພິ່ນແລະຂອງປະຊາຊົນລາວ. ເລີ່ມດ້ວຍຕໍ່ສູ້ໃຫ້ຝຣັ່ງປ່ຽນແປງລະບຽບຂ້າລາຊະການ ເພື່ອໃຫ້ຂ້າຊະການລາວກ້າວໜ້າແລະມີຄວາມຮັກຊາດບ້ານເມືອງ, ເອົາໃຈໃສ່ຟື້ນຟູ ພາສາ ສາສະໜາ ວັດທະນະທຳ,...

ປີຜ່ານມາ ນໍ້າປະປາແຂວງຫົວພັນ ສາມາດເກັບລາຍຮັບໄດ້ 6 ຕື້ 780 ກວ່າກີບ

ກອງປະຊຸມສະຫຼຸບວຽກງານປະຈໍາປີ2018ແລະວາງທິດທາງແຜນການ2019ຂອງລັດວິສາຫະກິດນໍ້າປະປາແຂວງຫົວພັນໄດ້ຈັດຂື້ນ ໃນ 1 ປີຜ່ານມາລັດວິສາຫະກິດນໍ້າປະປາແຂວງຫົວສາມາດສ້າງລາຍຮັບໄດ້6ຕື້780ກວ່າກີບ,ມອບພັນທະໃຫ້ລັດໄດ້757ລ້ານກວ່າກີບແລະມອບຕົ້ນທຶນ-ດອກເບ້ຍໃຫ້ ADB 639ລ້ານກວ່າກີບ. ສໍາລັບແຜນສູ້ຊົນປີ2019ແມ່ນຈະສູ້ຊົນເກັບລາຍຮັບໃຫ້ໄດ້6ຕື້788ລ້ານກວ່າກີບ,ມອບພັນທະໃຫ້ລັດໃຫ້ໄດ້777ລ້ານກວ່າກີບ ແລະ ມອບຕົ້ນທຶນ-ດອກເບ້ຍໃຫ້ໄດ້605ລ້ານກວ່າກີບ. ທີ່​ມາ: Midia Laos