News

ອຸດົມໄຊ ກວດພົບສານຕົກຄ້າງສູງ ໃນພືດຜັກ ແລະໝາກໄມ້ນຳເຂົ້າຈາກ ຈີນ

ທ້າຍອາທິດຜ່ານມາ ແຂວງອຸດົມໄຊ ໂດຍສະເພາະແມ່ນພະແນກກະສິກຳ ແລະປ່າໄມ້ແຂວງ ຊຶ່ງນຳໂດຍທ່ານ ພອນປະສິດ ປັນຍາສະຫວັດ ຮອງຫົວໜ້າພະ ແນກກະສິກຳ ແລະປ່າໄມ້ແຂວງສົມທົບກັບຫ້ອງການກະສິກຳ ແລະປ່າໄມ້ ແລະ ອຸດສາຫະກຳ ເມືອງໄຊ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະວິໄຈສານພິດຕົກຄ້າງໃນພືດຜັກ...

ເມືອງນາຊາຍທອງ ເປີດງານວາງສະແດງສິນຄ້າຄັ້ງທີ 24 ມີ 345 ຮ້ານເຂົ້າຮ່ວມ

ຫ້ອງວ່າການປົກຄອງເມືອງນາຊາຍທອງ ຮ່ວມກັບ ບັນດາຫ້ອງການອ້ອມຂ້າງຂອງເມືອງ ແລະ ຫົ ວໜ່ວຍທຸລະກິດ-ຄອບຄົວຕົວແບບ ໄດ້ພ້ອມກັນຈັດງານວາງສະແດງສິນຄ້າ ກະສິກໍາ, ຫັດຖະກໍາ, ອຸດສາຫະກໍາ ແລະການບໍລິການ ປະຈໍາປີ 2019 ຂຶ້ນໃນລະຫວ່າງວັນທີ 12-18 ກຸມພາ 2019...

ລັດ​ຖະ​ບານ​ຢືນ​ຢັນ! ​ຈະ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ເສດຖະກິດ​ໃຫ້​ຂະຫຍາຍຕົວ​ໜັກ​ແໜ້ນ

ໃນ​ໂອກາດ​ໂອ້​ລົມ​ກອງ​ປະຊຸມ​ວຽກ​ງານ​ແຜນການ-ການ​ເງິນ​ທົ່ວ​ປະ​ເທດ ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ປີ 2019 ປະ​ເທດ​ເຮົາ​​ຍັງຈະ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ທາງ​ດ້ານ​ເສດຖະກິດ-ການ​ເມືອງ​ຂອງ​ພາກພື້ນ ​ແລະ ສາກົນ ​ເຊິ່ງຈະ​ສົ່ງ​ຜົນ​ກະທົບ​ທາງ​ກົງ ​ແລະ ທາງ​ອ້ອມ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ເຮົາ ​ແລະ ​ເປັນ​ປີ​ທີ່​ມີ​ການ​ປ່ຽນ​ແປງ​ນະ​ໂຍບາຍ​ແຜນການ-ການ​ເງິນ​ທີ່​ສຳຄັນ​ຂອງ​ພວກ​ເຮົາ​ທີ່​ອີງ​ໃສ່​ລາຍ​ຮັບ​ພາຍ​ໃນ​ເປັນ​ຕົວ​ກຳນົດ​ລາຍ​ຈ່າຍ ​ແລະ ການ​ລົງທຶນ....

ປຶກສາຫາລື ວຽກງານກອງທຶນສິ່ງແວດລ້ອມໂລກແລະກອງທຶນສີຂຽວ ດ້ານການປ່ຽນແປງດິນຟ້າອາກາດ

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ກອງເລຂາກອງທຶນສິ່ງແວດລ້ອມໂລກ ແລະ ກອງທຶນສີຂຽວ ດ້ານການປ່ຽນແປງດິນຟ້າອາກາດ ໄດ້ຈັດກອງປະຊຸມປຶກສາຫາ ລືລະດັບຊາດ ກ່ຽວກັບວຽກງານຈຸດສຸມ ກອງທຶນສິ່ງແວດລ້ອມໂລກ ແລະ ກອງທຶນສີຂຽວ ດ້ານການປ່ຽນແປງ ດິນຟ້າອາກາດ ໃນລະຫວ່າງ...

ເຊີນຮ່ວມບໍລິຈາກເລືອດ ພາຍໃຕ້ຫົວຂໍ້ “ໃຫ້ຄວາມຮັກຊຶ່ງກັນແລະກັນດ້ວຍການບໍລິຈາກເລືອດຍິ່ງໃຫ້ຍິ່ງໄດ້ບຸນກຸສົນ”

ສູນເລືອດແຫ່ງຊາດ ອົງການກາແດງລາວ ແລະ ການຈັດຕັ້ງຂັ້ນຕ່າງໆໄດ້ຈັດກິດຈະກຳຮ່ວມບໍລິຈາກເລືອດແບບເປີດກວ້າງຂຶ້ນເພື່ອແນ່ໃສ່ແກ້ໄຂການຂາດແຄນເລືອດທີ່ມີຢູ່ໃນປະຈຸບັນໂດຍພາຍໃຕ້ຫົວຂໍ້ “ໃຫ້ຄວາມຮັກຊຶ່ງກັນ ແລະກັນດ້ວຍການບໍລິຈາກເລືອດຍິ່ງໃຫ້ຍິ່ງໄດ້ບຸນກຸສົນ” ກິດຈະກຳດັ່ງກ່າວໄດ້ຈັດຂຶ້ນວັນທີ 12-13 ກຸມພາ 2019 ທີ່ສູນເລືອດແຫ່ງຊາດ. ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ກ່າວວ່າ: ການທີ່ໄດ້ເຊີນຊວນເຂົ້າຮ່ວມເທສະການບໍລິຈາກເລືອດຄັ້ງນີ້ ກຸ່ມເປົ້າໝາຍແມ່ນນ້ອງນັກຮຽນຊັ້ນມັດທະຍົມທົ່ວນະຄອນວຽງຈັນ ແລະນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ຊຶ່ງຄາດວ່າຈະມີການຈັດຕັ້ງຈາກພາກສ່ວນຕ່າງໆໃນນະຄອນຫຼວງວຽງຈັນເຂົ້າຮ່ວມບໍລິຈາກ 1 ພັນກວ່າຄົນ....

​ລັດ​ຖະ​ບານ ຈັດພິທີສະຫຼຸບປີທ່ອງທ່ຽວລາວ 2018

ທີ່ຫໍວັດທະນະທໍາແຫ່ງຊາດ ໄດ້ຈັດພິທີສະຫຼຸບປີທ່ອງທ່ຽວລາວ 2018 ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຊີ້ນໍາລະດັບຊາດໃນການຈັດປີທ່ອງທ່ຽວລາວ 2018 ມີບັນດາລັດຖະມົນຕີ ຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ຫົວ ໜ້າພະແນກ ຖະແຫຼງຂ່າວ ວັດທະນະທໍາ...

ຜົນສຳເລັດກອງປະຊຸມສະໄໝວິສາມັນ ປະຈຳເດືອນກຸມພາຂອງລັດຖະບານແຫ່ງ ສປປລາວ

ກອງປະຊຸມລັດຖະບານ ສະໄໝວິສາມັນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງຮ່າງກົດໝາຍຈໍານວນ 04 ສະບັບ ດັ່ງນີ້:1. ຮ່າງກົດໝາຍ ວ່າດ້ວຍອະຊີວະສຶກສາ (ສະບັບປຸງປຸງ),2. ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ (ສ້າງໃໝ່),3....

ເບຍ​ລາວ ຈ​ວາດອີກ​ແລ້ວ! ອອກ 3 ຮູບໂສມໃໝ່ ຕ້ອນຮັບປີໃໝ່ລາວ 2562

ທາງບໍລິສັດ ເບຍລາວ ຈໍາກັດ ໄດ້ຈັດງານເພື່ອສືບຕໍ່ມີສ່ວນຮ່ວມໃນການສະເຫຼີມສະຫຼອງບຸນປີໃໝ່ລາວໃຫ້ຄຶກຄື້ນ ແລະມ່ວນຊື່ນ ໂດຍຜ່ານການຈັດກິດຈະກໍາຕ່າງໆ ພ້ອມດຽວກັນນັ້ນ, ຍັງໄດ້ມີການເປີດໂຕຮູບໂສມໃໝ່ຂອງກະປ໋ອງເບຍລາວ ຮຸ່ນພິເສດ ເພື່ອໃຫ້ຜູ້ບໍລິໂພກໄດ້ສະສົມ ແລະສະຫຼອງບຸນປີໃໝ່ລາວໄປພ້ອມກັນ. ຮູບໂສມຂອງກະປ໋ອງເບຍລາວປີນີ້ ໄດ້ແຮງບັນດານໃຈຈາກກິດຈະກໍາເດັ່ນໆ ແລະຮີດຄອງປະເພນີຂອງລາວເຮົາ. Beerlao Limited Edition Can 2019 ມີໃຫ້ເລືອກສະສົມເຖິງ...