News

ເບິ່ງ​ໂຊກ​ລາບ​ປະ​ຈຳ​ປີ 2019 ຕາມ​ຕຳ​ລາ​ລາວ​ບູ​ຮານ

        ຖ້າ​ຢາກ​ຮູ້​ວ່າ ປີນີ້​ເຮົາ​ຈະ​ມີ​ໂຊກ ຫຼື​ມີ​ເຄາະ ໃຫ້​ຕັ້ງ​ອາ​ຍຸ​ປັດ​ຈຸ​ບັນ​ລົງ(ໃຫ້​ຫຼຸດ​ລົງ​ອີກ 1 ປີ) ສົມ​ມຸດ​ວ່າ ຕອນນີ​ອາ​ຍຸ 29 ປີ ຫຼຸດ​ລົງ 1 ປີ ກໍ​ເທົ່າ​ກັບ 28 ປີ. ແລ້ວ​ເອົາ​ເລກ 9 ບວກ​ເຂົ້າໄປ...

ມາ​ຮູ້​ຈັກ 12 ລາ​ສີ ທຳ​ນາຍ​ໂຊກຊ​ະ​ຕາຊີວິດ ​ໃນ​ປີ 2019

ໃຜ​ທີ່​ຢາກ​ຮູ້​ວ່າ ໂຊກ​ສະ​ຕາ​ລາ​ສີ​ຂອງ​ເຮົາ​ໃນ​ປີນັ້ນໆ ຈະ​ເປັນ​ແບບ​ໃດ? ຊິ​ຮ້າຍ​ຫຼື​ດີ ໃຫ້​ເຈົ້າ​ເບິ່ງ ສະ​ຕາ​ 12 ລາ​ສີ; ຜູ້​ຊາຍ​ໃຫ້​ນັ​ບ​ເລີ່ມ​ຕົ້ນ ນັບ 1 ແຕ່​ເຈ​ດີ ວຽນ​ໄປ​ທາງ​ຂວາ​ມື ຄື ສັດ​ເງິນ ຈົນ​ຄົບ​ອາ​ຍຸ​ປັດ​ຈຸ​ບັນ​ຕົກ​ບ່ອນ​ໃດ? ໃຫ້​ທາຍ​ຕາມນັ້ນ, ຜູ້​ຍິງ​ກໍ​ໃຫ້​ນັບ​ເລີ່ມ​ຕົ້ນ ເລກ 1...

ນະຄອນຫຼວງວຽງຈັນ ວາງເປົ້າໝາຍການຂະຫຍາຍຕົວເສດຖະກິດປີ 2019 ໃນລະດັບ 9,5%

ຈາກຍອດສະເລ່ຍການຂະຫຍາຍຕົວຂອງເສດຖະກິດ ນະຄອນຫຼວງວຽງຈັນ ໃນປີ 2018 ບັນລຸ 9,3%, ໂດຍສະເລ່ຍລາຍຮັບໃສ່ຫົວຄົນໄດ້ 5.300 ກວ່າໂດລາສະຫະລັດ, ເຊິ່ງໃນປີ 2019 ທີ່ຈະມາເຖິງນີ້ ນະຄອນຫຼວງວຽງຈັນ ວາງຄາດໝາຍການຂະຫຍາຍຕົວ ໃນລະດັບ 9,5% ແລະຄາດວ່າຈະສູ້ຊົນຈັດເກັບລາຍຮັບໃຫ້ບັນລຸ 4.800 ຕື້ກີບ.

ນວ ເກັບລາຍຮັບໄດ້ 94,54% ຂອງແຜນປີ, ປີໜ້າຈະມີຕົວເລກເພີ່ມ 11,4%

ການຈັດເກັບລາຍຮັບງົບປະມານຂອງ ນະຄອນຫຼວງວຽງຈັນ (ນວ) ໃນປີນີ້ ປະຕິບັດໄດ້ທັງໝົດ 1.155 ຕື້ກີບ ເທົ່າກັບ 94,54% ຂອງແຜນການປີ ໂດຍລາຍຮັບສ່ວນໃຫຍ່ມາຈາກ ສ່ວຍສາອາກອນ ປະຕິບັດໄດ້ 1.079 ຕື້ກີບ, ຂະນະທີ່ ຄາດໝາຍລາຍຮັບປີ 2019 ທີ່ກະຊວງການເງິນຈະມອບໃຫ້ໃນເບື້ອງຕົ້ນແມ່ນ 1.357 ຕື້ກີບ ທຽບໃສ່ແຜນປີ 2018 ແມ່ນເພີ່ມຂຶ້ນ 11,4% ເປັນເງິນ 134,96 ຕື້ກີບ.

ສະ​ພາ​ປະ​ຊາ​ຊົນ​ເຂດ I ພິຈາລະນາ ຮັບຮອງເອົາບັນຫາສໍາຄັນຂອງ​ນະ​ຄອນ​ຫຼວງວຽງ​ຈັນ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I (ສປນວ) ໄດ້ໄຂຂຶ້ນທີ່ສໍານັກງານຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະ ທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານ...

ເດີນ​ທາງ​ແນວ​ໃດ?ໃຫ້​ໄດ້​ໂຊກ​ລາບ ຕາມ​ຄວາມ​ເຊື່ອ​ຂອງ​ບູ​ຮານ​ລາວ

        ເວ​ລາ​ຈະ​ໄປ​ເຮັດ​ວຽກ​ເຮັດ​ງານ​ຢູ່​ບ່ອນ​ໃດ? ຫຼື​ເຮັດ​ທຸ​ລະ​ກິດ​ຄ້າ​ຂາຍ​ອັນ​ໃດ​ກໍ​ແລ້ວ​ແຕ່ ປະ​ເພ​ນີ​ລາວ​ໄດ້​ຫ້າມ ຫຼື​ເດີນ​ທາງ ຫຼື​ນັ່ງ​ຫັນ​ໜ້າ​ໄປ​ໃນ​ທິດ​ທາງ​ທີ່​ຜີ​ຫຼວງ ຫຼື​ຫຼາວ​ເຫຼັກ​ຢູ່ ແຕ່​ຄວນ​ຫັນ​ໜ້າ​ໄປ​ໃນ​ທິດ​ທີ່​ເທບ​ພະ​ເຈົ້າ​ຢູ່. ຖ້າ​ມີ​ຄວາມ​ຈຳ​ເປັນ​ໃນ​ການ​ເດີນ​ທາງ​ແທ້ໆ ກໍ​ໃຫ້​ເດີນ​ໄປ​ໃນ​ທິດ​ທາງ​ທີ່​ເທບ​ພະ​ເຈົ້າ​ຢູ່​ກ່ອ​ນ ແລ້ວ​ຈຶ່ງ​ຄ່ອຍ​ໂຄ້ງ​ຄືນ​ມາ​ໃນ​ທິດ​ທາງ​ທີ່ບໍ່​ດີນັ້ນ; ຜີ​ຫຼວງ​ຫຼາວ​ເຫຼັກ ຫຼື​ເທບ​ພະ​ເຈົ້າ​ທີ່​ຢູ່​ປະ​ຈຳ​ທິດ​ຕ່າງໆ​ກັນ ຕາມ​ແຕ່​ລະ​ມື້ ມີ​ດັ່ງ​ນີ້:         ວັນ          ເທບ​ພະ​ເຈົ້າ​ຢູ່​ທິດ  ...

ແຈ້ງ​ການ ຫ້າມລະດົມທຶນສົມທົບ ການສະຫລອງວັນກອງທັບ ຄົບຮອບ 70 ປີ

ຫ້ອງວ່າການສູນກາງພັກ ໄດ້ອອກແຈ້ງການໃນທົ່ວປະເທດ ບໍ່ໃຫ້ຈັດຕັ້ງລະດົມທຶນສົມ ທົບ ໃນຂະບວນການ ສະເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ໂດຍປະຕິບັດຕາມແຈ້ງການເລກທີ 400/ຫສພ ລົງວັນທີ 20 ທັນວາ 2018 ແລະ...

ຍີ່ປຸ່ນໜູນເງິນ 2,4 ຕື້ກວ່າກີບ ​ເພື່ອສ້າງລາຍຮັບໃຫ້ຜູ້ພິການໃນ ສປປ ລາວ

ໃນວັນທີ 25 ທັນວາ 2018, ທີ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ມີພິທີເຊັນສັນຍາຊ່ວຍເຫລືອລ້າ ໂຄງ ການສົ່ງເສີມການມີສ່ວນຮ່ວມຂອງສັງຄົມ ແລະ ກິດຈະກຳສ້າງລາຍຮັບສຳລັບຄົນພິການ ສະເພາະແມ່ນແມ່ຍິງພິການ ຢູ່ສປປ ລາວ ໂດຍການເຊັນສັນຍາລະຫວ່າງ...