General

ຊົມ​ເຊີຍ! ລຸງ​ນາ​ຍົກ ໄດ້​ຮັບ​ຫຼຽນ​ຍ້ອງ​ຍໍ​ຈາກ​ລັດຖະບານ ໂອຕຣິດ

ທີ່ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດພິທີປະດັບ ຫຫລຽນ Grand Tyrolian Eagle Award ໃຫ້ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ປະທານກິດຕິມະສັກ ຄະນະກໍາມະການບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສລາວ, ໂດຍແມ່ນທ່ານ ກຶນເທີ ປລັດເຕີ (Gunther Platter)  ເຈົ້າແຂວງໆ ທີໂຣນ ຕາງໜ້າລັດຖະບານ...

ພະແນກ ຖວທ ແຂວງຫລວງພະບາງສະຫລຸບວຽກງານປະຈຳປີ 2018

​ທີ່ພະແນກ ຖວທ ແຂວງຫລວງພະບາງ ໄດ້ຈັດກອງປະຊຸມສະ ຫລຸບວຽກງານຮອບດ້ານປະຈຳປີ 2018 ແລະ ວາງແຜນພັດທະນາ ປີ 2019, ໂດຍມີ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ,...

ລັດຖະບານ ປະກາດໃຊ້ຍຸດທະສາດ ການເຕີບໂຕສີຂຽວແຫ່ງຊາດ ເຖິງປີ 2030

ລັດຖະບານ ໄດ້ອອກດຳລັດເລກທີ 20/ລບ ລົງວັນທີ 31 ມັງກອນ 2019 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ຂອງ ສປປ ລາວ ເຖິງປີ 2030, ພ້ອມມອບໃຫ້ກະຊວງແຜນການ...

ສາລະວັນ ມີຊົນລະປະທານ 46 ໂຄງການທີ່ຕ້ອງສ້ອມແປງ ອະນຸມັດແລ້ວ 31 ໂຄງການ

ເພື່ອຄໍ້າປະກັນການສະໜອງນໍ້າໃນລະດູແລ້ງໃຫ້ພຽງພໍກັບຄວາມຕ້ອງການ ເພື່ອການຜະລິດ ແລະ ປູກພືດຕ່າງໆ, ແຂວງສາລະວັນ ຈຶ່ງໄດ້ມີການກວດກາຄືນບັນດາໂຄງການຊົນລະປະທານທົ່ວແຂວງໃນຈຳນວນ 224 ແຫ່ງ, ໃນນັ້ນຊົນລະປະທານຝາຍນໍ້າລົ້ນ+ອ່າງເກັບນໍ້າມີ 106 ແຫ່ງ, ຊົນລະປະທານດ້ວຍໄຟຟ້າ ມີ 48 ແຫ່ງ ແລະ ຊົນລະປະທານຂະໜາດນ້ອຍ+ຝາຍປະຖົມປະຖານຂອງຊຸມຊົນມີ 90...

ໂອກາດແລະສິ່ງທ້າທາຍ ​ຂອງ ລາວ ໃນ​ການການເຊື່ອມໂຍງພາກພື້ນແມ່​ນ້ຳ​ຂອງ

ມື້ນີ້, ທີ່ຫ້ອງວ່າການປົກຄອງແຂວງວຽງຈັນ, ກົມເສດຖະກິດ ກະຊວງການຕ່າງປະເທດ, ຮ່ວມກັບ ສູນອາຊຽນ-ຍີ່ປຸ່ນ (AJC) ໄດ້ຈັດກອງປະຊຸມວິຊາການ ໃນຫົວຂໍ້“ກາລະໂອກາດ ແລະ ສິ່ງທ້າທາຍໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກການພັດທະນາເສດຖະກິດ ຂອງ ສປປ ລາວ”, ພາຍໃຕ້ການເປັນປະທານຮ່ວມ ຂອງ...

ປກ​ສ ເມືອງ​ຄູນ ທຳລາຍອາວຸດເຖື່ອນ-ລ່າເນື້ອ ​ຈຳ​ນວນ 1 ພັນກວ່າກະ​ບອກ!

ກອງບັນຊາການ ປກສ ເມືອງຄູນ ແຂວງຊຽງຂວາງ ໄດ້ທໍາລາຍອາວຸດເຖື່ອນ ແລະ ອາວຸດລ່າເນື້ອ ຈໍານວນ 1.000 ກວ່າກະບອກ ແລະ ເຄື່ອງຊັອດປາ ຈໍານວນ 11 ເຄື່ອງ ໃນວັນທີ 30...

ກະຊວງການເງິນ ສຳເລັດການເຈລະຈາກູ້ຢືມເງິນ 20 ລ້ານ ໂດລາ ກັບທະນາຄານໂລກ

ບໍ່ດົນຜ່ານມານີ້, ທີ່ຫ້ອງປະຊຸມຂອງ ທະນາຄານໂລກ ປະຈຳ ສປປ ລາວ, ກະຊວງການເງິນ ໂດຍມີ ທ່ານ ອັງຄານສະດາ ມ່ວງຄຳ ຮອງຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ເປັນຫົວໜ້າຄະນະ ຕາງ​ໜ້າ​ໃຫ້ ຝ່າຍ...

ພາກລັດ ເລັ່ງປັບປຸງຄວາມສະດວກໃນການດໍາເນີນທຸລະກິດແລະການຯຢູ່ ລາວ

ກອງປະຊຸມປັບປຸງຄວາມສະດວກໃນການດໍາເນີນທຸລະກິດ ແລະການລົງທຶນຢູ່ ສປປ ລາວ ຕາມຄໍາສັ່ງເລກທີ 02/ນຍ, ໄດ້ຈັດຂຶ້ນໃນວັນທີ 7 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາລຽນ ພົນເສນາ ຮອງລົດຖະມົນຕີກະຊວງແຜນການ ແລະ ການລົງທຶນ,...