Lifestyle

ແຂວງໄຊຍະບູລີ ຈັດກອງປະຊຸມຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງ

ຢູ່ທີ່ຫ້ອງວ່າການປົກຄອງແຂວງໄຊຍະບູລີ, ໄດ້ຈັດກອງປະຊຸມວຽກງານຕ້ານການຄ້າມະນຸດຂອງຄະນະກຳມະ ການຕ້ານການຄ້າມະນຸດຂັ້ນແຂວງ, ໂດຍການເປັນປະທານຂອງທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງ ປະທານກຳມະການຕ້ານການຄ້າມະນຸດຂັ້ນແຂວງ, ມີຕາງໜ້າພະແນກການ, ອົງການ, ກົມກອງ ຢູ່ໃນຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງເຂົ້າຮ່ວມ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ພ້ອມກັນເຊື່ອມຊືມບາງມາດຕາ, ຂອງກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ແລະ ໄດ້ປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າເພື່ອເຮັດໃຫ້ວຽກງານການຕ້ານການຄ້າມະນຸດໄດ້ຮັບການຈັດຕັ້ງປະຕິບັດດີຂຶ້ນ. ໃນໄລຍະຜ່ານມາບັນຫາການຄ້າມະນຸດເກີດຂຶ້ນດ້ວຍຫຼາຍຮູບການທີ່ເລີກແລບເຊັ່ນ:...

ປີນີ້! ແຂວງໄຊຍະບູລີ ຈະປູກຕົ້ນໄມ້ໃຫ້ໄດ້ 500 ເຮັກຕາ

ຕາມການໃຫ້ຂໍ້ມູນຂອງພະເເນກກະສິກຳ ແລະ ປ່າໄມ້ແຂວງ ໄຊຍະບູລີ. ໃຫ້ຮູ້ວ່າ ໃນປີນີ້ແຂວງໄຊຍະບູລີຈະປູກຕົ້ນໄມ້ໃຫ້ໄດ້ 500 ເຮັກຕາ. ແຕ່ປະຈຸບັນແມ່ນໄດ້ດຳເນີນປູກມາແລ້ວທົ່ວແຂວງໃນຈຳນວນ 11 ເມືອງ. ມີເນື້ອທີ່ 43,68 ເຮັກຕາເບັ້ຍໄມ້ທີ່ປູກ 34.000 ກວ່າເບັ້ຍເປັນຕົ້ນແມ່ນເບັ້ຍໄມ້ດູ່,ໄມ້ຂ່າ,ໄມ້ຂົມຝາດ,ສັກ,ໄມ້ເເຄນ,ຢາງບົງ ແລະ...

ຫ້າມຍາກ! ທີ່ຈະຢຸດຄົນລາວອອກໄປຂາຍແຮງງານຢູ່ປະເທດໃກ້ຄຽງ

ປະທານຄະນະບໍລິຫານງານ ສະຫະພັນກໍາມະບານ ເມືອງ ທ່ານປາງທອງ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ມັນເປັນບັນຫາຍາກຫຼາຍທີ່ຈະຫ້າມບໍ່ໃຫ້ຊາວໜຸ່ມລາວ, ໂດຍສະເພາະຊາວເມືອງ ທ່າປາງທອງ ນີ້ເອງ, ບໍ່ໃຫ້ເດີນທາງໄປອອກແຮງງານຢູ່ປະເທດໃກ້ຄຽງເຮົາ (ເປັນຕົ້ນແມ່ນປະເທດໄທ). ເນື່ອງຈາກວ່າສິ່ງດັ່ງກ່າວມັນເຄີຍມີມາດົນນານແລ້ວ, ບາງຄົນກໍຖືກຕ້ອງຕາມລະບຽບກົດໝາຍ ແລະ ບາງຄົນກໍບໍ່ຖືກຕ້ອງ, ລັກລອບເຂົ້າໄປນໍາໝູ່ເພື່ອນ, ຜູ້ລຶ້ງເຄີຍ...

ກຳຕາມທັນ! ປະທານບໍລິສັດ ເອຊຽນເຟສ ຖືກສານຕັດສິນຈໍາຄຸກ 15 ປີ ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ

ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ຕັດສິນລົງໂທດ ທ້າວ ຮຸດສຸວັນ ອາຍຸ 33 ປີສັນຊາດກໍາປູເຈຍ ປະທານບໍລິສັດ ເອຊຽນເຟສ ໃຫ້ຈໍາຄຸກ 15 ປີພ້ອມປັບໃໝ 423.000 ໂດລາສະຫະລັດກັບ 10 ລ້ານກີບ...

ຊົມເຊີຍ! ເຈົ້າໜ້າທີ່ທະຫານຊາຍແດນ 324 ຢຶດເຮືອຈັກທີ່ບັນທຸກໄມ້ຜິດກົດໝາຍ

ເຈົ້າໜ້າທີ່ທະຫານຊາຍແດນ 324 ທີ່ຂື້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ອອກກວດກາລາດຕະເວນຕາມຂອບເຂດຄວາມຮັບພິຊອບຂອງຕົນເຊິ່ງນຳໂດຍ ສະຫາຍ ຮ້ອຍໂທ ຄອນພະວັນ ສຸກມາວັນ ຫົວໜ້າໜູ່ ພ້ອມດ້ວຍອ້າຍນ້ອງ 3 ສະຫາຍ. ພໍຮອດເວລາ 5 : 30 ນາທີໄດ້ເຫັນເຮືອຈັກຂະໜາດໃຫ່ຍ 1...

ທະນາຄານໂລກ ໃຫ້ທຶນ 52 ລ້ານໂດລາ ແກ້ໄຂຄວາມທຸກຍາກຢູ່ພາກເໜືອຂອງລາວ

ທະນາຄານໂລກ ໄດ້ໃຫ້ການສະໜັບສະໜູນທຶນຕື່ມອີກ ຈຳນວນ 52 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ 2 ໂຄງການໃໝ່ ຄື:

ໂສກນາດຕະກຳແຫ່ງຄວາມຮັກໃນວັນນະຄະດີລາວ “ຂຸນລູນາງອົ້ວ ບາຈຽງມະໂລງ ພຸດທະເສນກັງຮີ ຜາແດງນາງໄອ່”

ຄວາມຮັກເປັນສິ່ງທີ່ສວຍງາມສາມາດເຮັດໃຫ້ຄົນເຮົາມີກຳລັງກາຍ-ໃຈ ມີຄວາມຜູກພັນມີຄວາມສາມັກຄີມີຮອຍຍິ້ມ ເສຍຫົວ ແລະມີຄວາມສຸກ.

ພາກລັດ ແລະ ພາກສ່ວນກ່ຽວຂ້ອງ ໃຊ້ມາດຕະການຫຼາຍຢ່າງ ເພື່ອເຮັດໃຫ້ລົດເມໂດຍສານປອດໄພ

ຫລັງຈາກການສະຫລອງປີໃໝ່ລາວ, ໃນກາງຄືນວັນທີ 20 ເມສາ 2019, ກໍລະນີອຸບັດເຫດລົດເມໂດຍສານສາຍໃຕ້ຈາກນະຄອນຫລວງວຽງຈັນຕົກຂົວ