Travel

ສວນວັດທະນະທຳຊຽງຄວນປັບປຸງ ແລະ ຕົບແຕ່ງຈົບງາມໜ້າທ່ຽວຊົມກວ່າເກົ່າ

ເມື່ອເອີ່ຍເຖິງສວນວັດທະນະທຳ ຊຽງຄວນ ໃຜໆກໍ່ຄົງຈະນຶກພາບອອກທັນທີເຖິງເທວະຮູບ, ພຸດທະຮູບທີ່ຕັ້ງຢູ່ລຽງລາຍຊວນໃຫ້ໄປທ່ຽວຊົມ ແລະ ໜ້າສຶກສາຄົ້ນຫາເຖິງປະຫວັດຄວາມເປັນມາພຸດທະຮູບແຕ່ລະທີ່ຖືກສ້າງຂຶ້ນໂດຍນາຍຊ່າງວິຈິດສິນຜ່ານມາແລ້ວຊົ່ວຄົນ ປັດຈຸບັນສະຖານທີ່ແຫ່ງນີ້ກຳລັງມີການປັບປຸງປະຕູໂຂງ, ທາງຍ່າງ, ສວນດອກໄມ້ ແລະ ສິ່ງອຳນວຍຄວາມສະດວກສະບາຍຕ່າງໆໄວ້ໃຫ້ນັກທ່ອງທ່ຽວທີ່ມາທ່ຽວຊົມໃນແຕ່ລະວັນ. ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ສຳປະທານ ສວນວັດທະນະທຳ ຊຽງຄວນ...

ຄິດຫຍັງຫຼາຍ ​ໄປທ່ຽວ​ເມືອງໄຊສະຖານ ແຂວງ​ໄຊ​ຍະ​ບູ​ລີດີກວ່າ

ເມືອງໄຊສະຖານ ເປັນເມືອງທີ່ 11 ຂອງແຂວງໄຊຍະບູລີ ເຊິ່ງຫ່າງຈາກເທດສະບານແຂວງ ພຽງແຕ່ 65 ກມ, ເປັນເມືອງທີ່ມີອາກາດເຢັນສະບາຍຕະຫຼອດປີ. ພາຍໃນເມືອງ ມີແຫຼ່ງທ່ອງທ່ຽວທີ່ສວຍງາມ ເຊັ່ນ: ຈຸດຊົມວິວ ທີ່ສາມາດເບິ່ງວິວທິວທັດໄດ້ແບບ 360 ອົງສາ, ມີເຮືອນຍາວຈຳລອງຂອງເຜົ່າໄປຣ່,...

ເມືອງ​ຄູນ ແຫຼ່ງ​ອະ­ລິ­ຍະ​ທຳອັນ​ເກົ່າ​ແກ່ ຂອງ​ແຂວງ​ຊຽງ​ຂວາງ

 ເມືອງ​ຄູນ ຢູ່​ຫ່າງ​ຈາກຕົວ ເມືອງ​ໂພນ​ສະ­ຫວັນ (ເມືອງ​ແປກ) ແຂວງ​ຊຽງ​ຂວາງ​ໄປ​ທາງ​ທິດ­ເໜືອ ປະ­ມານ 30 ກິ­ໂລ­ແມັດ, ເປັນ​ເມືອງ ທີ່​ເກົ່າ​ແກ່​ແຫ່ງ​ໜຶ່ງ​ໃນ​ລາວ​ເຮົາ ທີ່ ຕັ້ງ​ຢູ່​ທາງ​ພາກ​ເໜືອ; ເມືອງ​ນີ້​ມີ​ຊື່ ສຽງ​ໂດ່​ງ​ດັ່ງ​ໄປ​ທົ່ວ​ໂລກ ເນື່ອງຈາກ​ເປັນ​ເມືອງ​ທີ່​ມີ​ຮ່ອງ­ຮອຍ​ປະຫວັດ​ສາດ​ເກົ່າ​ແກ່ ແລະ ເຄີຍ​ມີ​ກະສັດ​ປົກ­ຄອງ​ມາ​ແລ້ວ​ເຖິງ...

ພ້ອມ​ແລ້ວ! ການເຝິກຊ້ອມສະແດງຊ້າງຄຳຮູ້ ໃນງານມະຫາກຳບຸນຊ້າງປະຈຳປີ 2019

ການເຝຶກຊ້ອມຊ້າງຄໍາຮູ້ເພື່ອສະແດງໃນງານມະຫາກໍາບຸນຊ້າງທີຈັດຂຶ້ນຢ່າງເປັນທາງການໃນວັນທີ 23 ກຸມພາ 2019 ນີ້ແມ່ນພ້ອມແລ້ວ 100%, ທ່ານ ສົມພານ ຈໍາປາດາ ຄະນະຮັບຜິດຊອບເຝຶກແອບຊ້າງຄໍາຮູ້ໄດ້ເປີດເຜີຍຕໍ່ທີມຂ່າວຂອງແຂວງໄຊຍະບູລີວ່າການເຝຶກແອບຊ້າງຄໍາຮູ້ເພື່ອສະແດງໃນງານເປີດມະຫາກໍາບຸນຊ້າງຄັ້ງທີ XIII ທີ່  ແຂວງໄຊຍະບູລີ.  ແມ່ນໄດ້ເລີ່ມມາແຕ່ເດືອນມັງກອນມາຮອດປັດຈຸບັນແມ່ນພ້ອມແລ້ວ 100% ເຊິ່ງມີຊ້າງເຂົ້າຮ່ວມທັງໝົດ 70 ໂຕ...

ແຫ​​ຼ່ງ​ເງິນ​ທີ່​ຫາ​ໄດ້​ຈາກ​ການທ່ອງທ່ຽວ​ ເປັນ​ລາຍ​ຮັບ​ທີ່​ຍືນ​ຍົງ

ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງວັງວຽງແຂວງວຽງຈັນ ໄດ້ເວົ້າວ່າ, ປັດຈຸບັນລາຍຮັບ 50% ຂອງເມືອງ ແມ່ນໄດ້ມາຈາກການທ່ອງທ່ຽວ, ປະຊາຊົນເມືອງວັງວຽງໄດ້ມີຊີວິດການເປັນຢູ່ດີຂຶ້ນເລື້ອຍໆ. ເຂົາເຈົ້າຮູ້ການຄ້າການຂາຍ, ຮູ້ຜະລິດ, ຮູ້ບໍລິການໂດຍນຳເອົາທ່າແຮງທີ່ບົ່ມຊ້ອນຂອງຕົນເພື່ອຜະລິດສິນຄ້າ ແລະ ການບໍລິການຕ່າງໆ ສະໜອງໃຫ້ແຂກທີ່ໄດ້ເຂົ້າມາທ່ອງທ່ຽວໃນເມືອງວັງວຽງນັບມື້ນັບຫລາຍຂຶ້ນ. ທ່ານ ສາລີ ປະທານສະມາຄົມການທ່ອງທ່ຽວຖ້ຳກອງລໍແບບປະຊາຊົນມີສ່ວນຮ່ວມກໍໄດ້ເວົ້າວ່າ:...

ຂະ​ແໜງ​ບໍ​ລິ​ການທ່ອງ​ທ່ຽວ​ ຕ້ອງ​ພ້ອມ​ກັນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ ໃຫ້ໄດ້ 4.5 ລ້ານ​ຄົນ

ໂດຍ: ທິດ​ກ່ຳ ຄືດັ່ງພວກເຮົາໄດ້ຮັບຮູ້ນຳກັນມາແລ້ວວ່າ, ໃນປີ 2018 ຜ່ານມາກໍເປັນປີທ່ອງທ່ຽວລາວ ຫລ້າສຸດໄດ້ເຮັດພິທີສະຫລຸບໃນວັນທີ 11 ກຸມພາ 2019 ທີ່ຜ່ານມານີ້ເອງ, ສ່ວນວ່າຜົນໄດ້ຜົນເສຍ ແນວໃດນັ້ນທິດກ່ຳຈະຄ່ອຍທະຍອຍເອົາອອກມາສະເໜີ ສູ່ກັນຟັງໃນຄໍລຳຕໍ່ໄປເປັນໄລຍະໆ. ມາໃນປີ 2019 ນີ້ອີກກໍຈັດໃຫ້ເປັນປີທ່ອງທ່ຽວ ລາວ-ຈີນ, ເຊິ່ງມີພິທີເປີດຢ່າງເປັນທາງການ...

ສຸດຍອດ! ກອງ​ລໍ ບ້ານ​ຕົວ​ແບບ​ພັດທະນາ​ການທ່ອງທ່ຽວ​ແບບ​ປະຊາຊົນ​ມີ​ສ່ວນ​ຮ່ວມ

ບ້ານກອງລໍເປັນບ້ານ ໜຶ່ງທີ່ຂຶ້ນກັບເມືອງຄູນຄຳ ແຂວງຄຳມ່ວນ, ຢູ່ຫ່າງໄກ ຈາກເທສະບານເມືອງ ປະ ມານ 46 ກິໂລແມັດເປັນບ້ານ ທີ່ຖືເອົາວຽກງານການທ່ອງທ່ຽວແບບປະຊາຊົນມີສ່ວນ ຮ່ວມເປັນທ່າແຮງໃນການ ພັດທະນາຊຸມຊົນ ໂດຍມີສະຖານທີ່ທ່ອງທ່ຽວ ທຳມະຊາດ ຖໍ້າກອງລໍ-ນາຕານ. ຖໍ້າກອງ ລໍມີລັກສະນະອຸໂມງຂະໜາດ...

​ລັດ​ຖະ​ບານ ຈັດພິທີສະຫຼຸບປີທ່ອງທ່ຽວລາວ 2018

ທີ່ຫໍວັດທະນະທໍາແຫ່ງຊາດ ໄດ້ຈັດພິທີສະຫຼຸບປີທ່ອງທ່ຽວລາວ 2018 ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຊີ້ນໍາລະດັບຊາດໃນການຈັດປີທ່ອງທ່ຽວລາວ 2018 ມີບັນດາລັດຖະມົນຕີ ຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ຫົວ ໜ້າພະແນກ ຖະແຫຼງຂ່າວ ວັດທະນະທໍາ...