Travel

ໄປ​ທ່ຽວ​ບຸນ​ຊ້າງ! ​ຂາດບໍ່​ໄດ້ ​ແມ່ນ​ກິດ​ຈະ​ກຳ​ຂີ່​ຊ້າງ​ອ້ອມ​ເມືອງ

ກິດ​ຈະ​ກຳ​ຂີ່​ຊ້າງ​ອ້ອມ​ຕົວ​ເມືອງ ​ເປັນ​ອີກ​ກິດຈະ​ກຳ​ໜຶ່ງ​ທີ່​ສົ່ງ​ເສີມ​ການທ່ອງທ່ຽວ​ ໃນ​ງານ​ບຸນ​ຊ້າງ​ປະ​ຈຳປີນີ້ ຂອງ​ແຂວງ​ໄຊ​ຍະ​ບູລີ​ ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ ຈາກ​ຜູ້​ທີ່​ມາ​ທ່ຽວ​ຊົມ​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດ ຢ່າງ​ຫລວງຫລາຍ, ການ​ຂີ່​ຊ້າງ​ອ້ອມ​ຕົວ​ເມືອງ​ເປັນ​ປະ​ເພນີ ​ອັນ​ໜຶ່ງ​ໃນ​ງານ​ບຸນ​ຊ້າງ ​ເຊິ່ງ​ໄດ້​ປະຕິບັດ​ກັນ​ມາ​ແຕ່​ໃດໆ​ມາ, ​ເຊິ່ງສາມາດ​ສ້າງ​ລາຍ​ຮັບ​ໃຫ້​ກັບ​ຄວນ​ຊ້າງ​ ທີ່​ນຳ​ຊ້າງ​ເຂົ້າ​ມາ​ຮ່ວມ​ໃນ​ງານ​ເປັນ​ຢ່າງ​ດີ. ການ​ຂີ່​ຊ້າງ​ອ້ອມ​ຕົວ​ເມືອງ​ ກໍເປັນ​ອີກ​ສີສັນ​ໜຶ່ງ​ທີ່​ຜູ້​ທ່ຽວ​ຊົມ​ ໃຫ້​ຄວາມ​ສົນ​ໃຈ​ຫລາຍ ​ເຊິ່ງ​ເປັນ​ກິດຈະ​ກຳ​ໜຶ່ງ​...

​ເປັນຄົນ​ວຽງ​ຈັນ​! ຢ່າລືມໄປ​ສຳ​ຜັດ​ຕາດ​ຊ້າງ ແຫ່ງ​ພູ​ເຂົາ​ຄວາຍ

ນ້ຳຕົກຕາດຊ້າງແມ່ນໜຶ່ງ ໃນບັນດາແຫລ່ງທ່ອງທ່ຽວ ທີ່ມີຊື່ສຽງຂອງເມືອງທຸລະຄົມ ແຂວງວຽງຈັນ, ຕາດຊ້າງຕັ້ງຢູ່ຕີນພູເຂົາຄວາຍຫ່າງຈາກ ທາງເລກ 10 (ທາງແບ່ງ ຂົວບ້ານນາແພງ) ເຂົ້າໄປປະມານກວ່າ 4 ກິໂລແມັດ; ຖ້າອອກຈາກນະຄອນຫລວງວຽງຈັນ ໄປຕາມທາງເລກ 10 ຜ່ານຂົວທ່າງ່ອນ ຢູ່ຫລັກກິໂລແມັດທີ 58 ມີທາງແວ່ເຂົ້າ ເບື້ອງຂວາມື​...

ມາ​ຮູ້​ນຳ​ກັນ ​ເມືອງວັງ​ວຽງ ຍັງ​ເປັນ​ຈຸດ​ໝາຍ​ສຳ​ຄັນຂອງ​ນັກທ່ອງ​ທ່ຽວ​ຢູ່​ຫຼືບໍ່?

ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງວັງວຽງ ໄດ້ກ່າວວ່າ: ປັດຈຸບັນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາທ່ອງທ່ຽວຢູ່ ເມືອງ ວັງວຽງຂອງພວກເຮົາແມ່ນນັບມື້ເພີ່ມຂຶ້ນ. ຈາກຕົວເລກໃນປີ 2017 ມີຈຳນວນໜຶ່ງແສນ ແປດສິບພັນກວ່າຄົນຂຶ້ນມາເປັນສອງ ແສນກວ່າ ຄົນໃນປີ 2018...

ຕ້ອງ​ໄປ​ໃຫ້​ໄດ້ 10 ໂຮງ​ແຮມ ທີ່​ດີ​ທີ່​ສຸດ​ໃນ​ລາວ ຈັດ​ອັນ​ດັບ​ໂດຍ Tripadvisor

ເວັບໄຊ ທ່ຽວທ່ຽວ Tripadvisor ເປັນເວັບໄຊຫນຶ່ງທີ່ມີຊື່ສຽງສຳລັບນັກທ່ອງທ່ຽວທົ່ວໂລກ, ເຊີ່ງເປັນເວັບໄຊ້ກ່ຽວກັບການເນະນຳສະຖານທີ່ທ່ອງທ່ຽວທົ່ວໂລກ ເປັນເວັບໄຊ້ທີ່ເຊື່ອຖືໃຫ້ແກ່ນັກທ່ອງທ່ຽວໄປໃຫ້ຄຳຄິດເຫັນຕ່າງໆ ຄື: ສານຖານທີ່ທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ສະປາ, ສາຍການບິນ… ເຊີ່ງເມື່ອບໍ່ດົນມານີ້ທາງເວັບໄຊ້ໄດ້ປະກາດລາງວັນດີເດັ່ນປະຈຳປີ 2019 ໃນສາຂາໂຮງແຮມ ແລະ ໄດ້ຈັດ 10...

ໄປ​ທ່ຽວ​ພູ​ບາ​ຈຽງ! ຢ່າ​ລືມ​ໄປ​ຕີ​ກ໋ອບ ແລະ​ພັກ​ຢູ່​ລີ​ສອດ​ຮຸ່ງ​ເຮືອງ

ເມື່ອເວົ້າເ​ຖິງເວລາເດີນທາງໄປທ່ຽວຢູ່ສະຖານທີ່ຕ່າງໆ ທີ່ຂາດບໍ່ໄດ້ ກໍຄື ສະຖານທີ່ຜັກຜ່ອນ, ພູບາຈຽງ ຮຸ່ງເຮືອງກ໊ອຟ ແລະ ລິສອດ ຕັ້ງຢູ່ລຽບຕິນພູບາຈຽງ ບ້ານ ຫ້ວຍຍາງຄຳ ນະຄອນປາກເຊ ແຂວງຈຳປາສັກ ເປັນການລົງທຶນຂອງນັກທຸລະກິດລາວ 100%. ທ່ານ ຄຳສະໝອນ...

​ເລີ່ມ​ແລ້ວ! ບຸນ​ກະ​ເລີ​ຂອງ​ບ້ານ​ຫ້ວຍ​ລອດ ເມືອງ​ໃໝ່ ແຂວງ​ຜົ້ງ​ສາ​ລີ

ໃນງານ​ບຸນດັ່ງກ່າວ, ເປັນກຽດເຂົ້າຮ່ວມທ່ານທອງຄູນໄຊຍະຄອນຄະນະປະຈຳພັກເມືອງຮອງເລຂາຮອງເຈົ້າເມືອງມີບັນດາຄະນະປະຈຳພັກເມືອງ.ກຳມາການພັກເມືອງ,ຫົວຫນ້າຫ້ອງການແລະອົງການຈັດຕັ້ງບ້ານພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ. ໃນພີທີໄດ້ຮັບຟັງບົດສະຫຼູບຫຍໍ້ຂອງບ້ານໃນປີ2018ພາ່ນມາ. ໄດ້ຮັບຟັງການໂອ້ລົມຂອງທ່ານທອງຄູນໄຊຍະຄອນ,ຮອງເລຂາພັກເມືອງຮອງເຈົ້າເມືອງ,ເຊິ່ງກ່ອນອື່ນທ່ານໄດ້ກ່າວຄຳຍ້ອງຍໍຊົມເຊີຍທີຊາວບ້ານຫວ້ຍລອດມີຄວາມສາມັກຄີເປັນເອກະພາບໃນແຕ່ລະປີໄດ້ຈັດງານບຸນຕາມຮີດຄອງປະເພນີເພືອເປັນການອານູລັກຮັກສາວັດທະນາທຳອັນດີງາມນີ້ໄວ້ຈົນຮອດຊົ່ວລູກຫຼານໃຫ້ຄຽງຄູ່ກັບບ້ານເມືອງຂອງເຮົາຕະຫລອດໄປ. ທີ່​ມາ: facebook.com/804456336568261

ເຊີນ​ໄປ​ທ່ຽວ! ອຸທະຍານພູຜາສຸກ ແຫຼ່ງ​​ທ່ອງ​ທ່ຽວ​ແຫ່ງຄວາມ​ສຸກ​ຂອງ​ແຂວງ​ສາ​ລະ​ວັນ

ອີກໜຶ່ງມຸມແຫ່ງຄວາມງົດງາມຂອງທຳມະຊາດທີ່ສ້າງຂຶ້ນມາໃຫ້ໜ້າທ່ຽວໜ້າລົງໄຫລທີ່ສຸດເຊິ່ງອຸທະຍານພູຜາສຸກຢູ່ເຂດບ້ານປາກປົ່ງເມືອງ ແລະ ແຂວງສາລະວັນເປັນອີກໜຶ່ງທາງເລືອກທີ່ທ່ານຄວນໄປສຳຜັດດ້ວຍໂຕເອງ.ອຸທະຍານພູຜາສຸກຫ່າງຈາກເທສະບານເມືອງສາລະວັນຕາມເສັ້ນທາງຊາຍແດນລາວ-ຫວຽດນາມ 20 ກວ່າກິໂລແມັດ ແລ້ວລ້ຽງຂວາເພື່ອເຂົ້າໄປອີກ 9 ກິໂລແມັດກໍໄປເຖິງແຫລ່ງທ່ອງທ່ຽວນີ້.  ອຸທະຍານພູຜາສຸກມີຫລາຍຖໍ້າທີ່ແຝງໄປດ້ວຍຄວາມງົດງາມທີ່ແຕກຕ່າງກັນ ບາງຖໍ້າເໝືອນວ່າຄົນເຮົານໍາເອົາເພັດພອຍໄປຕິດໄປປະດັບເອຢ້ອງເຊິ່ງເມື່ອຕ້ອງກັບແສງໄຟແລ້ວກໍເຫລື້ອມຍິບຍັບງົດງາມອັດສະຈັນ, ບາງຖໍ້າເປັນຊັ້ນເປັນຖ້ານຄ້າຍຄືຂັ້ນໄດເໝືອນສະຫວັນດາວະດຶງ ແຕ່ຄວາມຈິງແລ້ວແມ່ນທຳມະຊາດສ້າງຂຶ້ນມາ ແລະ ທີ່ປະທັບໃຈຫລາຍກໍຄືບັນຍາກາດໃນຖ້ຳເຢັນດີ, ມີນ້ຳໄຫລຜ່ານທີ່ບໍ່ເປັນອຸປະສັກຕໍ່ການຍ່າງທ່ຽວຊົມ, ທາງຍ່າງກໍມີ ແລະ ສະດວກສະບາຍເພາະໄດ້ປັບປຸງແລ້ວ. ອຸທິຍານພູຜາສຸກ...

ຢ່າ​ລືມ! ໄປ​ທ່ຽວ​ປາກ​ຊ່ອງ ຢ່າ​ລືມ​ແວ່​ສວນ​ຊາ 36

ທ່ານ ຟູສ້ຽວຫມິງ ຜູ້ຊ່ຽວຊານດ້ານຊາ ຂອງສວນຊາ 36 ໃຫ້ຮູ້ວ່າ: ສວນຊາ 36 ສ້າງຂຶ້ນໃນປີ 2017, ໃບຊາທີ່ນຳມາຜະລິດແມ່ນເກັບມາຈາກຕົ້ນຊາເກົ່າແກ່ອາຍຸພັນປີ, ເປັນຊາປອດສານພິດ, ການຜະລິດທຸກຂັ້ນຕອນແມ່ນເນັ້ນໃສ່ຄຸນະພາບເປັນສຳຄັນເພື່ອໃຫ້ໄດ້ລົດຊາດຊາທີ່ດີທີ່ສຸດ ແລະ ການຫຸ້ມຫໍ່ຜະລິດຕະພັນແມ່ນເນັ້ນໃສ່ຄວາມເປັນເອກະລັກສະເພາະຂອງລາວ.  ຜະລິດຕະພັນຂອງສວນຊາ 36...