Travel

ສື່ມວນຊົນອາຊຽນ ຢ້ຽມຢາມສະຖານທີ່ທ່ອງທ່ຽວຂອງລາວ

ໂອກາດເຂົ້າຮ່ວມສຳມະນາສື່ສິ່ງພິມອາຊຽນ ໃນຍຸກການນໍາໃຊ້ດີຈີຕອນ ໃນວັນທີ 28 ພະຈິກ 2018, ບັນດາຕົວແທນສື່ມວນຊົນ ຈາກປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນໄດ້ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທາງທຳມະຊາດຂອງລາວ, ໂດຍສະເພາະແມ່ນສວນພຶກສາ ໂດຍມີ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ...

ຂະບວນຄາລາວານລົດທ່ອງທ່ຽວສູ່ ເມືອງວຽງໄຊ ແຂວງຫົວພັນ

ພິທີເປີດຂະບວນຄາລາວານລົດທ່ອງທ່ຽວສູ່ເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວໄ ດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 28 ພະຈິກນີ້, ຢູ່ທີ່ເດີ່ມພະທາດຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຂະບວນຄາລາວທ່ອງທ່ຽວດັ່ງກ່າວແມ່ນຈະເດີນທາງອອກຈາກນະຄອນຫຼວງວຽງຈັນໄປຍັງແຂວງບໍລິຄໍາໄຊ, ຊຽງຂວາງ ແລະແຂວງຫົວພັນ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວຄົບຮອບ 50 ປີ, ຊຶ່ງຂະບວນຄາລະວານຄັ້ງນີ້ມີຜູ້ເຂົ້າທັງໝົດ...

ຜົນດີເກີນຄາດ ລັດຖະບານອະນຸມັດງົບຫຼາຍຕື້ກີບ ໂຄສະນາປີທ່ອງທ່ຽວລາວ 2018 ຜ່ານຊ່ອງ CNN ແລະເວບໄຊຕ່າງໆທົ່ວໂລກ

ລັດໃຊ້ງົບ 22 ຕື້ກີບ ໃສ່ປີທ່ອງທ່ຽວ 2018 ໄດ້ຮັບຜົນດີເພີ່ມຂຶ້ນ 3,2% ປີທ່ອງທ່ຽວລາວ 2018 ລັດຖະບານໄດ້ອະນຸມັດງົບປະມານດ້ວຍມູນຄ່າ 22,95 ຕື້ກີບ ເຂົ້າໃນການຮັບໃຊ້ປີທ່ອງທ່ຽວລາວ 2018. ໃນ 9 ເດືອນຜ່ານມາ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວເຖິງ 2,91...

ພາກລັດແລະ​ພາກທຸລະກິດ ປຶກສາຫາລືແກ້ໄຂອຸປະສັກວຽກງານ​ການທ່ອງທ່ຽວ ໃນ ສ​ປ​ປ​ລາວ.

ບັນດາຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ທີ່ກ່ຽວຂ້ອງກັບຂະແໜງການທ່ອງທ່ຽວ ຈຳນວນ 80 ກວ່າທ່ານ ໄດ້ຮ່ວມພົບປະ ແລະ ປຶກສາຫາລືກັນ ເພື່ອຊອກຫາຊ່ອງທາງໃນການແກ້ໄຂອຸປະສັກ ຫລື ບັນຫາຕ່າງໆ ທີ່ມີໃນວຽກງານທ່ອງທ່ຽວ ແນໃສ່ປັບປຸງຄຸນນະພາບ ແລະ ມາດຕະຖານການບໍລິການທ່ອງທ່ຽວຂອງ...

ປະກາດແລ້ວ! ຜົນການແຂ່ງຂັນຮູບເງົາທົ່ວປະເທດ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018.

ທ້າຍ​ອາ​ທິດ​ຜ່ານ​ມານີ້, ຢູ່ທີ່ກົມຮູບເງົາ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດຜົນການແຂ່ງຂັນຮູບເງົາທົ່ວປະເທດ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018. ທ່ານ ວິທູນ ສຸນດາຣາ ຫົວໜ້າກົມຮູບເງົາ ໄດ້ຂຶ້ນກ່າວສະຫຼຸບຜົນການດຳເນີນໂຄງການແຂ່ງຂັນຮູບເງົາສັ້ນທົ່ວປະເທດວ່າ ໂຄງການດັ່ງກ່າວແມ່ນຈັດຂຶ້ນຕາມການຊີ້ນຳຂອງກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະທ່ອງທ່ຽວ ເພື່ອເປັນການສ້າງຂະບວນການສະເຫຼີມສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ໂດຍມີການແຂ່ງຂັນຮູບເງົາສັ້ນ...

​ເຊີນຊວນໄປ​​ທ່ຽວ​ພູ​ຟ້າ ​ກາບ​ໄຫວ້ພ​ຣະ​ທາດ​ມິ່ງ​ຂວັນ​ທີ່​ງາມ​ສະ​ຫງ່າ​ແຫ່ງ​ແຂວງ​ຜົ້ງ​ສາ​ລີ.

ພູ​ຟ້າ​ຕັ້ງ​ຢູ່​ທິດຕາ​ເວັນ​ອອກສ່ຽງ​ເໜືອ​​ ຂອງຕົວ​ເມືອງ​ຜົ້ງ​ສາລີ, ເປັນພູທີ່ສວຍສົດງົດງາມ, ມີ​ຄວາມ​ສູງ​ຈາກ​ລະດັບ​ໜ້າ​ນ້ຳ​ທະ​ເລ 1.625 ​​ແມັດ, ມີ​ເນື້ອ​ທີ​ປ່າ​ທຳ​ມະ​ຊາດອ້ອມຕາມ​ສັນພູ​ຟ້າ 200 ​ເຮັກຕາ. ​ມີພຣະທາດ​ມິ່ງຂວັນ​ພູ​ຟ້າຕັ້ງ​ຢູ່​ຈອມ​ຈຸດ​ສູງ​ສຸດ​ຂອງ​ພູ​ ​ສຳ​ເລັດການກໍ່ສ້າງໃນ​ປີ 2006 ​ເປັນພຣະທາດທີ່​ຊາວ​ແຂວງ​ຜົ້ງ​ສາລີ​​ເຄົາລົບ ​ ​ແລະ ສັກກາ​ລະ​ບູຊາ, ​ພວກ​ເຮົາ​ກ້າວ​ເຂົ້າ​ສູ່​ເທສະບານ​ເມືອງ​ຜົ້ງ​ສາລີ ​ກໍ​​ແນມ​ເບິ່​ງ​ເຫັນ​ພຣະທາດ​ມິ່ງຂວັນ​ພູ​ຟ້າ...

ຮ້ານອາຫານ ເດທູໄນ ພື້ນທີ່ແຫ່ງໃໝ່ຂອງຄົນ ວຽງຈັນ

​ກວ່າ 1 ປີ​ປາຍ​ແລ້ວ ພື້ນ​ທີ່​ດິນ​ເປົ່າ​ຫວ່າງຢູ່​ແຄມ​ແມ່​ນ້ຳ​ຂອງ ​ນະ​ຄອນ​ຫຼວງວຽງຈັນ ຖືກແປງເປັນຮ້ານ​ອາ​ຫານ​ ເດທູ​ໄນ ແລະ​​ໄດ້ຜົນ​ຕອບ​ຮັບ​​ແມ່ນດີເກີນ​ຄາດ.

ລັດຖະບານ ລົງທຶນໃສ່ການທ່ອງທ່ຽວແບບອະນຸລັກທຳມະຊາດ ຢູ່ແຂວງສະຫວັນນະເຂດ

ພະແນກແຜນການ ແລະ ການລົງທຶນ ແຂວງ ສະຫວັນນະເຂດ, ໂດຍການຮ່ວມມື ກັບໂຄງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງ ຢູ່ໃນລະບົບນິເວດປ່າໂຄກ ທີ່ຢູ່ພາກໃຕ້ຂອງ ສປປ ລາວ, ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດໂດຍກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້...