Tag: Health

5 ສະໝຸນໄພ ຂັບຂີ້ກະເທີ່

ອາການໄອ ເປັນກົນໄກໜຶ່ງທີ່ຮ່າງກາຍພະຍາຍາມກຳຈັດສິ່ງແປກປອມໃນຮ່າງ ກາຍອອກມາ, ແຕ່ບາງເທື່ອ ອາການໄອກໍອາດເປັນສັນຍານເຕືອນຂອງຮ່າງກາຍ ວ່າມີຄວາມຜິດປົກກະຢູ່ ຫຼື ບໍ່ ຖ້າມີອາການໄອເລັກໜ້ອຍ ແລ້ວບໍ່ມີຢາແກ້ໄອຂັບຂີ້ກະເທີ່ຕິດບ້ານ ກໍອາດຈະລອງເຂົ້າໄປເບິ່ງໃນຄົວ ຊອກຫາສະໝຸນໄພແກ້ໄອທີ່ສາມາດຂັບຂີ້ກະເທີ່ໄດ້.

5 ບັນຫາສຸຂະພາບຈິດ ໃນຊີວິດໄວເຮັດວຽກ

ຍອມຮັບວ່າຊ່ວງໄວໜຸ່ມເປັນຊ່ວງເວລາທີ່ຫຼາຍຄົນຕ້ອງພົບຫຼາຍບັນຫາ ຄວາມກົດດັນ ຄວາມເມື່ອຍລ້າຈາກວຽກງານ ຄວາມຮັກ ແລະ ການໃຊ້ຊີວິດ ໜັກກວ່າໝູ່ກໍອາດຈະແມ່ນຄວາມກົດດັນຈາກວຽກງານລອງມາສັງເກດເບິ່ງ 5 ບັນຫາສຸຂະພາບຈິດຕໍ່ໄປນີ້ວ່າ ເຈົ້າ ຫຼື ຄົນອ້ອມຂ້າງພົບບັນຫານີ້ຢູ່ ຫຼືບໍ?

“ອຶດນອນ” ສ່ຽງຕໍ່ເບົາຫວານ

ໜັງສືພິມ The Seattle Times ຂອງສະຫະລັດ ອາເມຣິກາ ລາຍງານວ່າ ຄົນທີ່ບໍ່ໄດ້ຮັບການພັກຜ່ອນດ້ວຍການນອນຢ່າງເຕັມອີ່ມນັ້ນ ມີໂອກາດເປັນເບົາຫວານສູງທີ່ສຸດ ເພາະວ່າການອຶດນອນນັ້ນ ເຮັດໃຫ້ຮ່າງກາຍໃຊ້ອິນຊູລິນໄດ້ໜ້ອຍ. ນອກນັ້ນ ການອຶດນອນ ຍັງເຮັດໃຫ້ເຖົ້າກ່ອນໄວ, ຄວາມຈໍາເສື່ອມ  ແລະ ສ່ຽງຕໍ່ການອິດເມື່ອຍອ່ອນເພຍ.

ຜ່ອນຄາຍແບບປະຢັດ

ຄວາມຄຽດເກີດຂຶ້ນໄດ້ຫຼາຍສາເຫດ ເຊັ່ນ ການເຮັດວຽກ, ສະພາບແວດລ້ອມ, ບັນຫາໃນຄອບຄົວ, ສະພາບເສດຖະກິດ, ການເງິນ, ບັນສາສຸຂະພາບ, ບັນຫາທາງສັງຄົມ ແລະການເມືອງ. ສິ່ງທີ່ຄວນຮູ້ ກໍຄື ຄວາມຄຽດ ເປັນບໍ່ເກີດຂອງໂຣກຫຼາຍຊະນິດ ເຊັ່ນ ຄວາມດັນເລືອດ, ໂຣກຫົວໃຈ, ມະເຮັງ ແລະໂຣກອື່ນໆ.

ຜູ້ຕິດເຊື້ອໂຄວິດ-19 ໃນເດືອນທັນວາເພີ່ມຂຶ້ນ 2 ເທົ່າ ເມື່ອທຽບໃສ່ ເດືອນພະຈິກ

ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ໄດ້ໃຫ້ຮູ້ວ່າ: ຈໍານວນຜູ້ຕິດເຊື້ອລວມທັງໝົດປະຈຳເດືອນ ທັນວາ 2022 ນັບຕັ້ງແຕ່ວັນທີ 1-30 ທັນວາ 2022 ມີຜູ້ຕິດເຊື້ອໃຫມ່ລວມທັງໝົດເຖິງ 1.101 ຄົນ, ມີຜູ້ຕິດເຊື້ອສະສົມທັງໝົດ 217.794 ຄົນ ແລະ ມີຜູ້ເສຍຊີວິດສະສົມທັງໝົດ 670 ຄົນ.

ບາງໂຣກທີ່ມັກ​ເກີດຂຶ້ນ! ກັບຄົນ​ໄວ​ເຮັດ​ວຽກ

ພາວະ​ຊຶມ​ເສົ້າ, ​ເບື່ອ, ​ເກັບ​ໂຕ ​ແລະ ​ຮູ້ສຶກ​ບໍ່​ມີ​ຄ່າ: ອາລົມ​ເບື່ອ​, ​ເຫງົາ, ​ເສົ້າ ​ເ​ກີດຂຶ້້ນ​ໄດ້​ກັບ​ທຸກ​ຄົນ ​ແຕ່​ຖ້າ​ກະທົບກະ​ເທືອ​ນ​ເຖິງ​ຂັ້ນ​ການ​ດຳລົງ​ຊີວິດ ​ແລະ ​ມີ​ຄວາມ​ຮູ້ສຶກ​ບໍ່​ຢາກ​ຢູ່​ໃນ​ໂລກໜ່ວຍນີ້ ນັ້ນ​ກໍ​ອາດ​ເປັນ​​ພາວະ​ຊຶມ​ເສົ້າ ​ທີ່​ຖື​ວ່າ​ເປັນ​ໂຣກຊະນິດ​ນຶ່ງ​ກໍ​ວ່າ​ໄດ້. ​ປັດຈຸບັນ​ ມີ​ຜູ້​ຊຶມ​ເສົ້າ​ເພີ່ມ​ຂຶ້ນຢ່າງຕໍ່​ເນື່ອງ ທີ່​ກໍ່​ໃຫ້​ເກີດ​ຄວາມ​ສູນ​ເສຍຫຼາຍຂຶ້ນ​ເລື້ອຍໆ ​ແລະ ​ເປັນ​ພາວະ​ທີ່​ພົບ​ຫຼາຍທີ່​ສຸດ​ກັບ​ໄວ​ເຮັດ​ວຽກ. ນອກຈາກ​ນັ້ນ ການ​ເປັນ​ຄົນ​ເບິ່ງ​ໂລກ​ໃນ​ແງ່​ຮ້າຍ​ຢູ່​ສະ​ເໝີ, ມີ​ໂຣກປະ​ຈຳ​ໂຕ ຫຼື ການ​ກິນ​ຢາ​ບາງ​ຊະນິດ​ ກໍ​ອາດ​ກໍ່​ໃຫ້​ເກີດ​ອາການ​ຊຶມ​ເສົ້າ​ໄດ້.

ວິທີ “ຫ້າມເລືອດ” ທີ່ຖືກຕ້ອງ

ການບາດເຈັບໃດໆກໍຕາມ ເຖິງຈະເຫັນພຽງແຕ່ບາດແຜພາຍນອກເລັກໜ້ອຍ ແຕ່ອາດເປັນສາເຫດໃຫ້ອະໄວຍະວະພາຍໃນບາດເຈັບເຖິງຂັ້ນຮຸນແຮງໄດ້ ແລະ ເຮັດໃຫ້ເລືອດອອກຫຼາຍຈົນຊ໊ອກ ຫຼື ຮ້າຍແຮງໄປກວ່ານັ້ນ ຖ້າຫາກປ່ອຍໃຫ້ຜູ້ປ່ວຍມີເລືອດໄຫຼຢ່າງບໍ່ຢຸດ. ສະນັ້ນ, ເຮົາຄວນຮຽນຮູ້ວິທີຫ້າມເລືອດທີ່ຖືກຕ້ອງ ດັ່ງນີ້:

ຫຼັກການ ມີສຸຂະພາບທີ່ດີ

ຫຼາຍຄົນເຂົ້າໃຈວ່າ ການມີສຸຂະພາບທີ່ດີ ຄື ບໍ່ຕຸ້ຍ ຫຼື ມີນຳ້ໜັກທີ່ຢູ່ໃນເກນມາດຕະຖານເທົ່ານັ້ນ, ແຕ່ຄວາມຈິງແລ້ວ ການມີສຸຂະພາບທີ່ດີ ໝາຍເຖິງການທີ່ເຮົາໃສ່ໃຈໂຕເອງແບບອົງລວມ ບໍ່ວ່າຈະເປັນດ້ານອາຫານການກິນ, ການອອກກຳລັງກາຍ, ການພັກຜ່ອນ ລວມເຖິງການຫຼຸດ ຫຼື ເລີກສິ່ງທີ່ບັ່ນຮອນສຸຂະພາບ ເພາະວ່າ ການທີ່ເຮົາມີພຶດຕິກຳສຸຂະພາບທີ່ບໍ່ຖືກຕ້ອງ ຈຶ່ງເປັນສາເຫດຂອງໂຣກ ແລະຄວາມເຈັບປ່ວຍຕ່າງໆຕາມມາ ບໍ່ວ່າຈະເປັນໂຣກຄວາມດັນເລືອດສູງ, ເບົາຫວານ, ຫົວໃຈ, ມະເຮັງ ແລະໂຣກຫຼອດເລືອດສະໝອງ.