Sunday, November 9, 2025
Kbank Laos โอน รับ จ่าย

ຊົມ​ເຊີຍ! ການ​ນຳ​ພັກ​ລັດ​ຢ້ຽມ​ຊົມ​ການວາງສະແດງບຸນນະມັດສະການພະທາດຫຼວງ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍອະດີດການນໍາພັກ-ລັດຂັ້ນສູງ ໄດ້ໃຫ້ກຽດຢ້ຽມຢາມ ແລະ ທ່ຽວຊົມງານບຸນມະນັດສະການພະທາດຫຼວງ ແລະ ວາງສະແດງສິນຄ້າ ປະຈຳປີ 2018 ທີ່ເດີນພະທາດຫຼວງ ເພື່ອຊຸກຍູ້ ແລະ ໃຫ້ກຳລັງໃຈແກ່ຫົວໜ່ວຍທຸລະກິດຜູ້ປະກອບການ ຕະຫຼອດເຖິງການພົບປະກັບພໍ່ແມ່ປະຊາຊົນຜູ້ມາທ່ຽວງານບຸນດັ່ງກ່າວ.

ໂອກາດນີ້ ທ່ານປະທານປະເທດໄດ້ຢ້ຽມຊົມບັນດາຮ້ານຄ້າທັງພາຍໃນ ແລະ ຕ່າງປະເທດ ໂດຍ ສະເພາະແມ່ນຮ້ານຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ(ODOP) ຮ້ານວາງສະແດງ ແລະ ຂາຍສິນຄ້າຫັດຖະກຳ ໂຊນຈັດວາງສະແດງເຄື່ອງເຮືອນລາວ ຮູບພາບປະ ຫວັດຄວາມເປັນມາຂອງພະທາດຫຼວງ ແລະ ຮູບພາບການປະຕິສັງຂອງໂຄງການແຕ່ໄລຍະ ເຊິ່ງທ່ານໄດ້ໃຫ້ຄວາມສົນໃຈ ແລະ ໂອ້ລົມສົນທະນາກັບບັນດາຜູ້ປະກອບການ ພ້ອມກັບຍ້ອງຍໍໜ່ວຍງານຮັບຜິດ ຊອບຈັດງານທີ່ມີຄວາມຮັບຜິດຊອບສູງ ເຮັດໃຫ້ງານບຸນມີຫົວໜ່ວຍທຸລະກິດຫຼາຍພາກສ່ວນ ເຂົ້າຮ່ວມເປັນຂະບວນຟົດຟື້ນ.
#insidelaos
Cr.Vientianemai

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.