Monday, November 17, 2025
Kbank Laos โอน รับ จ่าย

ບໍ່​ໄດ້​ຕາມ​ເປົ້າ! ລັດຖະບານ ຄາດການເຕີບໂຕຂະແໜງ ກະສິກຳ-ອຸດສາຫະກຳ-ບໍລິການ ຫລຸດແຜນການ


ບົດ​ລາຍ​ງານ​ຂອງ​ລັດຖະບານ​ ຊີ້​ໃຫ້​ເຫັນ​ວ່າ: ສະພາບການຜະລິດ ຂອງຂະແໜງການເສດຖະກິດ ແລະ ບໍລິການ ຢູ່ພາຍໃນປະເທດໃນ​ປີ​ນີ້ ສະເພາະຂະແໜງກະສິກໍາ ໂດຍ​ລວມ​ແລ້ວ ການຜະລິດ​ກະສິກຳ ​ແລະ ​ປ່າ​ໄມ້ ​ຄາດຄະເນວ່າຈະມີ ອັດຕາການ​​ເຕີບ​ໂຕຫລຸດ ແຜນການທີ່ວາງໄວ້ ຄື ຈະບັນລຸພຽງ 2,5% (ແຜນການ 2,8%), ຍ້ອນ​ຜົນ​ກະທົບ​ຈາກໄພ​ທຳ​ມະ​ຊາດ​ ເຮັດໃຫ້ເກີດມີສະພາບ ນໍ້າຖ້ວມເນື້ອ​ທີ່​ການ​ຜະລິດ ຢູ່ 16 ​ແຂວງ. ຜ່ານການປະເມີນຜົນເສຍຫາຍ ເບື້ອງຕົ້ນປະມານ 90.670 ເຮັກ​ຕາ ເປັນມູນຄ່າທັງ​ໝົດປະມານ 1.261 ຕື້​ກວ່າກີບ. ​ໃນ​ນັ້ນ, ການ​ປູກຝັງ​ເສຍ​ຫາຍ 851,3 ຕື້​ກີບ. ການ​ລ້ຽງສັດ ​ແລະ ການ​ປະມົງ ເສຍຫາຍ 89,7 ຕື້​ກີບ ​ແລະ ຊົນລະປະທານ 320,7 ຕື້​ກີບ; ຄາດໝາຍທາງດ້ານກະສິກໍາ ຄາດວ່າຈະບໍ່ບັນລຸໄດ້ຕາມແຜນ ເປັນຕົ້ນ ​ຜົນ​ຜະລິດ​ເຂົ້າລວມຈະບັນລຸໄດ້ 3,6 ລ້ານໂຕນ ເທົ່າກັບ 86% ຂອງແຜນການ (ມະຕິສະພາ 4,2 ລ້ານໂຕນ). ການລ້ຽງສັດໃຫຍ່, ສັດປີກ ແລະ ການລ້ຽງປາ ກໍຫລຸດປີກາຍ.​

ສຳລັບຂະແໜງອຸດສາຫະກໍາ ຄາດວ່າ ຈະເພີ່ມຂຶ້ນ 7,7% ເຊິ່ງຍັງຫລຸດແຜນການທີ່ວາງໄວ້ 1,4% (ມະຕິສະພາ 9,1%), ຍ້ອນຜົນກະທົບຈາກປັດໄຈພາຍນອກ ໂດຍສະເພາະ ແມ່ນລາຄາແຮ່ທາດ ແລະ ໄຟຟ້າ ທີ່ຍັງບໍ່ປັບໂຕດີຂຶ້ນ, ສິນຄ້າສົ່ງອອກບໍ່ທັນ ເພີ່ມຂຶ້ນເທົ່າທີ່ຄວນ. ການ​ຜະລິດ​ກະ​ແສ​ໄຟຟ້າຄາດວ່າ ເພີ່ມຂຶ້ນ ປະມານ 7,5% ​ໃນ​ປີ 2018, ​ແຕ່ຂະ​ແໜງ​ບໍ່​ແຮ່​​ ຍັງ​ສືບຕໍ່ຕິດລົບ ​0,3% (ປີຜ່ານມາຕິດລົບ 4,3%), ສ່ວນຂະ​ແໜງ​ການ​ກໍ່ສ້າງ ເພີ່ມຂຶ້ນ 21,9% ຍ້ອນ​ການຈັດຕັ້ງປະຕິບັດ ໂຄງການໃຫ່ຍ ຈໍານວນໜຶ່ງ ມີຄວາມຄືບໜ້າດີ. ໃນນັ້ນ, ໂຄງການກໍ່ສ້າງທາງ​ລົດ​ໄຟ ລາວ-ຈີນ ປະຕິບັດໄດ້ 41%, ຂະ​ ແໜງ​ອຸດສາຫະກຳ​ປຸງ​ແຕ່ງ ຍັງ​ສືບຕໍ່ຂະຫຍາຍໂຕດີ (6,9%) ໂດຍສະເພາະໃນເຂດ ເສດຖະກິດພິເສດ ສະຫວັນເຊໂນ, ນະຄອນຫລວງວຽງຈັນ ແລະ ຈຳປາສັກ.

ຢ່າງ​ໃດ​ກໍ​ຕາມ ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ເງິນ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ສຳລັບຂະແໜງບໍລິການ ຄາດວ່າຈະ​​ເພີ່ມ​ຂຶ້ນ​ຈາກ 4,4% ໃນປີ 2017 ​ມາ​ເປັນ 7,6% ໃນປີ 2018 ເຊິ່ງສູງກ່ວາແຜນການທີ່ວາງໄວ້ (6,4%). ການຈໍລະຈອນສິນຄ້າ ປະຕິບັດໄດ້ 28.459 ຕື້ກີບ ເທົ່າກັບ 49,6% ຂອງແຜນການ (ມະຕິສະພາ 57.386 ຕື້ກີບ), ຂະແໜງຂາຍຍົກ-ຂາຍຍ່ອຍຄາດວ່າຂະຫຍາຍຕົວເພີ່ມ 11,1%, ​ສ່ວນ​ຂະແໜງການຂົນສົ່ງ ແລະ ບໍລິການທີ່ພັກອາໄສ ແລະ ອາ ຫານ ທີ່ຕິດພັນກັບວຽກງານທ່ອງທ່ຽວເພີ່ມຂຶ້ນພຽງເລັກໜ້ອຍ.

ການເປີດປີທ່ອງທ່ຽວ 2018 ບໍ່ສາມາດລະດົມນັກທ່ອງທ່ຽວເຂົ້າມາໄດ້ຕາມແຜນ 6 ເດືອນ​ມີຫລາຍ​ກວ່າ 2 ລ້ານເທື່ອຄົນ, 9 ເດືອນ​ມີ​ 3 ລ້ານເທື່ອ​ຄົນ ແລະ ຄາດ​ວ່າ​ໝົດ​ປີ​ຈະ​ບັນລຸ 4 ລ້ານ​ເທື່ອ​ຄົນ (ແຜນການ 5 ລ້ານເທື່ອຄົນ).
#insidelaos
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.