Friday, July 11, 2025
Kbank Laos โอน รับ จ่าย

ເມືອງ​ຫົງ​ສາ ເຜີຍ​ແຜ່​ນິ​ຕິ​ກຳ​ເພື່ອອະນຸລັກ ພື້ນທີ່ດິນ ຮ່ອງຮອຍປະຫວັດສາດຄູວຽງ ທີ່ຕິດພັນກັບປະຫວັດສາດ ຂອງເມືອງ

ເມື່ອ​ບໍ່​ດົນ​ມາ​ນີ້,​ ເມືອງ​ຫົງ​ສາ ​ແຂວງ​ໄຊ​ຍະ​ບູລີ ຈັດ​ກອງ​ປະຊຸມເຜີຍແຜ່ນິຕິກຳກ່ຽວກັບ ວຽກງານການຄຸ້ມຄອງ, ການນຳໃຊ້, ການອານຸລັກປົກປັກຮັກສາ, ພື້ນທີ່ດິນຮ່ອງຮອຍປະຫວັດສາດຄູວຽງ ​ທີ່ຕິດພັນກັບປະຫວັດສາດ ຂອງເມືອງຫົງສາ ໂດຍ​ການ ເຜີຍແຜ່ຂອງ ທ່ານ ຄຳເພັດ ພົມມະລາດ ເຈົ້າເມືອງຫົງສາ ​ເພື່ອ​ໃຫ້ໃຫ້ພາກສ່ວນກ່ຽວຂ້ອງພາຍໃນເມືອງ ມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່​ນິຕິ​ກຳ​ດັ່ງກ່າວ ​ແລະ ນຳໄປຈັດຕັ້ງຜັນຂະຫຍາຍໃນຕໍ່ໜ້າ.

ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ຮັບ​ຟັງ​ກົດໝາຍວ່າ​ດ້ວຍ​ມໍລະດົກ​ແຫ່ງ​ຊາດ(ສະບັບ​ປັບປຸງ) ​ເລກທີ 44/ສພຊ,ລົງ​ວັນ​ທີ 24 ທັນວາ 2013 (ບາງໝວດ, ບາງມາດຕາ), ຮັບຟັງກົດລະບຽບ ຂອງເຈົ້າເມືອງຫົງສາເລກທີ 08/ຈມ.ຫສ, ລົງວັນທີ 21/8/2014 ວ່າດ້ວຍການຄຸ້ມຄອງ, ການນຳໃຊ້, ການອານຸລັກປົກປັກຮັກສາ, ພື້ນທີ່ດິນຮ່ອງຮອຍປະຫວັດສາດຄູວຽງ,ຮັບຟັງການສະເໜີຜ່ານແຜນຜັງຂອບເຂດພື້ນທີ່ດິນຮ່ອງຄູວຽງ ຈາກຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ຮັບຟັງການຊີ້ແຈງກ່ຽວກັບຄຸ້ມຄອງ, ການອອກໃບທີ່ດິນຂອບເຂດຕິດກັບຮ່ອງຄູວຽງ ຈາກຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ຕື່​ມອີກ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.