ກົມ​ທາງ​ຫຼວງ ປະ​ເທດ​ໄທ ເລັ່ງ​ຂະ​ຫຍາຍ​ ແລະ​ປັບ​ປຸງ​ທາງ​ຫຼວງ ໝາຍ​ເລກ 211 ຈາກ ເຂດ​ເທ​ດ​ສະ​ບານ​ບ້ານ​ໜອງ​ສອງ​ຫ້ອງ ຍາວ​ໄປ​ຕາມ​ແມ່​ນ້ຳ​ຂອງ​ຮອດ​ເມືອງ​ທ່າບໍ່ ລວມ​ທັງ​ໝົດ 13 ກິ​ໂລ​ແມັດ; ເພື່ອ​ສົ່ງ​ເສີມ​ໃຫ້​ເປັນ​ແຫຼ່ງ​ທ່ອງ​ທ່ຽວ ແລະ​ເສັ້ນ​ທາງ​ຂົນ​ສົ່ງ​ສິນ​ຄ້າ ລະ​ຫວ່າງ ໄທ-ລາວ-ຫວຽດ​ນາມ ແລະ​ຈີນ.

ໂຄງ​ການ​ພັດ​ທະ​ນາ​ເສັ້​ນທາງ​ໃນ​ຄັ້ງ​ນີ້, ເລີ່ມ​ດຳ​ເນີນ​ການ​ 20% ແລ້ວ ປະ​ກອ​ບ​ໄປ​ດ້ວຍ​ການ​ຂະ​ຫຍາຍ​ຖະ​ໜົນ​ອອກ ເບື້ອງ​ລະ 3.5 ແມັດ, ເຊິ່ງ​ຈະ​ເຮັດ​ໃຫ້​ຖະ​ໜົນ​ປ່ຽນ​ຈາກ 2 ເລນ ເປັນ 4 ເລນ, ແບ່ງ​ທິດ​ທາງ​ການ​ຈະ​ລາ​ຈອນ​ ໄປ-ກັບ ແບບ​ມີ​ອີກ​ເສັ້ນ​ຢູ່​ທາງ​ກາງ ແລະ​ກໍ່​ສ້າງ​ຂົວ​ລອຍ 4 ແຫ່ງ ພ້ອມ​ຕິດ​ຕັ້ງ​ໄຟ​ຟ້າ​ແສງ​ສະ​ຫວ່າງ ແລະ​ສັນ​ຍານ​ໄຟ​ຈະ​ລາ​ຈອນ ຄາດວ່າ​ແລ້ວ​ໃນ​ເດືອນ​ຕຸ​ລາ ປີ 2019 ນີ້.

Credit: prachachat.net/property/news-254983
#insidelaos

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 10

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້