Wednesday, July 15, 2026
Kbank Laos โอน รับ จ่าย
-->

ມີຈິດອາສາ ເຮັດດີ ສົມຄວນຍ້ອງ

ຍາມເຊົ້າຂອງມື້ວານນີ້ (23/11/2018) ບໍລິສັດ ອີອອນ ບໍລິການເຊົ່າສິນເຊື່ອ (ລາວ) ຈຳກັດ. ໄດ້ມີການຈັດຕັ້ງການ ກິດຈະກຳເກັບຂີ້ເຫຍື້ອ (AEON Big Cleaning Day ) ໃນເຂດບໍລິເວນເດີ່ນທາດຫລວງ

ວັດຖຸປະສົງໃນຄັ້ງນີ້ ແມ່ນເພື່ອປູກຈິດສຳນຶກໃຫ້ແກ່ພະນັກງານໃຫ້ມີນຳ້ໃຈ ຊ່ອຍເຫຼືອສັງຄົມ ຮັກຄວາມສະອາດ ແລະ ຈົບງາມເຮັດໃຫ້ສັງຄົມໜ້າຢູ່ຂຶ້ນດ້ວຍການຮ່ວມແຮງຮ່ວມໃຈກັນປະກອບສ່ວນເພື່ອສັງຄົມ.

ການອະນາໄມໃນຄັ້ງນີ້ນຳພາໂດຍ ທ່ານ ຄາວາມຸລະ ຄຸນິໂອະ ຜູ້ອຳນວຍການໃຫ່ຍ, ໂດຍມີພະນັກງານທີ່ອາສາມັກເຂົ້າຮ່ວມຫລາຍກ່ວາ 70 ຄົນ.

ກິດຈະກຳຊ່ອຍເຫລືອສັງຄົມແມ່ນສິ່ງຫນຶ່ງ ທີ່ບັນດາກຸ່ມບໍລິສັດອິອອນສືບທອດປະຕິບັດກັນຕະຫລອດມາ ແລະ ບໍລິສັດ ອິອອນບໍລິການເຊົ່າສິນເຊື່ອ (ລາວ) ແມ່ນຈະໄດ້ຈັດຂຶ້ນທຸກເດືອນ ເຊິ່ງຈະມີຫລາຍໆກິດຈະກຳໃນການຊ່ອຍເຫລືອສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.

“ອູບໝ່ານ” ວັດຊຽງທອງ ໃນໄລຍະປີ ຄສ.1940

ນີ້ແມ່ນອູບທີ່ມີລັກສະນະໂຄງສ້າງຮູບຮ່າງແບບນິຍົມສ້າງໃນພະມ້າ ແຕ່ມີຍອດແບບລາວ ຄົນທັງຫຼາຍທີ່ເປັນຄົນພື້ນເມືອງຈຶ່ງເອີ້ນວ່າ "ອູບໝ່ານ" ( ຄົນທ້ອງຖິ່ນເອີ້ນຄົນພະມ້າໃນເມື່ອກ່ອນວ່າໝ່ານ ) ເມື່ອມີການຄົ້ນພົບພຣະເຈົ້າແບບຫ້າມຍາດ ທີ່ຢູ່ໃນອູບໝ່ານນີ້ ຈຶ່ງໃສ່ຊື່ວ່າ "ພຣະໝ່ານ" ຈົນມາຮອດທຸກມື້ນີ້.

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພະບາງ

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພຣະບາງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX.