ຂ່າວດີ! ລາຄານ້ຳມັນລົງແລ້ວ

ແຈ້ງການ!! ປັບລາຄານ້ຳມັນຂາຍຍ່ອຍໃນຂອບເຂດທົ່ວປະເທດລົງ ເລີ່ມປະຕິບັດວັນທີ 26 ພະຈິກ 2018 ເວລາ 6:00 ເປັນຕົ້ນໄປ.

ກະຊວງອຸດສາຫະກຳ ແລະການຄ້າ ແຈ້ງ ເລກທີ 1644/ອຄ.ກຄພນ. ລົງວັນທີ 23 ພະຈິກ 2018 ເລື່ອງ: ແຈ້ງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟໃນຂອບເຂດທົ່ວປະເທດ

ກະຊວງອຸດສາຫະກຳ ແລະການຄ້າ, ຂໍແຈ້ງມາຍັງສະມາຄົມນ້ຳມັນເຊື້ອໄຟ ແລະອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ ໃຫ້ປັບລາຄາຂາຍຍ່ອຍນ້ຳມັນໃນຂອບເຂດເທດສະບານແຂວງ, ນະຄອນຫລວງ

+ ການປັບລາຄັ້ງນີ້ໄດ້ປັບລາຄານ້ຳມັນເຊື້ອໄຟທຸກຊະນິດລົງຄື:
ແອັດຊັງພິເສດ ປັບລົງ 250 ກີບ/ລິດ

ແອັດຊັງທຳມະດາ ປັບລົງ 250 ກີບ/ລິດ.
Cr.Jotmaikhao
#insidelaos
#ອິນໄຊລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...