ບັນຫາຄູອາສາສະໝັກ ແລະຄູເຫລືອບໍ່ພໍ​ຕ້ອ​ງ​ໄດ້​ແກ້​ໄຂ

​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ່ VIII ​ໃນທ້າຍ​ອາ​ທິດ​ຜ່ານ​ມາ, ​ສະມາຊິກ​ສະພາ​​ແຫ່ງ​ຊາດ (ສສຊ) ປະຈຳ​ເຂດ​ເລືອກ​ຕັ້ງ​ຕ່າງໆ ​ໄດ້​ສະ​ເໜີ​ໃຫ້​ລັດ ຖະບານ ​ເລັ່ງ​ແກ້​ໄຂ​ບັນຫາ​ຄູ​ອາສາ​ສະ​ໝັກ, ຄູ​ເຫລືອ​ບໍ່ພໍ ​ເຊິ່ງບັນຫາ​ດັ່ງກ່າວ, ແມ່ນມີຢູ່ທຸກຊັ້ນຮຽນ, ທຸກທ້ອງຖິ່ນ ແລະ ມີຢູ່ໃນເຂດຕົວເມືອງ ເປັນສ່ວນຫລາຍ, ສາເຫດຫລັກ ທີ່ເຮັດໃຫ້ມີຄູເຫລືອບໍ່ພໍ ແມ່ນຍ້ອນ ແຜນຄວາມຕ້ອງການ, ແຜນກໍ່ສ້າງຄູ ແລະ ແຜນບັນຈຸ ບໍ່ສອດຄ່ອງກັນ.

ຂະ​ແໜງ​ສຶກສາ​ທິການ ​ແລະ ກິລາ ຍັງ​ມີຫລາຍຄາດໝາຍ ​ທີ່​ຍັງບໍ່​ບັນລຸຕາມ​ຈຸດປະສົງ, ​ຊຶ່ງ​ເປັນ​ສິ່ງ​ທ້າ​ທາຍ ທີ່​ຈະ​ຕ້ອງ​ໄດ້​ສຸມ​ໃສ່​ປັບປຸງ​ແກ້​ໄຂ​ ​ເປັນ​ຕົ້ນ ອັດຕາ​ຄ້າງ​ຫ້ອງ, ອັດຕາ​ປະລະ​ ຂອງ​ນັກຮຽນ​ຊັ້ນ​ປະຖົມ, ມັດທະ​ຍົມ​ຕອນ​ຕົ້ນ, ຕອນ​ປາຍ ຍັງ​ສູງ, ຄຸນ​ນະພາ​ບການ​ຮຽນ-ການ​ສອນ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປັບປຸງ​ເທົ່າ​ທີ່​ຄວນ, ການ​ແກ້​ໄຂ​ບັນ​ຫາ ​ຄູ​ອາສາ​ສະ​ໝັກ, ຄູ​ເຫລືອ​ບໍ່ພໍ ຍັງ​ມີ​ຈຳນວນ​ຫລວງຫລາຍ, ຫ້ອງ​ຮຽນ, ຫໍ​ພັກ​ຄູ, ນັກຮຽນ​ກິນນອນ​ຊົນ​ເຜົ່າ ​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ຊາຍ​ແດນ ຍັງ​ມີ​ໜ້ອຍ ​ແລະ ອື່ນໆ.
#insidelaos
#ອິນ​ໄຊ​ລາວ
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...