ລັດ­ຖະ­ບານ​ກຳ­ລັງ​ໄດ້​ເລັ່ງ​ປັບ­ປຸງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ວຽກ​ງານ​ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ ດ້ວຍ​ການ​ຫັນ​ເປັນ​ການ​ຊຳ­ລະ​ຜ່ານ​ລະ­ບົບ​ທັນ​ສະ­ໄໝ ຫຼື ການ​ຊຳ­ລະ ແລະ ບໍ­ລິ­ການ​ຜ່ານ​ລະ­ບົບ​ທະ­ນາ­ຄານ ເຊິ່ງ​ເຮັດ​ໃຫ້­ການ​ຮົ່ວ​ໄຫຼ​ດ້ານ​ລາຍ​ຮັບ-ລາຍ​ຈ່າຍ​ງົບ­ປະ­ມານ ກໍ່​ຄື ການ​ລະ­ເມີດ​ວິ­ໄນ​ດ້ານ​ການ​ເງິນ ມີ​ທ່ວງ​ທ່າ​ທີ່​ຫຼຸດ​ລົງ​ຢ່າງ​ຊັດ​ເຈນ ຕາມ​ການ​ຕີ​ລາ­ຄາ​ຂອງ​ຂະ­ແໜງ­ການ​ເງິນ​ໃນ​ໄລ­ຍະ​ຜ່ານ​ມາ ການ​ເກັບ​ລາຍ​ຮັບ​ຈະ​ບໍ່​ສາ­ມາດ​ບັນ­ລຸ​ຕາມ​ແຜນ­ການ​ປະ­ມານ 4-5% ແຕ່​ລັດ­ຖະ­ບານ​ກໍ່​ຕັດ­ສິນ​ໃຈ​ສູ້​ຊົນ ແລະ ມີ​ມາດ​ຕະ­ການ​ຊຸກ­ຍູ້​ດ້ວຍ​ຫຼາຍ​ວິ­ທີ ເຮັດ​ໃຫ້​ລາຍ​ຮັບ​ໝົດ​ປີ 2018 ຈະ​ສາ­ມາດ​ບັນ­ລຸ​ໄດ້ 25.496,15 ຕື້​ກີບ ຫຼື ເທົ່າ​ກັບ 100,17% ຂອງ​ແຜນ­ການ​ທີ່​ສະ­ພາ​ແຫ່ງ​ຊາດ​ຮັບ­ຮອງ ຂະ­ນະ​ທີ່​ລາຍ​ຈ່າຍ​ງົບ­ປະ­ມານ​ຄາດ​ວ່າ​ໝົດ​ປີ​ຈະ​ຢູ່​ໃນ​ລະ­ດັບ 32.692,74 ຕື້​ກີບ ເທົ່າ​ກັບ 99,64% ຂອງ​ແຜນ­ການ​ປີ ເຊິ່ງ 9 ເດືອນ ປີ 2018 ອັດ­ຕາ​ເງິນ​ເຟີ້​ສະ­ເລ່ຍ​ເທົ່າ​ກັບ 2,08% (ມະ­ຕິ​ສະ­ພາ​ຮັບ­ຮອງ​ແມ່ນ 5%) ສູງ​ກວ່າ​ປີ 2017 (1,09%).

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ລາຍ​ງານ​ຕໍ່​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 6 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ​ທ້າຍ​ອາ​ທິດ​ຜ່າ​ນາວ່າ: ລັດ­ຖະ­ບານ​ໄດ້​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ ບັນ­ດາ​ມາດ​ຕະ­ການ​ຕົ້ນ­ຕໍ​ດ້ານ​ເສດ­ຖະ­ກິດ ທີ່​ລັດ­ຖະ­ບານ​ສະ­ເໜີ​ຕໍ່​ສະ­ພາ​ແຫ່ງ​ຊາດ ໃນ​ເດືອນ​ມິ­ຖຸ­ນາ 2018 ເປັນ­ຕົ້ນ 8 ມາດ​ຕະ­ການ​ໃນ​ການ​ຊຸກ­ຍູ້​ເສດ­ຖະ­ກິດ ເພື່ອ​ສົ່ງ­ເສີມ​ການ​ຜະ­ລິດ ແລະ ບໍ­ລິ­ການ​ພາຍ​ໃນ-ຕ່າງ­ປະ­ເທດ ການ​ຂາດ​ດຸນ​ດ້ານ​ການ​ຄ້າ ຖານ​ລາຍ​ຮັບ​ບໍ່​ແນ່­ນອນ ເຮັດ​ໃຫ້​ອັດ­ຕາ​ການ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດ​ຢູ່​ໃນ​ລະ­ດັບ 6,5% (ຫຼຸດ​ຄາດ­ໝາຍ​ທີ່​ສະ­ພາ​ຮັບ­ຮອງ 0,5%) ສະ­ເລ່ຍ​ລາຍ​ຮັບ​ຕໍ່​ຫົວ​ຄົນ​ໝົດ​ປີ​ໄດ້ 2.209 ໂດ​ລາ​ສະ­ຫະ­ລັດ ລື່ນ​ແຜ່ນ​ການ​ທີ່​ສະ­ພາ​ຮັບ­ຮອງ (2.004 ໂດ​ລາ​ສະ­ຫະ­ລັດ) ຄຽງ​ຄູ່​ກັນ​ນີ້​ປີ 2018 ການ​ລົງ­ທຶນ​ຂອງ​ລັດ​ສາ­ມາດ​ປະ­ຕິ­ບັດ​ໄດ້ 3.281 ໂຄງ­ການ ມູນ​ຄ່າ 2.378,2 ຕື້​ກີບ ເທົ່າ​ກັບ 51,7% ຂອງ​ແຜນ­ການ.
Cr.Vientianemai
#insidelaos
#ອິນ​ໄຊ​ລາວ

Hits: 5

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້