ປັດຈຸບັນ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສືບຕໍ່ປັບປຸງຍຸດທະສາດການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ສອດຄ່ອງ ກັບຄວາມຮຽກຮ້ອງຕ້ອງການຕົວຈິງ, ເຊິ່ງໃນປີ 2019 ທີ່ຈະມາເຖິງນີ້ ຈະສຸມໃສ່ວາງນະໂຍບາຍດ້ານລາຄາໄຟຟ້າ ເຂົ້າໃນການຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ, ໂດຍຈະໄດ້ກຳນົດນະໂຍບາຍຫລຸດລາຄາໄຟຟ້າ ສຳລັບຂະແໜງຊົນລະປະທານ 50% ແລະ ຂະແໜງລ້ຽງສັດ 30% ແລະ ຈະໄດ້ປັບປຸງຫົວໜ່ວຍລາຄາໄຟຟ້າຂອງຂະແໜງລ້ຽງສັດ ຈາກອັດຕາຫົວໜ່ວຍອຸດສາຫະກຳມາເປັນກະສິກຳ.
#insidelaos
#ອິນ​ໄຊ​ລາວ
Cr.KPL

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້