ສະຖານທູດຈີນ ມອບທຶນການສຶກສາ 25 ທຶນ ໃຫ້ນັກຮຽນມະຫາວິທະຍາໄລແຫ່ງຊາດ

ທ້າຍອາທິດຜ່ານມານີ້, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ໄດ້ມອບທຶນການສຶກສາ 25 ທຶນ ມູນຄ່າ 25.000 ໂດລາສະຫະລັດ ໃຫ້ນັກສຶກສາມະຫາ ວິທະຍາໄລແຫ່ງຊາດ ປີ 1 ຈຳນວນ 25 ຄົນ, ຜູ້ທີ່ມີຜົນການຮຽນລະດັບເກັ່ງ, ມີການປະພຶດດີ, ຖານະຄອບຄົວທຸກຍາກ ແລະ ມາຈາກຕ່າງແຂວງ.

ພິທີມອບທຶນດັ່ງກ່າວ, ໄດ້ຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ ມອບໂດຍ ທ່ານ ຈ່ຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ກ່າວຮັບ ຕ່າງໜ້ານັກສຶກສາ, ໂດຍ ທ່ານ ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີບັນດາຄະນະບໍດີ, ຄູອາຈານ ແລະ ພະນັກງງານວິຊາການ ທັງສອງຝ່າຍເຂົ້າຮ່ວມ.

ປີນີ້, ມີຜູ້ສະໝັກທຶນທັງໝົດ 124 ຄົນ, ຄັດເລືອກເຂົ້າສຳພາດ 35 ຄົນ ແລະ ເອົາພຽງ 25 ຄົນ. ທຶນການສຶກສາ ທີ່ສະຖານເອກອັກຄະລັດ ຖະທູດມອບໃຫ້ຄັ້ງນີ້, ແມ່ນເປັນເງິນສົດ ໂດຍຈະມອບໃຫ້ນັກສຶກສາ ເດືອນລະ 200.000 ກີບ ເພື່ອນຳໃຊ້ເຂົ້າໃນການ ສຶກສາຮ່ຳຮຽນຕະຫລອດໄລຍະ 4 ປີ. ໃນໄລຍະຜ່ານມາ, ມີນັກສຶກສາທີ່ໄດ້ຮັບທຶນ ການສຶກສາຈາກສະຖານທູດ ສປ ຈີນ ຈຳ ນວນ 207 ຄົນ, ໃນນັ້ນໄດ້ຈົບການສຶກສາໄປແລ້ວ ແລະ ປັດຈຸບັນ ນັກສຶກສາປີ 1 ທີ່ໄດ້ຮັບທຶນມື້ນີ້ ມີ 25 ທຶນ, ປີ 2 ມີ 50 ຄົນ, ປີທີ 3 ມີ 50 ຄົນ ແລະ ປີທີ 4 ມີ 50 ຄົນ.
#insidelaos
#ອິນໄຊລາວ
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: