ຍ້ອນເຫດຜົນນີ້ ທີ່ລັດຖະບານຫລຸດໂກຕ້າລັດຖະກອນໃໝ່ ໃນປີ 2019

ລັດຖະບານ ຈະໄດ້ກວດກາຄືນບັນຫາ ພະນັກງານ-ລັດຖະກອນ ເຫລືອບໍ່ພໍ, ຄົ້ນຄວ້າດຸນດ່ຽງ ຈາກບ່ອນເຫລືອໄປສູ່ບ່ອນທີ່ຍັງຂາດເຂີນ, ຫັນພະນັກງານ-ລັດຖະກອນ ຈາກສູນກາງລົງຊ່ວຍທ້ອງຖິ່ນໃຫ້ຫລາຍຂຶ້ນ, ຍົກສູງຄຸນນະພາບ ແລະ ປະສິດທິພາບ ຂອງພະນັກງານລັດຖະກອນ ເພື່ອສ້າງໃຫ້ເຂົາເຈົ້າ ໃຫ້ມີປະສົບການຕົວຈິງ ແລະ ເຕີບໃຫຍ່ ຈາກວຽກຮາກຖານກາຍເປັນພະນັກ ງານທີ່ມີຄຸນນະພາບ ແລະ ສາມາດເຮັດວຽກຮັບໃຊ້ປະຊາຊົນຢ່າງແທ້ຈິງ. ພ້ອມກັນນີ້, ກໍຈະສ້າງເງື່ອນໄຂໃຫ້ຜູ້ຈົບການສຶກສາໃໝ່ ໄດ້ປະກອບອາຊີບ ດ້ວຍຕົນເອງ ເຊັ່ນ: ຄ້າຂາຍ, ການຜະລິດທຸລະກິດ ແລະ ວິຊາຊີບອື່ນໆ ໃຫ້ຫລາຍຂຶ້ນ. 


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຊີ້ແຈງບັນຫາດັ່ງກ່າວ, ຕໍ່ບັນດາສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 28 ພະຈິກ 2018 ທີ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍກ່າວວ່າ: ລັດຖະບານ ໄດ້ເປັນເອກະພາບ ແລະ ຕັດສິນໃຈຈັດສັນໂກຕ້າພະນັກງານ ລັດຖະກອນໃໝ່ປະ ຈຳປີ 2019 ພຽງ 1.500 ຄົນ, ເຊິ່ງເປັນຈຳນວນໜ້ອຍກວ່າປີຜ່ານມາ, ໂດຍຈະໃຫ້ບູລິມະສິດແກ່ແພດໝໍ,ຄູ-ອາຈານ, ວິຊາການສົ່ງເສີມການຜະລິດ ແລະ ອື່ນໆ, ແຕ່ຍັງຈະໄດ້ຕິດຕາມກວດກາຕື່ມ ເພື່ອແກ້ໄຂປະກົດການຫຍໍ້ທໍ້ ໃນການຈັດແບ່ງໂກຕ້າທີ່ມີຈຳກັດ ໃຫ້ໄປເຖິງເປົ້າໝາຍທີ່ຈຳເປັນແທ້.

#insidelaos

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...