ລັດຖະບານຢືນຢັນວ່າ ຈະບໍ່ມີການກູ້ຢືມເງິນຈາກຕ່າງປະເທດ ເພື່ອມາໃຊ້ຈ່າຍບໍລິຫານພາຍໃນຢ່າງເດັດຂາດ

ລັດຖະບານຢືນຢັນວ່າຈະບໍ່ມີການກູ້ຢືມເງິນຈາກຕ່າງປະເທດ ເພື່ອມາໃຊ້ຈ່າຍບໍລິຫານພາຍໃນຢ່າງເດັດຂາດໃນຕໍ່ໜ້າ ເພື່ອຫຼຸດຜ່ອນພາລະໜີ້ສິນຂອງລັດຖະບານໃນໄລຍະຍາວ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ກະຊວງການເງິນໄດ້ມີການຄົ້ນຄວ້າປັບໂຄງສ້າງແຜນງົບປະມານແຫ່ງລັດຄືນໃໝ່ເພື່ອຮັບປະກັນໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນໃນຕໍ່ໜ້າ ໂດຍເນັ້ນໃສ່ຄວາມອາດສາມາດທາງດ້ານລາຍຮັບ, ຕັດຊ່ອງການຮົ່ວໄຫຼ ແລະ ການສະໜອງທຶນເປັນບັນຫາສຳຄັນຕົ້ນຕໍ ເພື່ອກຳນົດຂອບເພດານລາຍຈ່າຍບໍ່ໃຫ້ສູງເກີນໄປ ແລະ ຮັກສາອັດຕາການຂາດດຸນປະມານໃນລະດັບທີ່ຄຸ້ມຄອງໄດ້ ແລະ ມີທ່າອ່ຽງຫຼຸດລົງໃນແຕ່ລະປີ ເຊັ່ນ: ໃນສົກປີ 2015 – 2016 ການຂາດດຸນງົບປະມານຢູ່ທີ່ 7,6% ຂອງ GDP, ປີ 2017 ຢູ່ທີ່ 5,49%, ຄາດປີ 2018 ຈະຢູ່ທີ່ 4,72% ແລະ ປີ 2019 ຈະໃຫ້ຫຼຸດລົງມາຢູ່ທີ່ 4,28% ຂອງ GDP.

ທ່ານຮອງນາຍົກລັດຖະມົນຕີ ຍອມຮັບວ່າ: ກະຊວງການເງິນ ຈະຕັດຮອນແຜນງົບປະມານລາຍຈ່າຍຂອງລັດຖະບານທີ່ເຫັນວ່າສູງກວ່າລາຍຮັບໃນແຕ່ລະປີລົງເພື່ອບໍ່ໃຫ້ມີການຂາດດຸນດ້ານງົບປະມານຫຼາຍຈົນເກີນໄປ ເພາະຈະກະທົບຕໍ່ໜີ້ສິນຂອງລັດໃນໄລຍະຍາວ. ແນວໃດກໍ່ຕາມ ລັດຖະບານຈະບໍ່ກູ້ຢືມເງິນຈາກຕ່າງປະເທດມາໃຊ້ຈ່າຍເຂົ້າໃນວຽກງານບໍລິຫານພາຍໃນຢ່າງເດັດຂາດ ແຕ່ບໍ່ປະຕິເສດທີ່ຈະອອກພັນທະບັດໃຫ້ຕ່າງປະເທດ ຫຼື ກູ້ຢືມເງິນຈາກຕ່າງປະເທດດອກເບ້ຍທີ່ບໍ່ສູງເກີນໄປ ແລະ ເວລາໃນການຊຳລະທີ່ຍາວນານມາໃຊ້ຈ່າຍໜີ້ເກົ່າທີ່ມີກຳນົດໃຊ້ ເພື່ອບໍ່ໃຫ້ອັດຕາດອກເບ້ຍເພີ່ມຂຶ້ນຕາມລະບົບສັນຍາກຳນົດໄວ້, ສ່ວນລາຍຈ່າຍພາຍໃນແມ່ນຈະບໍລິຫານກັນເອງ ຄື: ລາຍຮັບຈາກພາສີ, ອາກອນຕ່າງໆຂອງລັດຖະບານ ແມ່ນຈະນຳເຂົ້າໄປໃຊ້ໃນການໃຊ້ຈ່າຍພາຍໃນທັງໝົດ ໂດຍບໍ່ມີການແຕະຕ້ອງໃນຮ່ວງຂອງເງິນສ່ວນອື່ນ.

ລັດຖະບານມີຄວາມໜັກໃຈພໍສົມຄວນໃນການຮັດກຸມເລື່ອງໃຊ້ຈ່າຍໃຫ້ຮັດແຄບລົງ ເຊັ່ນ: ໄດ້ມີການຫຼຸດໂກຕາລັດຖະກອນລົງ ຂະແໜງທີ່ມີສັນຍາຈ້າງຈຳນວນຫຼາຍຈະໜີບໍ່ມົ້ມຂະແໜງສຶກສາທິການ ແລະ ກີລາ ແລະ ຂະແໜງສາທາລະນະສຸກ ບາງຄົນເຮັດວຽກມາຫຼາຍປີບໍ່ທັນມີໂກຕາເຂົ້າລັດ ໄດ້ມີການຮຽກຮ້ອງຈົ່ມວ່າຫຼາຍສົມຄວນ ແຕ່ກໍ່ຕ້ອງເຄົາລົບໃນການຕັດສິນໃຈຄັ້ງນີ້ ເພື່ອບໍ່ໃຫ້ກະທົບໜີ້ສິນໄລຍະຍາວຂອງລັດຖະບານທີ່ກຳລັງຊອກຫາທາງອອກມາແຕ່ດົນ.

ອີງຕາມບົດສະຫຼຸບຂາດຕົວຂອງແຜນງົບປະມານແຫ່ງລັດ ປະຈຳປີ 2017 ລັດຖະບານມີລາຍຮັບຕົວຈິງຢູ່ທີ່ຕົວເລກ 23 ພັນຕື້ກີບ, ລາຍຈ່າຍ 31 ພັນຕື້ກີບ, ຂາດດຸນງົບປະມານຕົວຈິງເກືອບ 8 ພັນຕື້ກີບ, ດຸນງົບປະມານຕົວຈິງເກືອບ 14 ພັນຕື້ກີບ. ໃນນັ້ນ, ທົດແທນເງິນກູ້ ແລະ ພັນທະບັດຕ່າງປະເທດ ຈຳນວນເກືອບ 3 ພັນຕື້ກີບ, ທົດແທນພັນທະບັດລະດົມທຶນ ແລະ ພັນທະບັດລົງທຶນເກືອບ 3 ພັນຕື້ກີບ ແລະ ຍັງເຫຼືອເງິນດຸນດ່ຽງຕົວຈິງປະມານ 8 ພັນຕື້ກວ່າກີບ.

#insidelaos

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...