ທ່ານ ບໍ່​ແສງ​ຄຳ ວົງ​ດາ­ລາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ (ຖວ​ທ) ໄດ້​ລາຍ​ງານ​ໃນ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 6 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ໃນ​ບໍ່ດົນມາ​ນີ້​ວ່າ:

ເພື່ອ​ເປັນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ໃຫ້​ດີ​ຂຶ້ນ ໂດຍ​ສະ­ເພາະ​ການ​ຊຸກ­ຍູ້​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ ໃຫ້​ເຂົ້າ​ມາ​ທ່ຽວ​ຊົມ​ປະ­ເທດ​ລາວ​ຫຼາຍ​ຂຶ້ນ ປີ 2019 ລັດ­ຖະ­ບານ​ລາວ ກໍ່​ຄື​ກະ­ຊວງ ຖວ​ທ ໄດ້​ມີ​ແຜນ​ຈັດ​ໂຄງ­ການ​ປີ​ທ່ອງ​ທ່ຽວ ລາວ-ຈີນ ໂດຍ​ໄດ້​ມີ​ການ​ປະ­ສານ​ສົມ­ທົບ​ກັບ​ຝ່າຍ​ຈີນ ແລະ ຈະ​ສ້າງ​ກິດ­ຈະ­ກຳ​ຕ່າງໆ ເພື່ອ​ໂຄ­ສະ­ນາ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ເຂົ້າ​ມາ​ປະ­ເທດ​ລາວ ໃນ​ນີ້ ກໍ່​ຈະ​ມີ​ທັງ​ການ​ຄຸ້ມ​ຄອງ​ຮ້ານ​ອາ­ຫານ​ກິນ​ດື່ມ ແລະ ໂຮງ­ແຮມ​ຕ່າງໆ​ໃຫ້​ໄດ້​ມາດ­ຕະ­ຖານ ເພື່ອ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ ພ້ອມ​ນີ້ ໄດ້​ສົມ­ທົບ​ກັບ​ພະ​ແນກ ຖວ​ທ ທົ່ວ​ປະ­ເທດ ໃນ​ການ​ຊຸກ­ຍູ້​ບັນ­ດາ​ຮ້ານ​ອາ­ຫານ ແລະ ໂຮງ­ແຮມ ເພື່ອ​ກະ­ກຽມ​ຄວາມ​ພ້ອມ​ໃນ​ການ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ ທີ່​ຈະ​ມາ​ທ່ອງ​ລາວ​ຫຼາຍ​ຂຶ້ນ.

    ສຳ­ລັບ​ຂັ້ນ​ຕອນ ແລະ ວິ­ທີ​ການ​ເກັບ​ພາ­ສີ​ອາ­ກອນ​ກ່ຽວ​ກັບ​ກອງ​ທຶນ​ການ­ທ່ອງ­ທ່ຽວ ກະ­ຊວງ ຖວ​ທ ໄດ້​ສົມ­ທົບ​ກັບ​ກະ­ຊວງ​ການ​ເງິນ ໂດຍ​ຜ່ານ​ມາ​ໄດ້​ມີ​ການ​ຕົກ­ລົງ​ໃຫ້​ພາ­ສີ​ອາ­ກອນ​ເປັນ​ຜູ້​ເກັບ ແມ່ນ​ບໍ່​ທັນ​ມີ​ປະ​ສິດ­ທິ​ຜົນ​ເທົ່າ​ທີ່​ຄວນ ສະ­ນັ້ນ ສອງ​ກະ­ຊວງ​ໄດ້​ມີ​ການ​ພິ­ຈາ­ລະ­ນາ​ກັນ​ຄືນ­ໃໝ່ ແລະ ໃນ​ປີ 2019 ຄາດ​ວ່າ​ຈະ​ມີ​ການ​ຫັນ​ເກັບ​ພາ­ສີ​ອາ­ກອນ​ຢູ່​ດ່ານ​ດ້ວຍ​ລະ­ບົບ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ­ໄໝ ແລະ ເກັບ​ຕາມ​ໂຮງ­ແຮມ​ຕ່າງໆ ເພື່ອ​ແນ­ໃສ່​ເຮັດ​ໃຫ້­ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ບັນ­ລຸ​ຕາມ​ແຜນ ແລະ ການ​ເກັບ​ກຳ​ສະ­ຖິ­ຕິ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ລາວ ມີ​ຄວາມ​ສະ­ດວກ​ວ່ອງ­ໄວ ແລະ ມີ​ປະ​ສິດ­ທິ​ຜົນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຮຼບປະກອບ: https://marketeeronline.co , https://www.bangkokbanksme.com/

Cr.Vientianemai

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້